ສູນກາງແນວລາວສ້າງຊາດ

Lao Front For National Development

ອງ​ປະຊຸມ​ປືກສາ​ຫາລື ກ່ຽວ​ກັບ​ການ ສ້າງ​ຕັ້ງ​ສະຫະພັນ​ກະ​ສິກ​ອນລາວ ລະຫວ່າງ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ກະ​ຊວງ​ກະ​ສິ​ກໍາ ​ແລະ ປ່າ​ໄມ້

ກອງ​ປະຊຸມ​ປືກສາ​ຫາລື ກ່ຽວ​ກັບ​ການ ສ້າງ​ຕັ້ງ​ສະຫະພັນ​ກະ​ສິກ​ອນລາວ ລະຫວ່າງ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ກະ​ຊວງ​ກະ​ສິ​ກໍາ ​ແລະ ປ່າ​ໄມ້,  ​​ໄດ້​ຈັດ​ຂຶ້​ນໃນ​ວັນ​ທີ 25 ສິງຫາ 2021 ຢູ່​ສູນ​ຝຶກ​ອົບຮົມ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ​ໂດຍ​ການ​ເປັນ​ປະທານ ຮ່ວມ ຂອງ ທ່ານ  ສິນ​ລະ​ວົງ ຄຸດ​ໄພທູນ, ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ທ່ານ  ​ເພັດ ພົມ​ພິພັກ, ລັດຖະມົນ​ຕີ​ກະຊວງ​ກະ​ສິ​ກໍາ ​ແລະ ປ່າ​ໄມ້, ມີ​ຮອງ​ປະທານ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ຫົວໜ້າກົມ-ຮອງ​ກົມ, ຫ້ອງການ ​ແລະ ພະ​ແນ​ກການ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບຟັງ​ການ​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະຫະພັນ​ກະ​ສິກ​ອນລາວ, ​ເຊິ່ງການຈັດ​ຕັ້ງ​ສະຫະພັນ​ກະ​ສິກ​ອນ​ແມ່ນ​ຈະ​ໄດ້​ເຕົ້າ​ໂຮມ​ເອົາ​ບັນດາ​ການຈັດຕັ້ງ​ການ​ຜະລິດ ​ໃນ​ຂົງ​ເຂດ​ກະ​ສິ​ກໍາ-ປ່າ​ໄມ້-ການ​ປະມົງ ​ເຊັ່ນ: ສະມາຄົມ, ສະຫະກອນ, ກຸ່ມ​ ​ໃຫ້​ກາຍ​ເປັນ​ການຈັດ​ຕັ້ງ​ທີ່​ເຂັ້ມ​ແຂງ​ລວມສູນ ​ເພື່ອ​ສຶກສາ​ອົບຮົມ​ການ​ເມືອງ, ນໍາພາ​ແນວ​ຄິດ​ໃຫ້​ແກ່​ຖັນ​ແຖວ​ປະຊາຊົນ​ໃນ​ຂົງ​ເຂດ​ກະ​ສິ​ກໍາ-ປ່າ​ໄມ້ ​ໃຫ້​ມີ​ການ​ປ່ຽນ​ແປງ​ຕົນ​ເອງ ຫຼື ສ້າງການ​ຫັນປ່ຽນ​ໃໝ່ ຈາກ​ການ​ຜະລິດ​ກະ​ແຈກ​ກະຈາຍ ​ເຄຶ່ງ​ທໍາ​ມະຊາດ ພໍ​ກຸ້ມ​ຢູ່​ກຸ້ມ​ກິນ ( ການ​ຜະລິດ​ເອກະ​ເທດ, ກະ​ແຈກ​ກະ​ຈາ​ຍ ຂອງ​ຊາວນາ​ຜູ້​ຜະລິດ​ຂະໜາດນ້ອຍ-ຂະໜາດກາງ) ສູ່​ການ​ຜະລິດ​ຂະໜາດ​ໃຫຍ່, ການ​ຜະລິດ​ສິນ​ຄ້າ​ທີ່​ມີ​ຄຸນ​ນະພາ​ບ, ມີ​ການ​ແຂ່ງຂັນ​ພາຍ​ໃນ, ພາຍ​ນອກ ​ແລະ ກ້າວ​ສູ່​ຕະຫຼາດ​ສາກົນ. ດ້ວຍ​ເຫດຜົນ​ທີ່​ກ່າວ​ມາ​ນັ້ນ ​ໂດຍ​ອີງ​​ໃສ່​ມະຕິ 108 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຈິ່​ງ​ໄດ້​ລິ​ເລີ່​ມ​ໃນ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ຊູ​ກຍູ້ ​ເພື່ອ​ສະ​ເໜີ​ທິດ​ໃນ​ການ​ສ້າງ​ຕັ້ງ​ສະຫະພັນ​ກະ​ສິກ​ອນລາວ​ຂຶ້ນ ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ການ​ເຕີບ​ໃຫຍ່​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ໂດຍ​ສະ​ເພາະ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ການ​ຜະລິດ​ກະ​ສິ​ກໍາ ທີ່​ນັບ​ມື້​ຫັນ​ໄປ​ສູ່​ຄວາມ​ທັນ​ສ​ະໄໝ, ການ​ເຊື່ອມ​ໂຍງ​ສາກົນ,ພ້ອມ​ນີ້​ກໍ່​ຕອບ​ສະໜ​ອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ້ງ​ມາດ​ປາຖະ​ໜາ​ຂອງ​ຊາວ​ກະ​ສິກ​ອນທີ່​ມີ​ກໍາລັງ​ອັນ​ໄພສານ​ຢູ່​ປະ​ເທດ​ເຮົາ.

ຜ່ານ​ການ​ຮັບ​ຟັງ​ເນື້ອ​ໃນ​ດັ່ງກ່າວ​ຜູ້​ເຂົ້າ​ຮ່ວມກໍ່ໄດ້​ພ້ອມ​ກັນ​ປະກອບ​ຄໍາຄິດ, ຄໍາ​ເຫັນ​ໃສ່​ເນື້ອ​ໃນ​ດັ່ງກ່າວ​ໃຫ້​ມີ​ຄວາມ​ຄົບ​ຖ້ວນ​ສົມບູນ, ພ້ອມ​ດຽວ​ກັນ​ນັ້ນ ​ທ່ານ​ປະທານ ກອງ​ປະຊຸມ​ກໍ່​ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ຮັບຜິດຊອບ​ດັ່ງກ່າວ​ຈົ່ງ​ພ້ອມ​ກັນ​ເອົາ​ໃສ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ສ້າງ​ຕັ້ງ​ສະຫະພັນ​ກະສິ​ກອນ​ລາວ​ ໃຫ້​ມີ​ຜົນ​ສໍາ​ເລັດ​ຕາມ​ລະດັບ​ຄາດ​ໜາຍ​ທີ່​ວາງ​ໄວ້.

ຂ່າວ-ພາບ: ​ແສງ​ຫລ້າ

 

info@lfnd.org.la | 021 213754 | (856-21) 453191