ສູນກາງແນວລາວສ້າງຊາດ

Lao Front For National Development

ສູນຝືກອົບຮົມ ເຄື່ອນໄຫວເຮັດວຽກຢູ່ 3 ແຂວງພາກເໜືອ

ໃນລະຫວ່າງວັນທີ 2-5 ກັນຍາ 2020 ຄະນະຈາກສູນກາງແນວລາວສ້າງຊາດ ປະກອບດ້ວຍ 3 ພາກສ່ວນ: ກົມກວດກາ, ກົມຈັດຕັ້ງ-ພະນັກງານ ແລະ ສູນຝຶກອົບຮົມ ນໍາພາໂດຍ ທ່ານ ດາວັນ ໂຊຕູ້ກີ້້ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມກວດກາ ໄດ້ເຄື່ອນໄຫວເຮັດວຽກຢູ່ 3 ແຂວງພາກເໜືອ: ອຸດົມໄຊ, ຫລວງນໍ້າທາ, ຫຼວງພະບາງ ແລະ ເມືອງນາແລ ແຂວງຫຼວງນໍ້າທາ. ການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເພື່ອພົບປະແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ, ການຕິດຕາມກວດກາ, ການປັບປຸງການຈັດຕັ້ງ ແລະ ການຜັນຂະຫຍາຍວຽກງານຝຶກອົບວຽກງານຕ່າງໆ ແນວລາວສ້າງຊາດ, ຂໍ້ສະດວກ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ. ການລົງເຮັດວຽກຢູ່ແຂວງອຸດົມໄຊ ແມ່ນໄດ້ຮັບການຕ້ອນຮັບ ຈາກ ທ່ານ ອຸດົມ ແສງຈັນ ຮອງປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ແລະ ຢູ່ແຂວງຫຼວງນໍ້າທາ ກໍໄດ້ຮັບການຕ້ອນຮັບ ຈາກ ທ່ານ ຄໍາແສງ ປະດິດ ຮອງປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ. ການລົງເຮັດວຽກຢູ່ເມືອງນາແລ ຄະນະໄດ້ເຂົ້າພົບປະ ທ່ານ ບຸນປີີໄລປະເສີດ ເລຂາພັກເມືອງ, ເຈົ້າເມືອງໆນາແລ. ຈາກນັ້ນ ໄດ້ເຮັດວຽກ ຮ່ວມກັບຄະນະແນວລາວສ້າງຊາດເມືອງ ຕ້ອນຮັບໂດຍທ່ານ ສຸລິຕານ ຈອມສະຫວັນ ກໍາມະການປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ການເຮັດວຽກຂອງຄະນະຄັ້ງນີ້ ແມ່ນໄດ້ຮັບການຮ່ວມມືເປັນຢ່າງດີ ເຊິ່ງເຮັດໃຫ້ຄະນະສາມາດຈັດຕັ້ງປະຕິບັດວຽກງານ ສໍາເລັດຕາມແຜນການທີ່ວາງໄວ້ ແຕ່ລະວຽກງານ ແມ່ນໄດ້ແລກປ່ຽນເຊິ່ງກັນແລະກັນຢ່າງກົງໄປກົງມາ. ແຕ່ລະຈຸດ ທ່ານຫົວໜ້າຄະນະ ກໍໄດ້ຊີ້ແຈງ, ອະທິບາຍ ບັນດາຂໍ້ຂ້ອງໃຈ ຂອງພະນັກງານ ທີ່ໄດ້ຍົກຂຶ້ນແລກປ່ຽນ ແລະ ມີທິດຊີ້ນໍາ ການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ ໃຫ້ມີຄວາມສະດວກ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມພາລະບົດບາດ, ຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191