ສູນກາງແນວລາວສ້າງຊາດ

Lao Front For National Development

ເຊື່ອມຊຶມມະຕິ 4 ສະໄໝທີ XI ຂອງພັກ

 

ສູນກາງແນວລາວສ້າງຊາດ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ເປັນກຽດເຜີຍແຜ່ໂດຍສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານ ສນຊ ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ ຫ້ອງການ, ກົມ ແລະ ສູນຝຶກອົບຮົມ ຕະຫຼອດຮອດສາມາຊິກພັກ ພະນັກງານ ສນຊ ເຂົ້າຮ່ວມໃນວັນທີ 30 ສິງຫາ 2022 ນີ້.

ເນື້ອໃນມະຕິດັ່ງກ່າວໄດ້ຍົກ 9 ບັນຫາສໍາຄັນ ແລະ ຮິບດ່ວນ ເພື່ອນໍາພາທົ່ວປວງຊົນເປັນຕົ້ນ: 1) ໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະຫຍາຍໃນຕໍ່ໜ້າ; 2) ຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; 3) ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ; 4) ຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; 5) ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; 6) ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; 7) ໄດ້ຄົ້ນຄວ້າ, ປືກສາຫາລື ແລະ ໃຫ້ທິດຊີ້ນໍາເບື້ອງຕົ້ນ ກ່ຽວກັບການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນຍົມ; 8) ກະກຽມການດໍາເນີນ ກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ; 9) ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ໄດ້ວາງວຽກງານຈຸດສຸມ ໃນການນໍາພາຊີ້ນໍາ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝ ທີ XI ດ້ວຍ 9 ເນື້ອໃນຈຸດສຸມ ແລະ ຄະນະບໍລິຫານງານສູນກາງພັກ ເຫັນວ່າເພື່ອຍົກສູງຄວາມເປັນເຈົ້າການ ຍູ້ຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ເຂົ້າສູ່ວຽກງານຕົວຈິງ ແລະ ມີຜົນສໍາເລັດ ຄະນະພັກ ແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຕໍ່ການແກ້ໄຂບັນຫາຕົວຈິງ ໃນເງື່ອນໄຂສະພາບການຫຍຸ້ງຍາກສັບສົນຄືໃນປັດຈຸບັນ ເພື່ອສືບຕໍ່ ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເປັນເອກະພາບ ໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ, ສູ້ຊົນອົດທົນ, ຍົກສູງນໍ້າໃຈເສຍສະຫຼະ ເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆໄປສູ່ຜົນສໍາເລັດໃໝ່.

ບກ: ພ.ບຸບຜາ

ຂ່າວ+ພາບ: ສຸວັນລີ

 

info@lfnd.org.la | 021 213754 | (856-21) 453191