ສູນກາງແນວລາວສ້າງຊາດ

Lao Front For National Development

ສູນສື່ສານເພື່ອສຸຂະພາບລົງຕິດຕາມການມອບເຄື່ອງຊຸກຍູ້ຂະບວນການສັກຢາວັກຊິກປ້ອງກັນພະຍາດໂຄວິດ-19

 

ໃນວັນທີ 12 ກັນຍາ 2022 ນີ້, ທ່ານ ນາງ ນິນລະພາ ພົມມະຈັນ ວິຊາການຕາງໜ້າສູນສື່ສານເພື່ອສຸຂະພາບ ພ້ອມດ້ວຍຄະນະສື່ມວນຊົນຈາກພາກສ່ວນຕ່າງໆ ໄດ້ລົງຕິດຕາມເກັບກໍາຂໍ້ມູນ ແລະ ຊຸກຍູ້ຂະບວນການປຸກລະດົມໂຄສະນາການສັກຢາວັກຊິກປ້ອງກັນພະຍາດໂຄວິດ-19 ຢູ່ທີ່ພະແນກສາທາລະນະສຸກແຂວງສາລະວັນ ໂດຍເປັນກຽດຕ້ອນຮັບຂອງທ່ານ ດຣ ວົງດາວ ສຸລິນທາ ຄະນະພະແນກສາທາລະນະສຸກ ແຂວງ ສາລະວັນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ດຣ ວົງດາວ ສຸລິນທາ ຄະນະພະແນກສາທາລະນະສຸກ ແຂວງ ສາລະວັນ ໄດ້ສໍາພາດໃຫ້ຮູ້ວ່າ: ໄລຍະຜ່ານມາແຂວງໄດ້ຮັບອຸປະກອນ ໂທລະໂຄ່ງ ຈໍານວນ 10 ຊຸດ, ຕູ້ລໍາໂພງ 10 ຊຸດ, ແອວຊີດີ 10 ຊຸດ, ເຄື່ອງດັ່ງກ່າວໄດ້ຮັບການສະໜັບສະໜູນ ຈາກສູນສື່ສານເພື່ອສຸຂະພາບ ແລະ ໂຄງການ ຍູນີເຊັບ ເຊິ່ງເຄື່ອງຈໍານວນດັ່ງກ່າວທາງແຂວງໄດ້ແຈກຢາຍໂທລະໂຄ່ງໃຫ້ແກ່ 4 ເມືອງຄື: ເມືອງຄົງເຊໂດນ, ເມືອງ ຕຸ້ມລານ, ເມືອງ ລະຄອນເພັງ ແລະ ເມືອງ ສະໝ້ວຍ ຈາກນັ້ນໄດ້ແຈກຢາຍ ຕູ້ລຳໂພງໃຫ້ແກ່ 04 ເມືອງຄື: ເມືອງຄົງເຊໂດນ, ເມືອງ ຕຸ້ມລານ, ເມືອງ ລະຄອນເພັງ ແລະ ເມືອງ ສະໝ້ວຍ ແລະ ແອວຊີດີຈໍານວນ 10 ຊຸດ ໄດ້ແຈກຢາຍໃຫ້ 08 ເມືອງໆລະ 01 ຊຸດ ແລະ ຢູ່ພະແນກ 02 ຊຸດ
ເພື່ອເປັນການປະກອບສ່ວນໃນຂະບວນການໂຄສະນາສຸຂະສຶກສາ ແລະ ວຽກງານປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມຂະບວນການສັກຢາວັກຊີນປ້ອງກັນໂຄວິດ-19 ພາຍໃນແຂວງສາລະວັນໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ມາເຖິງປະຈຸບັນນີ້ ເຫັນວ່າປະຊາຊົນກຸ່ມເປົ້າໝາຍ ແຕ່ອາຍຸ 6 ປີ ຂຶ້ນໄປ ໄດ້ມາບໍລິການຮັບຢາວັກຊີນຢ່າງຕໍ່ເນື່ອງ, ໂດຍເລີ້ມຕົ້ນແມ່ນນຳໃຊ້ ວັກຊີນຊະນິດ: ຊີໂນພາມ, ຊີໂນແວກ, ຈອນສັນ ແລະ ແອນຈອນສັນ ແອດສະຕຣາເຊນີກາ ແລະ ຟາຍເຊີ.
