ສູນກາງແນວລາວສ້າງຊາດ

Lao Front For National Development

ເຜີຍແຜ່ຄໍາແນະນໍາກ່ຽວກັບການສະຫຼອງວັນບຸນຕ່າງໆ ແລະ ບາງຮີດຄອງປະເພນີຂອງບັນດາເຜົ່າ

ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ ຄໍາແນະນໍາກ່ຽວກັບການສະເຫຼີມສະຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາຊົນ ເຜົ່າທີ່ຫ້ອງປະຊຸມ ຫ້ອງວ່າການປົກ ຄອງແຂວງ ຊຽງຂວາງ ໃນວັນທີ 16 ກັນຍາ 2020. ເຂົ້າຮ່ວມຮັບຟັງມີທ່ານ ດໍາດີ ນັນທະວົງ ກໍາມະການພັກແຂວງ ປະທານແນວລາວສ້າງຊາດແຂວງ ຊຽງຂວາງ, ມີບັນດາທ່ານຮອງປະທານແນວລາວສ້າຊາດແຂວງ, ພະແນກການ-ອົງການອ້ອມຂ້າງແຂວງ, ຜູ້ຊົງຄຸນວຸດທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຜີຍແຜ່ໃນຄັ້ງນີ້ ເພື່ອເປັນການອະນຸລັກ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ອັນດີງາມຂອງຊາດ ແນ່ໃສ່ເພີ່ມທະວີຄວາມສະເໝີພາບ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນຍົກສູງສະຕິຄວາມເປັນເຈົ້າຕົນເອງ ຈັດຕັ້ງການສະເຫຼີມສະຫຼອງວັນບຸນຕ່າງໆ ແລະ ປະຕິບັດຮີດຄອງປະເພນີອື່ນໆ ໃຫ້ເປັນເອກະພາບກັນທາງດ້ານເນື້ອໃນ, ຮູບການ, ວິທີການ, ເວລາ ແລະ ແກ້ໄຂສິ່ງກີດຂວາງຕ່າງໆໃນສະພາບແວດລ້ອມ ເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງສາກົນຕໍ່ການພັດທະນາໃນເງື່ອນໄຂປະຈຸບັນ.

ທ່ານ ຮອງປະທານ ສນຊ ຍັງໃຫ້ຮູ້ຕື່ມອີກວ່າ: ການສະເຫຼີມສະຫຼອງວັນບຸນແມ່ນແນ່ໃສ່ອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມກິດຈະກໍາຕ່າງໆທີ່ເປັນເອກະລັກທາງດ້ານຮີດຄອງປະເພນີ ວັດທະນະທໍາ ອັນດີງາມຂອງຊາດ ແລະ ຊົນເຜົ່າ; ເອົາໃຈໃສ່ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພໃນໄລຍະເວລາ ກ່ອນ ແລະ ຫຼັງການຈັດຕັ້ງປະ ຕິບັດ, ເພື່ອໃຫ້ຫຼຸດຜ່ອນການຫຼິ້ນກິນຟູມເຟື່ອຍ, ​ຫຼຸດຜ່ອນປະກົດການຫຍໍ້ທໍ້ໃນສັງຄົມ. ຄຽງຄູ່ກັນນັ້ນ, ໃຫ້ເພີ່ມທະວີການຕ້ານ ແລະ ສະກັດກັ້ນ ການສ້າງຄອບຄົວໃໝ່ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍວາງອອກ. ສ່ວນດ້ານຄວາມເຊື່ອຖືສາສະໜາຕ່າງໆ ຕ້ອງໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນຸນ, ກົດໝາຍ, ໃຫ້ມີລັກສະນະວິທະຍາສາດ. ພ້ອມດຽວກັນນີ້, ໄດ້ມີການປະກອບຄໍາຄິດຄໍາເຫັນ ເພື່ອໃຫ້ເນື້ອໃນສົມບູນ, ເຂົ້າໃຈຕໍ່ວຽກງານດັ່ງກ່າວຢ່າງຈະແຈ້ງ ແລະ ເລິກເຊິ່ງ.  

ພ້ອມດຽວກັນນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ເຈົ້າແຂວງໆ ຊຽງຂວາງຕື່ມອີກ.

info@lfnd.org.la | 021 213754 | (856-21) 453191