ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມທົ່ວປະເທດ ຄັ້ງທີ VIII

ໃນລະຫວ່າງວັນທີ 24-25 ທັນວາ 2020 ນີ້ ກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ໄຂຂຶ້ນ ຢູ່ຫໍປະຊຸມແຫ່ງຊາດ(ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອາລູນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເປັນກຽດເຂົ້າຮ່ວມມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມຈາກກະຊວງ-ອົງການ, ບັນດາແຂວງທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງຫນ້າຄະນະກໍາມະການສູນກາງແນວລາວສ້າງຊາດ ປະກອບຄໍາເຫັນ ໃນຫົວຂໍ້ “ບົດບາດຂອງຊາວຫນຸ່ມຕໍ່ການສ້າງບ້ານ ສາມັກຄີປອງດອງໃນໄລຍະໃຫມ່” ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຊາວຫນຸ່ມປະຊາຊົນປະຕິວັດລາວ ແມ່ນພາຄີທີ່ຫ້າວຫັນຂອງແນວລາວສ້າງຊາດ, ໄດ້ມີລະບອບປະຊຸມສ່ອງແສງນໍາກັນປົກກະຕິ 3 ເດືອນເທື່ອຫນຶ່ງ; ວຽກງານສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ແມ່ນຫນຶ່ງໃນມາດຖານບ້ານພັດທະນາ ຂອງລັດຖະບານ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດສາມສ້າງ ຜ່ານມາແນວລາວສ້າງຊາດ ໄດ້ປະສານງານກັບບັນດາອົງການພາຄີ ໂດຍສະເພາະແມ່ນປະສານງານກັບຊາວຫນຸ່ມປະຊາຊົນ ປະຕິວັດລາວ ໃນການປະກອບສ່ວນຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເຊິ່ງໄດ້ຈັດຕັ້ງປະຕິບັດບາງວຽກທີ່ພົ້ນເດັ່ນ ຄື້: ແນວລາວສ້າງຊາດ ແຕ່ລະຂັ້ນ ໄດ້ສົມທົບກັບຄະນະຊາວຫນຸ່ມຂັ້ນຂອງຕົນ ໃນການລົງພົບປະໂອ້ລົມ, ໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າ ກໍຄືຊາວຫນຸ່ມລາວບັນດາເຜົ່າຢູ່ທ້ອງຖິ່ນຮາກຖານ ໃຫ້ມີຄວາມສາມັກຄີປອງດອງ, ມີຄວາມສະເຫມີພາບ ຍິງ-ຊາຍ, ມີນ້ໍາໃຈຊ່ວຍເຫຼືອເຊິ່ງກັນ ແລະກັນ, ມີຄວາມສາມັກຄີປອງດອງ ໂດຍບໍ່ຈໍາແນກຊົນເຜົ່າ ແລະ ສາສະຫນາ; ເຮັດໃຫ້ຄອບຄົວມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບກົດຫມາຍ ແລະ ເຂົ້າຮ່ວມຂະບວນການຕ່າງໆ;  ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ທຸກຄອບຄົວໃນບ້ານປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ເດັກນ້ອຍໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ປະຊາຊົນໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງກວ້າງຂວາງ ແລະ ທົ່ວເຖິງ; ຍົກສູງການສ້າງບ້ານໃຫ້ເປັນບ້ານພົ້ນທຸກ, ມີກອງທຶນພັດທະນາຂັ້ນບ້ານ ຫຼືມີຄັງສະສົມຂອງບ້ານ ແລະພື້ນຖານເສດຖະກິດ ຂອງບ້ານຂະຫຍາຍຕົວ; ນໍາໃຊ້ຊັບພະຍາກອນທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຕາມທິດຍືນຍົງ; ໄດ້ປະກອບສ່ວນເຮັດໃຫ້ລະບົບການເມືອງ-ການປົກຄອງທ້ອງຖິ່ນ ມີຄວາມຫນັກແຫນ້ນເຂັ້ມແຂງ, ອົງການແນວລາວສ້າງຊາດບ້ານມີຄວາມເຂັ້ມແຂງ ສາມາດເປັນໃຈກາງສຶກສາອົບຮົມ, ເຕົ້າໂຮມ ຄວາມສາມັກຄີປອງດອງ, ຊັ້ນຄົນ, ສາສະຫນາ, ເພດ ແລະໄວ; ມີສ່ວນຮ່ວມໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງ ແລະ ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ເຮັດໃຫ້ບ້ານມີຄວາມສະຫງົບ; ແນວລາວສ້າງຊາດ ແລະ ຄະນະຊາວຫນຸ່ມປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ໃນການຈັດຕັ້ງ ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເຊິ່ງມາຮອດປະຈຸບັນສາມາດປະກາດບ້ານເປັນບ້ານສາມັກຄີປອງດອງແລ້ວ ຈໍານວນ 5,002 ບ້ານເທົ່າກັບ 59,38% ຂອງຈໍານວນບ້ານໃນທົ່ວປະເທດ.

info@lfnd.org.la | 021 213754 | (856-21) 453191