ສູນກາງແນວລາວສ້າງຊາດ

Lao Front For National Development

ເມືອງແປກແຂວງຊຽງຂວາງ ປະກາດຮັບຮອງເປັນບ້ານສາມັກຄີປອງດອງ

ໃນວັນທີ 15 ທັນວາ 2020 ນີ້ ຢູ່ທີ່ຫ້ອງການບ້ານສີເມືອງ ເມືອງແປກແຂວງຊຽງຂວາງ ໄດ້ຈັດພິທີປະກາດຮັບຮອງເອົາບ້ານສີເມືອງ ເປັນບ້ານບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂກ້ ທຳມະວົງ ເລຂາພັກບ້ານສີເມືອງ, ເປັນກຽດເຂົ້າຮ່ວມພິທີໂດຍ ທ່ານ ເພັດສະຫມອນ ດວງປະເສີດ ຮອງປະທານແນວລາວສ້າງຊາດແຂວງ, ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ເຖົ້າແກ້ແນວໂຮມ, ຜູ້ຊົມຄຸນວຸດທິ, ຜູ້ຊົງຄຸນວຸດທິຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີ່ທ່ານ ຄຳໂກ້ ທຳມະວົງ ເລຂາພັກບ້ານຂື້ນກ່າວເປີດພິທີຢ່າງເປັນທາງການ, ຈາກນັ້ນທ່ານ ຄຳສີງ ກອງສີລາ ປະທານແນວໂຮມບ້ານ ຂື້ນຜ່ານບົດສະຫລຸບໃນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ຫນ້າ. ໂດຍທ່ານໄດ້ຍົກໃຫ້ເຫັນໃນໄລຍະຜ່ານມາ ຄະນະພັກອຳນາກການປົກຄອງບ້ານຕະຫລອດຮອດຊາວບ້ານ ໄດ້ພ້ອມກັນນຳເອົາບັນດານິຕິກຳທີ່ກ່ຽວຂ້ອງມາຈັດຕັ້ງຜັນຂະຫຍາຍຈົນໄດ້ຮັບຜົນສຳເລັດ ໂດຍສະເພາະແມ່ນວຽກງານຂະບວນການສ້າງສາຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ບ້ານສີເມືອງລວມມີ 18 ຄອບຄົວ ຜ່ານຕາມມາດຕະຖານທີ່ສູນກາງແນວລາວສ້າງຊາດ ວາງອອກໄດ້18 ຄອບຄົວເທົ່າກັບ100%. ຈາກນັ້ນ, ໃນພິທີໄດ້ຜ່ານຂໍຕົກລົງວ່າດ້ວຍການຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ.

ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງຄຳໂອ້ລົມ ຂອງທ່ານ ຮອງປະທານແນວລາວສ້າງຊາດແຂວງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດບັນດາຫນ້າວຽກຕ່າງໆ ໂດຍສະເພາະແມ່ນວຽກບ້ານສາມັກຄີປອງດອງ ຈົນໄດ້ຮັບຜົນສຳເລັດ ແລະ ໄດ້ປະກາດເປັນບ້ານສາມັກຄີປອງດອງ, ທ່ານຍັງໄດ້ແນະນຳໃຫ້ຄະນະພັກອຳນາດການປົກຄອງບ້ານ ຈົ່ງພ້ອມກັນຮັກສາຄວາມສາມັກຄີນີ້ເອົາໄວ້ໃຫ້ຢືນຍົງຕະຫລອດໄປ, ສ້າງຄວາມສາມັກຄີບັນດາເຜົ່າກໍ່ຄືບ້ານອ້ອມຂ້າງໃຫ້ກວ້າງຂວາງຍີ່ງໆຂື້ນ, ແຕ່ລະຄອບຄົວຕ້ອງມີຄວາມຕື່ນຕົວທາງດ້ານການເມືອງ, ສຶກສາອົບຮົມລູກຫຼານ ເຄື່ອນໄຫວໃຫ້ຖືກຕ້ອງຕາມລະລະບຽງກົດຫມາຍບ້ານເມືອງ, ຕິ່ຖອຍປະກົດການຫຍໍ້ທໍ້ຕ່າງໆ ທີ່ສົ່ງຜົນກະທົບໃຫ້ແກ່ການພັດທະນາ, ພ້ອມກັນຮັກສາມູນເຊື້ອຂອງຄອບຄົວ ແລະບ້ານສາມັກຄີປອງດອງ ໃນປີຕໍ່ໆໄປເພື່ອນຳໄປຜັນຂະຫຍາຍໃຫ້ກາຍເປັນເມືອງສາມັກຄີປອງດອງໃນຕໍ່ຫນ້າ.

info@lfnd.org.la | 021 213754 | (856-21) 453191