ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຄະນະຜູ້ແທນຄົນເຊື້ອຊາດລາວ ປະຈຳຢູ່ປະເທດອາເມລິກາ

ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 6 ທັນວາ 2022 ນີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳ ສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາ ຂອງສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບ ທ່ານ ເຊັ່ງສື ວ່າງ ຮອງປະທານອາວຸໂສບໍລິສັດ Nutraspace LLC/CEO ພ້ອມດ້ວຍຄະນະນັກກິລາກ໊ອຟ ຄົນເຊື້ອຊາດລາວ ຈຳນວນ 37 ທ່ານ, ຍິງ 8 ທ່ານ ຈາກລັດມິນນິໂຊຕ້າ ແລະ ລັດວິສຄອນຊິນ ສະຫະລັດອາເມລິກາ.

ໃນການເຂົ້າຢ້ຽມຢາມພົບປະຄັ້ງນີ້, ທ່ານ ເຊັ່ງສື ວ່າງ ໄດ້ຕາງໜ້າຄະນະຂຶ້ນກ່າວລາຍງານຕໍ່ການມາຢ້ຽມຢາມບ້ານເກີດຄັ້ງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳສູນກາງແນວລາວສ້າງຊາດ ໂດຍສະເພາະ ທ່ານ ຈັນທະວົງ ແສນອາມາດມົນຕີ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ. ນອກນັ້ນ, ຍັງໄດ້ຮັບຟັງການສະແດງຄວາມຮູ້ສຶກທີ່ໄດ້ມາຢ້ຽມຢາມ ສປປ ລາວ ຕື່ມອີກ.

ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຄົນເຊື້ອຊາດລາວ ຢູ່ສະຫະລັດອາເມລິກາ ແລະ ທ່ານໄດ້ລາຍງານສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຂອງ ສປປ ລາວ ໃຫ້ຄະນະໄດ້ຮັບຊາບ; ທ່ານ ໄດ້ເຊີນຊວນພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ໃຫ້ນຳພາລູກຫຼານ ມາຢ້ຽມຢາມ, ມາເຮັດທຸລະກິດຢູ່ ສປປ ລາວ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງ, ມີນ້ຳໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ສົ່ງເສີມໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ ດໍາລົງຊີວິດຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງປະເທດທີ່ຕົນອາໄສຢູ່.

info@lfnd.org.la | 021 213754 | (856-21) 453191