ສູນກາງແນວລາວສ້າງຊາດ

Lao Front For National Development

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ ທີ X , ທີ່ສູນກາງແນວລາວສ້າງຊາດ

ສນຊ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ ທີ X
ໃນວັນທີ 1 ກໍລະກົດ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X. ໂດຍການເປັນປະທານຂອງສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານ ສນຊ, ມີບັນດາສະຫາຍຮອງປະທານ ສນຊ, ກໍາມະການ ສນຊ ອ້ອມຂ້າງສູນກາງ ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ສູນຝຶກອົບຮົມ ຕະຫຼອດຮອດພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.
ຈຸດປະສົງເພື່ອແນໃສ່ເຮັດໃຫ້ ພະນັກງານ-ລັດຖະກອນ ຂອງ ສນຊ ໄດ້ເຊື່ມຊຶມກໍາແໜ້ນ 4 ເອກະສານທີ່ສໍາຄັນຄື: ມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່; ມະຕິ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ແລະ ມະຕິ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທຳ.


ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ເອົາໃຈໃສ່ຟັງ ແລະ ບັນຍາຍເອກະສານຕ່າງໆ ໂດຍຄວາມຮັບຜິດຊອບສູງໃນໜ້າທີ່ວຽກງານຂອງຕົນ. ແລະ ທ່ານໄດ້ຮູ້ຕື່ມວ່າ: ກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ຄົ້ນຄວ້າ, ປຶກສາຫາລື ບັນຫາສໍາຄັນຄື:

ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝ ທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາ ປະຈໍາໄຕມາດ 1 ປີ 2020 ແລະ ທິດທາງແຜນການໃນຕໍ່ໜ້າ; ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); ການປັບປຸງກົດລະບຽບພັກ ສະໄໝທີ X ແລະ ທິດທາງປັບປຸງກົງຈັກລັດຖະບານ. ໃນວາລະສຸດທ້າຍ ທ່ານໃຫ້ຮູ້ວ່າ: ປີ 2020 ນີ້, ແມ່ນປີໃຫຍ່ໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ຂອງແນວລາວສ້າງຊາດ ທີ່ຄາດວ່າ ຈະຈັດຂຶ້ນໃນເດືອນ ສິງຫາທີ່ຈະມາເຖິງນີ້.

info@lfnd.org.la | 021 213754 | (856-21) 453191