ສູນກາງແນວລາວສ້າງຊາດ

Lao Front For National Development

ຫົວໜ້າອານຸກໍາມະການໂຄສະນາ ແລະ ຂະບວນການ ກອງປະຊຸມໃຫ່ຍ ຄັ້ງທີ່ XI ຂອງພັກ ຢຽ້ມຢາມ ແລະ ຊີ້ນໍາວຽກງານຂະບວນການ

ຫົວໜ້າອານຸກໍາມະການໂຄສະນາ ແລະ ຂະບວນການ ກອງປະຊຸມໃຫ່ຍ ຄັ້ງທີ່ XI ຂອງພັກ ຢຽ້ມຢາມ ແລະ ຊີ້ນໍາວຽກງານຂະບວນການຢູ່ເມືອງ ສົບເບົາ, ເມືອງ ຊຽງຄໍ້ ແລະ ເມືອງ ວຽງໄຊ ແຂວງ ຫົວພັນ.

ອະນຸກຳມະການໂຄສະນາ ແລະ ຂະບວນການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ຄະນະພັກ, ອົງການປົກຄອງ ເມືອງ ສົບເບົາ, ເມືອງຊຽງຄໍ້ ແລະ ເມືອງ ວຽງໄຊ ແຂວງ ຫົວພັນ. ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງໃນໄລຍະທີຜ່ານມາມີຜົນສໍາເລັດ ໂດຍສະເພາະ ແມ່ນການສ້າງຂະບວນການຕ່າງໆ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສາມຂັ້ນຂອງພັກ ຊິ່ງຕິດພັນກັບບັນດາວຽກງານຂອງຂະແຫນງການຂອງເມືອງ. ພອ້ມນີ້, ທ່ານ ໄຊສົມພອນ ຍັງໄດ້ມີທິດຊີ້ນໍາບາງດ້ານຕື່ມອິກໂດຍສະເພາະແມ່ນໃຫ້ເອົາໃຈໃສ່ຖືສໍາຄັນບັນຫາການສຶກສາອົບຮົມການເມືອງແນວຄິດ ຕໍ່ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ ຊຶ່ງແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງ ໃຫ້ບັນລຸຕາມແຜນການ ໂດຍຂຸດຄົ້ນທ່າແຮງບົ່ມຊ້ອນ ຂອງເມືອງ ເຖິງແມ່ນວ່າເມືອງໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງເມືອງແລ້ວ ແຕ່ສະເຫມີໃຫ້ສືບຕໍ່ເອົາໃຈໃສ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານສາມສ້າງ, ລະດົມທຸກພາກສ່ວນ ແລະ ກໍາລັງແຮງເຂົ້າໃນການພັດທະນາ ໃຫ້ເປັນຂະບວນການແຂງແຮງ ແລະ ກວ້າງຂວາງ, ເອົາໃຈໃສ່ກະກຽມການ ໂຄສະນາ, ເລົ່າມູນເຊື້ອຂອງພັກ, ວັນສໍາຄັນຂອງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ. ໃຫ້ມີບັນຍາກາດຟົດຟື້ນ ເຊິ່ງໃນປີ 2020 ເປັນປີທີ່ມີຫຼາຍເຫດການສໍາຄັນຂອງພັກ, ຂອງລັດ ເຊັ່ນ: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 100 ປີ. ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສໍາຄັນອື່ນໆ. ພອ້ມນີ້, ກໍ່ໃຫ້ອົງການປົກຄອງ ເມືອງສົມທົບກັບແນວລາວສ້າງຊາດເມືອງເອົາໃຈໃສ່ຕໍ່ກັບວຽກງານສາສະຫນາ, ເກັບກໍາບັນດານັກບວດ, ນັກສອນສາສະຫນາ, ແນວລາວສ້າງຊາດ ກໍ່ຕອ້ງປະຕິບັດພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຕົນ ໃນການເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມ, ຄວາມເປັນແບບຢ່າງທີ່ດີ ໃຫ້ຄໍາຄິດຄໍາເຫັນ, ແນະນໍາ, ຊຸກຍູ້ປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການສ້າງສາພັດທະນາເມືອງຂອງຕົນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ. ຄຽງຄູ່ກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ເຂົ້າໃນວຽກງານປອ້ງກັນຊາດ-ປອ້ງກັນຄວາມສະຫງົບ, ການຮັກສາສຸຂະພາບ ເວົ້າລວມ, ເວົ້າສະເພາະ ແມ່ນການເຝົ້າລະວັງພະຍາດ, ບັນຫາຢາເສບຕິດ, ການບໍລິໂພກຂໍ້ມູນຂ່າວສານທາງສື່ອ່ອນລາຍຄວນໄຈ້ແຍກຢ່າງລະອຽດຄັກແນ່ວ່າສີ່ງໃດຖຶກ ຫລື ຜິດ. ພອ້ມນີ້, ຍັງໄດ້ຮູ້ເຖິງສະພາບການຂອງພາກພື້ນ ແລະ ໃນໂລກທີ່ມີຄວາມສັບສົນ ໂດຍສະເພາະ, ແມ່ນການລະບາດຂອງພະຍາດປອດອັກເສບທີ່ເກີດຂື້ນໃນປະຈຸບັນ ເພື່ອພອ້ມກັນເຝົ້າລະວັງ, ປອ້ງກັນ ແລະ ບັນຫາອື່ນໆ ອິກ. ເຊື່ອແນ່ວ່າພາຍໃຕ້ການຊີ້ນໍາໆພາຂອງອົງຄະນະພັກຈະເຮັດໃຫ້ເມືອງມີຜົນສໍາເລັດ.
ໃນໂອກາດໂອ້ລົມໃນຄັ້ງນີ້, ທ່ານ ໄຊສົມພອນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຄອບຄົວຕົວແບບ ປູກໄມ້ກິນໝາກ ຢູ່ບ້ານຫ້ວຍຕຸ່ງ ເມືອງ ສົບເບົາ, ບ້ານ ກົກໄຊ ເມືອງ ຊຽງຄໍ້, ຢ້ຽມຢາມໂຄງການສ້າງສະໜາມບິນ ໜອງຄ້າງ ແລະ ສູນສົ່ງເສີມເຕັກນິກກະສິກໍາ ແລ ປ່າໄມ້ ຮ່ວມມື ລາວ-ຫວຽດນາມ.

info@lfnd.org.la | 021 213754 | (856-21) 453191