ສູນກາງແນວລາວສ້າງຊາດ

Lao Front For National Development

ເຜີຍແຜ່ມະຕິ 108 ວ່າດ້ວຍວຽກງານແນວໂຮມ ແລະ ວຽກມະຫາຊົນຂອງພັກໃນໄລຍະໃໝ່

ສູນກາງແນວລາວສ້າງຊາດ ຮ່ວມກັບ ຄະນະໂຄສະນາ-ອົບຮົມ ສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ມະຕິ 108 ວ່າດ້ວຍວຽກງານແນວໂຮມ ແລະ ວຽກມະຫາຊົນຂອງພັກໃນໄລຍະໃໝ່; ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ທ່ານ ປອ ໄຊສົມພອນ ພົມ ວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມຮັບຟັງມີ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍຄະນະພັກກະຊວງ, ອົງ ການທຽບເທົ່າ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມທີ່ຄະນະໂຄສະນາອົບຮົມ ສູນກາງພັກ ໃນຕອນບ່າຍວັນທີ 09 ກໍ ລະກົດ 2020 ນີ້.

ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງເນື້ອໃນສຳຄັນຂອງມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ທີ່ປ່ຽນແທນມະຕິ 05/ກມສພ, ເຊິ່ງໃນມະຕິ 05/ກມສພ ໄດ້ເວົ້າ ກ່ຽວກັບ ວຽກງານມະຫາຊົນ ຂອງພັກຢ່າງດຽວ, ແຕ່ໃນມະຕິ 108/ກພສມ ໄດ້ປັບປຸງເປັນມະຕິ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນ ຂອງພັກໃນໄລຍະໃຫມ່ (ເພີ່ມວຽກງານແນວໂຮມໃສ່).  ເຊິ່ງມະຕິ 05/ກມສພ ໄດ້ກຳນົດ 4 ທັດສະ ນະ ແລະ ມະຕິ 108/ກມສພ ກໍໄດ້ກຳນົດ 4 ທັດສະນະເຫມືອນກັນ ແຕ່ເປັນລະບົບໂລຊິກທີ່ດີກ່ວາ ແລະ ຢັ້ງຢືນ ທີ່ຕັ້ງ, ບົດບາດ, ຫນ້າທີ່ວຽກງານຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຈ້ງກ່ວາເກົ່າ. ເຊິ່ງທ່ານປະທານ ສນຊ ໄດ້ຍົກໃຫ້ຮູ້ວ່າ: ທັດສະນະທີ 1 ໃນມະຕິ 108/ກມສພ ເນື້ອໃນສ່ວນໃຫຍ່ຍັງຄ້າຍຄື ກັບທັດສະນະທີ 1 ໃນມະຕິ 05/ກມສພ, ແຕ່ໄດ້ກໍານົດແຈ້ງຕື່ມວ່າ ພາລະກິດປະຕິວັດ ພາຍໃຕ້ການນຳພາຂອງພັກ (ຕື່ມໃສ່ໃຫມ່), ໄດ້ໃຫ້ນິຍາມຊັດເຈນ ກ່ຽວກັບວຽກງານມະຫາຊົນຂອງພັກ ແລະ ໄດ້ຕື່ມ ຄໍາວ່າ ໃຫ້ປະຊາຊົນໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດ ແລະ ຕິດຕາມ, ກວດ ກາ. ທັດສະນະທີ 2 ພັກເຮົາໄດ້ຢືນຢັນວ່າ :“ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເປັນສ່ວນປະກອບສຳຄັນທີ່ຕັດແຍກບໍ່ໄດ້ ໃນລະບົບການເມືອງປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວເປັນແກນນຳ”. ເປັນເນື້ອໃນໃຫມ່ ທີ່ໃນມະຕິ 05/ກມສພ ບໍ່ໄດ້ເວົ້າເຖິງ. ນອກນັ້ນ, ພັກເຮົາຍັງກໍານົດແຈ້ງເປັນນິຍາມ ຫຼື ລັກສະນະ, ຄວາມຫມາຍຂອງແຕ່ລະອົງການຈັດຕັ້ງ ເຊັ່ນ: ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂອງພັກ ແລະ ບັນດາການຈັດຕັ້ງສັງຄົມເປີດກ້ວາງ. ທັດສະນະທີ 3 ພັກເຮົາໄດ້ກໍານົດແຈ້ງກ່ຽວກັບບົດບາດ ແລະ ຫນ້າທີ່ ຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນ ແລະ ອົງການຈັດຕັ້ງສັງຄົມເປີດກ້ວາງ.ເນື້ອໃນດັ່ງກ່າວເປັນ ເນື້ອໃນໃຫມ່, ບໍ່ມີໃນມະຕິ 05/ກມສພ ແລະ ທັດສະ ນະທີ 4 ຂໍ້ນີ້ ມີອັນຄ້າຍຄືກັບທັດສະນະທີ 4 ໃນມະຕິ 05/ກມສພ  ທີ່ເວົ້າວ່າ: ວຽກງານມະຫາຊົນ ແມ່ນຄວາມຮັບ ຜິດຊອບຂອງພັກ, ຂອງລັດ ແລະ ຂອງບັນດາອົງການຈັດຕັ້ງມະຫາຊົນ.​ ອັນແຕກຕ່າງ ແມ່ນໃນມະຕິນີ້ ໄດ້ຕື່ມ ຄໍາວ່າ ວຽກງານແນວໂຮມ ເຂົ້າໃຫມ່, ເຊິ່ງແມ່ນຄວາມຮັບຜິດຊອບຂອງ ທົ່ວພັກ, ທົ່ວລັດ, ແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນ. ສໍາລັບທິດທາງຕົ້ນຕໍວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເຊິ່ງໃນມະຕິ 05/ກມສພ ໄດ້ກຳນົດ 3 ທິດທາງການປ່ຽນແປງໃຫມ່ວຽກງານມະຫາຊົນ ຄື: (1) ປ່ຽນແປງໃຫມ່ຮູບການຈັດຕັ້ງ, ເນື້ອໃນ ແລະ ວິທີການເຄື່ອນ ໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ; (2) ປ່ຽນແປງໃຫມ່ວິທີນຳພາຂອງພັກຕໍ່ວຽກງານມະຫາຊົນ; (3) ເພີ່ມທະວີວຽກງານມະຫາຊົນຂອງອົງການລັດ  ແຕ່ມະຕິ 108/ກມສພ ໄດ້ກໍານົດ 8 ທິດທາງ ແລະ ວຽກງານຈຸດສຸມ ໃນມະຕິ 108/ກມສພ ໄດ້ວາງອອກ 6 ວຽກງານຈຸດສຸມ. ການຈັດຕັ້ງເຊື່ອມຊຶມມະຕິ 108/ກມສພ ແນ່ໃສ່ໃຫ້ຄະນະພັກ ຄະນະນໍາຂອງທຸກກະຊວງ-ອົງການທີ່ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຢ່າງເປັນທາງການ.

 

 

 

info@lfnd.org.la | 021 213754 | (856-21) 453191