ເຊີ່ງພວກເຮົາໄດ້ເປີດຈຸດໃຫ້ການບໍລິການຢູ່ຕາມສະຖານທີ່ຕ່າງໆ ເຊັ່ນ: ໂຮງໝໍ ແຂວງ,ໂຮງໝໍ ຊຸມຊົນ ( ໂຮງໝໍ ເມືອງ)ໃນແຕ່ລະເມືອງ,ໂຮງໝໍນ້ອຍ ແລະ ໄດ້ເຄື່ອນທີ່ລົງໄປສັກໃນແຕ່ລະບ້ານ ພ້ອມດຽວກັນນັ້ນພວກເຮົາຍັງໄດ້ເຄື່ອນໄຫວບໍລິການຕາມສະຖານທີ່ຊຸມຊົນເປັນຕົ້ນ ຕະຫລາດ, ສະໂມສອນແຂວງ, ເມືອງ ແລະ ຕາມບັນດາໂຮງຮຽນ ມັດທະຍົມ, ປະຖົມ, ບັນດາຫ້ອງການ ,ພະແນກການຕ່າງໆອ້ອມຂ້າງແຂວງ, ເມືອງ ໂດຍເລັ່ງໃສ່ ວັກຊີນ ຟາຍເຊີ ເປັນເຂັມກະຕຸ້ນ, ຊື່ງມາຮອດປະຈຸບັນນີ້ ອັດຕາການສັກຢາວັກຊີນໃນທົ່ວແຂວງສາລະວັນ ເຂັມທີ 1 ກວມໄດ້ 80 % ແລ້ວ, ເຂັມ 2 ຍັງຢູ່ 66,6 %, ແລະ ເຂັມກະຕຸ້ນທີ 1 ຍັງຢູ່ 26 %, ແລະ ເຂັມກະຕຸ້ນ 2 ຍັງຢູ່ໃນ 04 % ສຳລັບເດັກ 6 – 11 ປີ, 12-17 ປີ ແມ່ນ ຍັງບໍ່ທັນບັນລຸຄາດໝາຍ.
ວຽກງານໂຄສະນາສຸຂະສຶກສາພາຍໃນແຂວງໄລຍະທີ່ການລະບາດຂອງພະຍາດໂຄວິດ-19 ໄດ້ມີການຈັດຕັ້ງປະຕິບັດເພື່ອໃຫ້ປະຊາຊົນມີຄວາມໝັ້ນໃຈ ແລະ ເຂົ້າມາຮັບວັກຊີນໃຫ້ຄົບ 02 ເຂັມ, ລວມທັງເຂັມກະຕຸ້ນການໂຄສະນາສຸຂະສືກສາພາຍໃນແຂວງ ໂດຍອິງຕາມ ຄຳສັ່ງແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ, ພວກເຮົາໄດ້ຈັດຕັ້ງທິມງານເຄື່ອນທີ່ແມ່ນໄດ້ໃຊ້ໂທລະໂຄ່ງຕິດລົດເລາະໂຄສະນາຕາມສາຍທາງ,ໃນແຕ່ລະຊຸມຊົນເຂດຫ່າງໄກສອກຫລິກ,ຈຸດຄົງທີ່ຕາມສູນບໍລິການຕ່າງໆ ໄດ້ຕິດຕັ້ງໂທລະໂຄງ ເພື່ອໂຄສະນາ ເພື່ອໃຫ້ຜູ່ທີ່ກັກໂຕ- ຮັບຮູ້ເຂົ້າໃຈກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19
ພ້ອມດຽວກັນນັ້ນກໍ່ໄດ້ສົມທົບກັບພະແນກຖະແຫລງຂ່າວ ແລະ ວັດທະນາທຳ- ທ່ອງທ່ຽວແຂວງ ຊ່ວຍອອກຄຳສັ່ງແຈ້ງການ ແລະ ໂຄສະນາທາງ ໂທລະພາບ- ວິທະຍາກະຈ່າຍສ່ຽງ, ເພື່ອສັບສອດເຂົ້າກັບແຕ່ລະລາຍການ,ສ້າງຄຣິບສຽງ ແລະ ຈັດລາຍການເພື່ອສຸຂະພາບ ອາທິດລະ 02 ຄັ້ງ.
