ສູນກາງແນວລາວສ້າງຊາດ

Lao Front For National Development

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວສູນທອນພົດ ໃນງານໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ໃນຕອນເຊົ້າວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວສູນທອນພົດ ໃນພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ໂດຍມີເນື້ອໃນດັ່ງນີ້:

ມື້ນີ້, ສູນກາງພັກ, ລັດຖະບານ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນ ຈັດຕັ້ງພິທີ ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 70 ປີ ພໍດີ. ປີນີ້ຊຶ່ງເປັນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ເປັນປີແຫ່ງການສືບຕໍ່ ປຸກລະດົມຂະບວນການ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະ ຫລອງບັນດາວັນ ປະຫວັດສາດສຳຄັນ ຂອງຊາດຂອງພັກ, ສ້າງຂະບວນການວຽກງານຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງຢ່າງຟົດຟື້ນ.

ການຈັດຕັ້ງພິທີສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃນມື້ນີ້ແມ່ນການຫວນຄືນມູນເຊື້ອ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປະຕິບັດ ພາລະກິດປະຕິວັດຊາດ ປະຊາທິ ປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການລະນຶກເຖິງ ວິລະກຳລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງ ບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍ ສະຫລະ ເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດ ໃນໄລຍະຜ່ານມາ.

ສູນກາງພັກ ແລະ ລັດ ແຫ່ງ ສປປ ລາວ ມີຄວາມປິຕິຊົມຊື່ນຍິນດີ ແລະ ຕີລາຄາສູງ ທີ່ເຫັນວ່າໃນຕະຫລອດໄລຍະ 70 ປີທີ່ຜ່ານມາ ອົງການ​ແນວ​ລາວ​ສ້າງ​ຊາດ​ຂັ້ນ​ຕ່າງໆ​ໃນ​ທົ່ວ​ປະເທດ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ຢ່າງ​ເຕີບ​ໃຫຍ່​ເຂັ້ມແຂງ​ນັບ​ທັງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ​ກໍ​ຄື​ໃນ​ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ສ້າງສາ​ປະເທດ​ຊາດ​ໃນ​ໄລຍະ​ໃໝ່ ສະ ແດງ​ຄວາມ​ຍ້ອງຍໍ​ສັນ ລະເສີນ​ຕໍ່​ອົງການ​ແນວ​ລາວ​ສ້າງ​ຊາດ​ຂັ້ນ​ຕ່າງໆ ພີ່ນ້ອງ​ຮ່ວມ​ຊາດ​ທຸກ​ຊົນເຜົ່າ ທຸກ​ຊັ້ນ​ຄົນ ເພດ​-​ໄວ ໃນ​ທົ່ວ​ປະເທດ​ທີ່​ໄດ້​ເຊີດ​ຊູ​ນ້ຳໃຈ​ຮັກ​ຊາດ ຮັກ​ລະບອບ​ໃໝ່ ສາມັກຄີ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ ແລະ ລັດ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ ອຸທິດ​ສະຕິປັນຍາ ກຳລັງວັງຊາ ເສຍ​ສະຫຼະ​ທຸກ​ສິ່ງ​ທຸກ​ຢ່າງ ເພື່ອ​ຜົນ​ປະ ໂຫຍດ​ລວມ​ຂອງ​ປະເທດ​ຊາດ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ແລະ ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້​ແນວ​ລາວ​ສ້າງ​ຊາດ​ຂັ້ນ​ຕ່າງໆ​ໃນ​ທົ່ວ​ປະເທດ ຈົ່ງ​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ສະຫງ່າ​ງາມ​ໃນ​ຕະຫຼອດ​ໄລຍະ 70 ປີຜ່ານມາ ອອກ​ແຮງ​ເຄື່ອນ​ໄຫວ​ຢ່າງ​ຫ້າວຫັນ​ຕາມ​ພາລະ​ບົດບາດ ແລະ ໜ້າທີ່​ການເມືອງ​ທີ່​ພັກ​ມອບ​ໝາຍ​ໃຫ້ ໃນ​ນັ້ນ​ຕ້ອງ​ເອົາໃຈ ໃສ່​ຍົກ​ສູງ​ຄັນ​ທຸງ​ເຕົ້າໂຮມ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ບົນ​ພື້ນຖານ​ພັນ​ຕະ​ພາບ ກຳ​ມະ​ກອນ​-​ຊາວ​ກະສິກອນ ແລະ ນັກ ຮຽນ​ຮູ້​ປັນຍາ​ຊົນ​ປະຕິວັດ​ທີ່​ເປັນ​ຫຼັກ​ແຫຼ່ງ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ພ້ອມ​ທັງ​ສຶກສາ​ອົບຮົມ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ຮັບ​ຮູ້​ເຂົ້າ ໃຈ​ຢ່າງ​ຖືກຕ້ອງ​ບັນດາແນວ ທາງ​ນະໂຍບາຍ ແລະ ລະບຽບ​ ກົດໝາຍ​ຂອງ​ລັດ.

 

 

info@lfnd.org.la | 021 213754 | (856-21) 453191