ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຫົວໜ້າອົງການມໍລະດົກສົງຄວາມ

ໃນວັນທີ 4 ພະຈິກ 2022 ທີ່ສູນກາງແນວລາວສ້າງຊາດ ທ່ານ ນາງ Sera Koulabdara ຫົວໜ້າອົງການມໍລະດົກສົງຄາມ Legacies of War ປະຈຳ ສະຫະລັດອາເມຣິກາ ພ້ອມດ້ວຍຄະນະອີກ 2 ທ່ານ ໄດ້ເຂົ້າພົບປະ ທ່ານ ດຣ.ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າກົມ ແລະ ຫ້ອງການ ສູນກາງແນວລາວສ້າງຊາດ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວຂອງຄະນະໃນຄັ້ງນີ້. ພ້ອມກັນນັ້ນ ທ່ານ Sera Koulabdara ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ດຣ. ຈັນເພັງ ສຸດທິວົງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວວ່າ: ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມໃຫ້ແກ່ການເດີນທາງຢ້ຽມຢາມ ສປປ ລາວ ຂອງຄະນະສະພາສູງຂອງສະຫະລັດອາເມຣິກາ.

ໂອກາດນີ້ ໄດ້ມີການປຶກສາຫາລືກ່ຽວກັບວຽກງານລະເບີດບໍ່ທັນແຕກ, ບຸກຄົນທີ່ໄດ້ຮັບຜົນກະທົບໂດຍກົງຈາກລະເບີດບໍ່ທັນແຕກ ແລະ ຝົນເຫຼືອງ ຢູ່ ສປປ ລາວ ເພື່ອເປັນການຊຸກຍູ້ການຈັດສັນງົບປະມານສຳລັບໂຄງການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ແລະ ຜົນກະທົບຈາກຝົນເຫຼືອງທີ່ຍັງຕົກຄ້າງຢູ່ ສປປ ລາວ. ພ້ອມກັນນັ້ນຍັງໄດ້ປຶກສາຫາລືກ່ຽວກັບວຽກງານສາທາລະນະສຸກ, ວຽກງານການສຶກສາ ເປັນຕົ້ນແມ່ນທາງອົງການມໍລະດົກສົງຄາມ ຈະຈັດສັນງົບປະມານຈຳນວນໜຶ່ງເພື່ອພັດທະນາເສັ້ນທາງ ແລະ ສ້າງໂຮງຮຽນ ຢູ່ເຂດຊົນນະບົດ.

info@lfnd.org.la | 021 213754 | (856-21) 453191