ຄວາມຫຍຸ້ງຍາກໃນການເຄື່ອນໄຫວສັກຢາວັກຊີນຂອງແຂວງເຮົາມີຄື ເບື້ອງຕົ້ນປະຊາຊົນເປົ້າໝາຍຍັງບໍ່ທັນຕ້ອງການວັກຊິນເພາະເປັນວັກຊິນໃໝ່ ແລະ ການລະບາດຍັງບໍ່ທັນຮຸ້ນແຮງຕໍ່ມາການລະບາດຮຸ້ນແຮງປະຊາຊົນຫລັງໄຫລເຂົ້າມາຮັບຢາວັກຊີນຢູ່ຈຸດເທດສະບານແຂວງ,ເທດສະບານເມືອງ, ວັກຊິນມີຈຳກັດ. ເພື່ອເຮັດໃຫ້ການສັກຢາວັກຊິນບັນລຸຕາມຕົວເລກເປົ້າໝາຍ ທາງແຂວງພວກເຮົາມີແຜນສືບຕໍ່ໂຄສະນາ-ປຸກລະດົມກຸ່ມເປົ້າໝາຍໃຫ້ໄດ້ສັກຢາວັກຊີນ ເຂັມກະຕຸ້ນໂດຍສະເພາະເຂັມກະຕຸ້ນທີ 1. ແລະ ເຂັມກະຕຸ້ນ 2 ໃຫ້ຫລາຍຂຶ້ນເອົາວັກຊິນກັນພະຍາດໂຄວິດ-19 ລົງໄປບໍລິການ ການປະຕິບັດກິດຈະກໍາ ສໍາຫລວດກວດບັດສັກຢາວັກຊິນ-19.ແຕ່ລະຫລັງຄາເຮືອນໂດຍສະເພາະ ຜູ່ອາຍຸສູງຢູ່ໃນແຕ່ລະບ້ານ, ແຕ່ລະເຮືອນລົງເຄື່ອນໄຫວບໍລິການຢູ່ຈຸດຊຸມຊົນເຊັ່ນ: ຕະຫລາດ,ໂຮງຈັກ,ໂຮງງານ,ສຳນັກງານຫ້ອງການ ເພື່ອໃຫ້ເປົ້າໝາຍໄດ້ຮັບວັກຊີນເຂັມກະຕຸ້ນຄົບຕາມຈໍານວນ ສົມທົບກັບພະສ່ວນສຶກສາເພື່ອສັກວັກຊິນໂຄວິດ-19 ໃຫ້ໝູ່ນັກຮຽນຕາມໂຮງຮຽນແຫ່ງຕ່າງໆເປັນຕົ້ນ: ໂຮງຮຽນ ປະຖົມ ແລະ ໂຮງຮຽນມັດທະຍົມ.
ພ້ອມກັນນີ້, ຄະນະໄດ້ລົງຊຸກຍູ້ຕິດຕາມວຽກງານດັ່ງກ່າວຢູ່ໂຮງໝໍ ເມືອງ ຄົງເຊໂດນ ແລະ ໂຮງໝໍນ້ອຍ ບ້ານ ນາມ່ວງ ທີ່ໄດ້ຮັບການຊ່ວຍເຫຼືອຕ່າງໆຈາກສູນສື່ສານເພື່ອສຸຂະພາບ ແລະ ອົງການຢູນີເຊັບຕື່ມອີກ.
ຂ່າວ+ພາບ: ສຸວັນລີ
ບກ: ສືເຊັ່ງ ຈື້ໄຊ
info@lfnd.org.la | 021 213754 | (856-21) 453191