ພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70ປີ (13 ສິງຫາ 1950-13 ສິງຫາ 2020) ຢູ່ເມືອງງາ ແຂວງອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 8 ກັນຍາ 2020 ນີ້ ທີ່ສະໂມສອນຂອງເມືອງ. ເປັນກຽດເຂົ້າຮ່ວມມີ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ, ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດ ແຂວງອຸດົມໄຊ, ມີທ່ານ ນາງ ມະນີຈັນ ວິໄລຈິດ ເລຂາພັກເມືອງ ເຈົ້າເມືອງງາ, ມີການນຳຂອງເມືອງ, ອາວຸໂສບຳນານ, ຜູ້ຊົງຄຸນວຸດທິ, ພະນັກງານລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມ.



