ສູນກາງແນວລາວສ້າງຊາດ

Lao Front For National Development

ເຄື່ອນໄຫວຢ້ຽມຢາມປະຊາຊົນ ບັນດາເຜົ່າ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງ ອັດຕາປື

ໃນວັນທີ 26 ກໍລະກົດ 2018 ນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຖາມຂ່າວຄວາມທຸກສຸກ ຂອງພໍ່ແມ່, ອ້າຍ, ເອື້ອຍ, ນ້ອງປະຊາຊົນລາວບັນດາເຜົ່າຢູ່ແຕ່ລະຈຸດ ທີ່ຮອງຮັບປະຊາຊົນຍົກຍ້າຍອອກຈາກຫົກບ້ານເຂດທີ່ຖືກ ຜົນກະທົບຈາກເຂື່ອນດັ່ງກ່າວ ທີ່ເມືອງສະໝາມໄຊ ແຂວງອັດຕະປື. ດ້ວຍຄວາມເປັນຫວ່ງເປັນໄຍ, ເຫັນອົກເຫັນໃຈ ແລະ ໃຫ້ ກໍາລັງໃຈນໍາພໍ່ແມ່ປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບໃນຄັ້ງນີ້.

ພ້ອມດຽວກັນນັ້ນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕາງໜ້າ ຄະນະພັກ, ຄະນະນໍາສູນກາງແນວລາວສ້າງຊາດ ມອບເຂົ້າຊ່ວຍເຫຼືອປະຊາຊົນທີ່ຖຶກຜົນກະທົບຈາກ ເຂື່ອນໄຟຟ້າເຊປ່ຽນ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເປັນເຂົ້າຈໍານວນ 5 ໂຕນ, ມູນຄ່າລວມທັງໝົດ 30.000.000 ກີບ ມອບໃຫ້ຫ້ອງວ່າການແຂວງອັດຕະປື ເພື່ອໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໃນຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191