ສູນກາງແນວລາວສ້າງຊາດ

Lao Front For National Development

ອະນຸກຳມະການໂຄສະນາ ແລະ ຂະບວນການ ຄັ້ງທີ XI ຂອງພັກ ຊີ້ນຳວຽກງານຢູ່ສະຫວັນນະເຂດ ແລະ ແຂວງ ຄໍາມ່ວນ

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຫົວໜ້າອະນຸກຳມະການໂຄສະນາ ແລະ ຂະບວນການ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ພົບປະໂອ້ລົມຕໍ່ການນຳແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ. ໂດຍໄດ້ຊີ້ນຳ 4 ວຽກໃຫຍ່ ໃຫ້ຄະນະພັກ ອົງການປົກຄອງແຂວງ, ເມືອງ, ບ້ານ ແລະ ຂະແໜງການຕ່າງໆພາຍໃນແຂວງດັ່ງກ່າວ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ໃນປີ 2020 ໃນນັ້ນ ວຽກທຳອິດແມ່ນ ໃຫ້ຄະນະພັກແຂວງ ເອົາໃຈໃສ່ໃນການສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມມະຕິກອງປະຊຸມສູນກາງພັກ ຄັ້ງທີ 8, 9 ສະໄໝທີ X, ມະຕິຂອງສະພາແຫ່ງຊາດ ກໍຄືມະຕິຂອງສະພາປະຊາຊົນແຂວງ ໃຫ້ໄດ້ຕາມແຜນການ ໂດຍສະເພາະຂະແໜງກະສິກຳ-ການຜະລິດ-ປຸງແຕ່ງ ເພື່ອສະໜອງຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ, ຂະແໜງການຄ້າ (ການຊອກຕະຫຼາດຊ່ວຍກຸ່ມການຜະລິດ), ວຽກງານບໍລິ ການທ່ອງທ່ຽວ (ສົ່ງເສີມການທ່ອງທ່ຽວຕິດພັນກັບທຳມະຊາດ, ວັດທະນະທຳ), ການພັດທະນາເສດຖະກິດ-ສັງຄົມ ຈະຕ້ອງຮັບປະກັນການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຮັບປະກັນໃຫ້ມີຄວາມສອດຄ່ອງກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການປົກປັກຮັກສາສະພາບແວດລ້ອມຕາມທິດຍືນຍົງ ບັນຫາທີ່ເອົາໃຈໃສ່ຕື່ມ ກໍແມ່ນການຟື້ນຟູດ້ານກະສິກຳປູກຝັງ-ລ້ຽງສັດ ຫຼັງນ້ຳຖ້ວມ. ພ້ອມກັນນັ້ນ, ໃຫ້ມີວິທີການຮັບມືກັບໄພພິບັດທຳມະຊາດຢ່າງທັນການ; ການພັດທະນາຊົນນະບົດຮອບດ້ານ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະ ຊາຊົນ ຕາມທິດ 3 ສ້າງ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ປະຕິບັດເປົ້າໝາຍສະຫັດສະວັດ ເປັນຕົ້ນເປົ້າໝາຍດ້ານສາທາ ລະນະສຸກ, ດ້ານການສຶກສາເຫັນວ່າ ເປີເຊັນຍັງຕາໍ່ຫຼາຍ ໂດຍສະເພາະຢູ່ເຂດຈຸດສຸມ ແລະ ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ, ສືບຕໍ່ປັບປຸງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ວິຊາສະເພາະ, ເອົາໃຈໃສ່ວຽກງານກວດກາ-ຄຸ້ມຄອງສຳມະໂນຄົວ ແລະ ໄລຍະຈະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ໃຫ້ມີຄວາມສະຫງົບ 100%. ໃຫ້ເອົາໃຈໃສ່ສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ. ໃນນັ້ນ, ໃຫ້ເອົາໃຈໃສ່ບັນຫາເນື້ອໃນຂອງບົດລາຍງານການເມືອງ ທີ່ອະນຸກຳມະການເນື້ອໃນຂັ້ນສູນກາງໄດ້ແນະນຳ. ດ້ານບຸກຄະລາກອນ ໃຫ້ເອົາໃຈໃສ່ຄົ້ນ ຄວ້າລະອຽດຖີ່ຖ້ວນ, ຮອບດ້ານ ແລະ ປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນການທາບທາມ ແລະ ຮັບປະກັນຫຼັກ ການລວມ ສູນປະຊາທິປະໄຕຢ່າງແທ້ຈິງ. ຄຽງຄູ່ກັນນັ້ນ ໃຫ້ເອົາໃຈໃສ່ວຽກງານໂຄສະນາ ແລະ ຂະບວນການກະ ກຽມໃຫ້ແກ່ ກອງປະຊຸມໃຫຍ່ 3 ຂັ້ນ ເປັນຕົ້ນການປຸກລະດົມຂະບວນການໃຫ້ມະຫາຊົນເຂົ້າຮ່ວມຢ່າງຕັ້ງໜ້າ ໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງໂຄສະນາ, ເຜີຍແຜ່ນິຕິກຳຢ່າງເລິກເຊິ່ງ ແລະ ກວ້າງ ຂວາງ ກ່ຽວກັບມູນ ເຊື້ອອັນສະຫງ່າອົງອາດ ແລະ ຜົນງານອັນໃຫຍ່ຫຼວງ ທີ່ພັກປະຊາຊົນ ປະຕິວັດລາວ ຍາດມາໄດ້ ເພາະວ່າປີ 2020 ນີ້ ເປັນປີຄົບຮອບໃຫຍ່ ວັນສ້າງຕັ້ງພັກ ຄົບຮອບ 65 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຂອງອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ. ໃຫ້ແຂວງເອົາໃຈໃສ່ ແລະ ຖືສຳຄັນບັນຫາເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ສຶກສາອົບຮົມປະຊາຊົນບັນດາ ເຜົ່າ, ຄົນຮຸ່ນໜຸ່ມໃຫ້ເຂົ້າໃຈທາງດ້ານ ແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄຳສັ່ງ, ລະບຽບ, ກົດໝາຍ ແລະ ບັນດາມູນເຊື້ອອັນດີງາມຂອງພັກ ໃຫ້ຮູ້ປະກອບສ່ວນໃນການພັດທະນາແຂວງ, ເອົາໃຈໃສ່ສ້າງຄອບຄົວ, ບ້ານສາມັກຄີ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ນອກນັ້ນ, ໃຫ້ແຂວງເອົາໃຈໃສ່ວຽກງານສາສະໜາ ໂດຍກຳໂຕເລກສະຖິຕິນັກບວດ, ສາສະໜາຈານ, ນັກສອນສາສະໜາຕ່າງໆທົ່ວແຂວງ.

info@lfnd.org.la | 021 213754 | (856-21) 453191