ສູນກາງແນວລາວສ້າງຊາດ

Lao Front For National Development

ອວຍພອນ ວັນສ້າງຕັ້ງ ປກສ ຄົບຮອບ 60 ປີ

ເນື່ອງໃນໂອກາດ ວັນສ້າງຕັ້ງ ປກສ ຄົບຮອບ 60 ປີ ( 5/4/1961-5/4/2021). ຄະນະປ້ອງກັນສໍານັກງານສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນ ທ່ານ ພັທ ໄມພອນ ຜວງຢະສານ ຄະນະພັກກອງພັນ, ຮອງກອງພັນ 205 ພ້ອມດ້ວຍຄະນະ ໃນວັນທີ 1 ເມສາ 2021 ນີ້ ທີ່ ກອງບັນຊາການປ້ອງກັນທີ່ຕັ້ງສໍານັກ ກອງພັນ 205.

ຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກອງບັນຊາການປ້ອງກັນທີ່ຕັ້ງສໍານັກ ກອງພັນ 205 ທີ່ໄດ້ປະກອບສ່ວນ ທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ເພື່ອເຮັດໃຫ້ປະເທດຊາດ ມີຄວາມສະຫງົບສຸກ ແລະ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ແກ່ ຄະນະກອງພັນ 205 ຈົ່ງມີສຸຂະພາບແຂງແຮງ, ມີຄວາມຈະເລີນຮຸ່ງເຮືອງ ປະສົບຜົນສຳເລັດໃນຊີວິດຄອບຄົວ, ສ່ວນຕົວ ແລະ ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ

ທ່ານ ພັທ ໄມພອນ ຜວງຢະສານ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ຄະນະນໍາຂອງສູນກາງແນວລາວສ້າງຊາດ ທີ່ເຫັນໄດ້ຄວາມສໍາຄັນຂອງກອງພັນ 205 ໄດ້ນໍາເອົາວັດຖຸປັດໄຈ ແລະ ມາຢ້ຽມຢາມກົມກອງຂອງພວກເຮົາໃນຄັ້ງນີ້.

 

info@lfnd.org.la | 021 213754 | (856-21) 453191