ສູນກາງແນວລາວສ້າງຊາດ

Lao Front For National Development

ຫຼາຍພາກສ່ວນຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ ຫຼາຍພາກສ່ວນໄດ້ເຂົ້າມາຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ ຈາກຄະນະບໍລິຫານງານຊາວໜຸ່ມຂະແໜງການອ້ອມຂ້າງນະຄອນວຽງຈັນ, ຄະນະຊາວໜຸ່ມເມືອງປາກງື່ມ, ຄະນະຊາວໜຸ່ມເມືອງສັງທອງ, ພ້ອມດ້ວຍເຍົາວະຊົນ ແລະ ໂຮງຮຽນ ນິຣະດາ ພ້ອມດ້ວຍຄູອາຈານ.ໄດ້ເຂົ້າຢ້ຽມຊົມຫໍມູນ ເຊື້ອແນວລາວສ້າງຊາດ ໃນລະຫວ່າງວັນທີ 20-23 ຕຸລາ 2020 ນີ້. ເປັນກຽດຕ້ອນຮັບ ແລະ ນຳພາແຕ່ລະຄະນະທີ່ເຂົ້າຢ້ຽມຊົມ ຫໍມູນເຊື້ອແນວລາວສ້າງຊາດ ໂດຍທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກປະຫວັດສາດ-ຫໍມູນເຊື້ອ ແລະ ທ່ານ ນາງ ວັນນາ ແກ້ວອຸດົມ ວິຊາການ ພະແນກປະຫວັດສາດ-ຫໍມູນເຊື້ອ ກົມໂຄສະນາ ສູນກາງແນວລາວສ້າງຊາດ; ບັນດາຄະນະໄດ້ຮັບຟັງການບັນຍາຍກ່ຽວກັບເນື້ອໃນການຈັດວາງສະແດງຢູ່ແຕ່ລະໜ້າພຽງ ເຊິ່ງໄດ້ອະ ທິບາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແລະ ຜົນງານຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີຜ່ານມາ (13 ສິງຫາ 1950-13 ສິງຫາ 2020) ທີ່ຕິດພັນກັບພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະຊາດ. ພ້ອມກັນນີ້, ແຕ່ລະຄະນະໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ມາຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ; ໃນນີ້, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການແນວລາວສ້າງຊາດ ທີ່ໄດ້ເອົາໃຈ ໃສ່ໃນການສ້າງຫໍມູນເຊື້ອ ເພື່ອເປັນບ່ອນທັດສະນະສຶກສາ, ຮຽນຮູ້ປະຫວັດຄວາມເປັນມາຂອງ ແນວລາວສ້າງຊາດ ແລະ ໄດ້ຮຽນຮູ້ເຖິງມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດລວມຂອງປະເທດຊາດ ເຊິ່ງໄດ້ກາຍເປັນບົດຮຽນອັນ ລໍ່າຄ່າໄວ້ໃຫ້ຄົນລຸ່ນຫຼັງ.

ຫຼາຍພາກສ່ວນຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ

ຫຼາຍພາກສ່ວນໄດ້ເຂົ້າມາຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ ຈາກຄະນະບໍລິຫານງານຊາວໜຸ່ມຂະແໜງການອ້ອມຂ້າງນະຄອນວຽງຈັນ, ຄະນະຊາວໜຸ່ມເມືອງປາກງື່ມ, ຄະນະຊາວໜຸ່ມເມືອງສັງທອງ, ພ້ອມດ້ວຍເຍົາວະຊົນ ແລະ ໂຮງຮຽນ ນິຣະດາ ພ້ອມດ້ວຍຄູອາຈານ.ໄດ້ເຂົ້າຢ້ຽມຊົມຫໍມູນ ເຊື້ອແນວລາວສ້າງຊາດ ໃນລະຫວ່າງວັນທີ 20-23 ຕຸລາ 2020 ນີ້.

ເປັນກຽດຕ້ອນຮັບ ແລະ ນຳພາແຕ່ລະຄະນະທີ່ເຂົ້າຢ້ຽມຊົມ ຫໍມູນເຊື້ອແນວລາວສ້າງຊາດ  ໂດຍທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກປະຫວັດສາດ-ຫໍມູນເຊື້ອ ແລະ ທ່ານ ນາງ ວັນນາ ແກ້ວອຸດົມ ວິຊາການ ພະແນກປະຫວັດສາດ-ຫໍມູນເຊື້ອ ກົມໂຄສະນາ ສູນກາງແນວລາວສ້າງຊາດ; ບັນດາຄະນະໄດ້ຮັບຟັງການບັນຍາຍກ່ຽວກັບເນື້ອໃນການຈັດວາງສະແດງຢູ່ແຕ່ລະໜ້າພຽງ ເຊິ່ງໄດ້ອະ ທິບາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແລະ ຜົນງານຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີຜ່ານມາ (13 ສິງຫາ 1950-13 ສິງຫາ 2020) ທີ່ຕິດພັນກັບພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະຊາດ.

ພ້ອມກັນນີ້, ແຕ່ລະຄະນະໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ມາຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ; ໃນນີ້, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການແນວລາວສ້າງຊາດ ທີ່ໄດ້ເອົາໃຈ ໃສ່ໃນການສ້າງຫໍມູນເຊື້ອ ເພື່ອເປັນບ່ອນທັດສະນະສຶກສາ, ຮຽນຮູ້ປະຫວັດຄວາມເປັນມາຂອງ ແນວລາວສ້າງຊາດ ແລະ ໄດ້ຮຽນຮູ້ເຖິງມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດລວມຂອງປະເທດຊາດ ເຊິ່ງໄດ້ກາຍເປັນບົດຮຽນອັນ ລໍ່າຄ່າໄວ້ໃຫ້ຄົນລຸ່ນຫຼັງ.

info@lfnd.org.la | 021 213754 | (856-21) 453191