ສູນກາງແນວລາວສ້າງຊາດ

Lao Front For National Development

ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ ຂອງສູນກາງສະຫະພັນແມ່ຍິງລາວ

ວັນທີ 21 ກຸມພາ 2020 ນີ້, ສະຫະພັນແມ່ຍິງສູນກາງແນວລາວສ້າງຊາດ ( ສນຊ ) ໄດ້ເປີດກອງປະຊຸມເຜີຍແຜ່ມະຕິກອງປະ ຊຸມຄົບຄະນະບໍລິຫານງານ ຂອງສູນກາງສະຫະພັນແມ່ຍິງລາວ, ໂດຍການເປັນປະທານຂອງທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະພັກ ສນຊ, ຫົວໜ້າກົມກວດກາ, , ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ, ມີບັນດາຄະນະປະທານສະຫະພັນແມ່ຍິງຕະຫຼອດຮອດສະມາຊິກແມ່ຍິງ ສນຊ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນ. ສີພະຈັນ ນັນທະວົງສາ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝ VII; ບົດສັງລວມຫຍໍ້ການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ, ພ້ອມກັນນັ້ນ ຍັງໄດ້ຮັງຟັງບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ວຽກງານ 3 ດີ ປະຈໍາປີ 2019 ແລະ ທິດທາງແຜນການໃນຕໍ່ໜ້າ, ຜ່ານແຜນການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ 14 ຂອງສະຫະພັນແມ່ຍິງ ສນຊ ແລະ ການແບ່ງວຽກໃຫ້ຄະນະສະຫະພັນແມ່ຍິງ ສນຊ, ບົດສະຫຼຸບວຽກງານກອງທຶນຊ່ວຍເຫຼືອເຊິງກັນ ແລະ ກັນຂອງສະຫະພັນແມ່ຍິງ ສນຊ. ພ້ອມກັນນີ້, ຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຂອງເອື້ອຍນ້ອງແມ່ ຍິງຕື່ມອີກ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານສະຫະພັນແມ່ຍິງ ສນຊ ເຊິ່ງທ່ານໄດ້ເນັ້ນຫຼາຍບັນຫາທີ່ສໍາຄັນເປັນຕົ້ນແບບແຜນວິທີເຮັດວຽກຂອງເອື້ອຍນ້ອງແມ່ຍິງໃຫ້ເອົາໃຈກວດກາຄືນວຽກທີ່ໄດ້ຮັບການມອບໝາຍເປັນຕົ້ນ ວຽກງານວິຊາສະເພາະຂອງແຕ່ລະຄົນທີ່ເປັນສະ ມາຊິກແມ່ຍຍິງ, ການປະຕິບັດຫຼັກການລວມສູນປະຊາທິປະໄຕ, ກ້າຕັດສິນວຽກງານ ແລະ ກ້າປະກອບ ຄໍາຄິດຄໍາເຫັນ, ໃຫ້ມີການສະຫຼຸບປະຈໍາເດືອນ, ປະຈໍາ 3 ເດືອນ ແລະ ປະຈໍາ 6 ເດືອນ, ເອົາ ໃຈໃສ່ ດໍາເນີນຊີວິດການເມືອງ ແລະ ເສຍເງິນສະຕິ; ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນປີ 2020 ໃຫ້ປະກົດຜົນເປັນຈິງ.

info@lfnd.org.la | 021 213754 | (856-21) 453191