ສູນກາງແນວລາວສ້າງຊາດ

Lao Front For National Development

ແຂວງອຸດົມໄຊ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ຕອນເຊົ້າວັນທີ 30 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ແນວລາວສ້າງຊາດແຂວງອຸດົມໄຊ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70ປີ ( 13 ສິງຫາ 1950 ຫາ 13 ສິງຫາ 2020 ) ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ປ.ອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ. ມີການນໍາແຂວງ, ພະນັກງານອາວຸໂສປະຕິວັດ, ຜູ້ຊົງຄຸນວຸດທິ, ພຣະສົງ, ນັກຮົບແຂ່ງຂັນ,ສອງກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕົວແທນຊົນເຜົ່າ, ສາສະໜາ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດນັກຮຽນຮູ້ປັນຍາຊົນອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ວັນນາ ແກ້ວສັນຕິ ປະທານແນວລາວສ້າງຊາດແຂວງ ໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດແຂວງ ແລະ ມູນເຊື້ອ, ຜົນງານຂອງແນວລາວສ້າງຊາດຕະຫຼອດໄລຍະ 70 ປີ ຜ່ານມາ. ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ໃຫ້ກຽດຂຶ້ນກ່າວປາໄສໃນພິທີໂຮມຊຸຸມນຸມວ່າ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ70 ປີ ແມ່ນການຫວນຄື່ນປະຫວັດ ມູນເຊື້ອ, ຜົນງານການກຳເນີດ, ເຕີບໃຫ່ຍຂະຫຍາຍຕົວຂອງອົງການແນວລາວສ້າງຊາດແຫ່ງຊາດລາວແຕ່ລະສະໄໝ ແລະ ການເຄື່ອນໄຫວຂອງບັນດາບັນພະບູລຸດ, ການນຳປະຕິວັດທີ່ໄດ້ອຸທິດເພື່ອພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ. ເປັນການລະນຶກເຖິງວິລະກຳລໍ້າເລີດ, ຄຸນງາມຄວາມດີຂອງບຸກຄົນ ແລະ ການຈັດຕັ້ງ, ບັນດາທ່ານຜູ້ນຳທີ່ຮັກຊາດ, ນັກຮົບປະຕິວັດ, ຜູ້ຊົງຄຸນວຸດທິ, ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະລະເລືອດເນື້ອເພື່ອຊາດ ເພື່ອພາລະກິດປະຕິວັດຕະຫຼອດໃນໄລຍະຜ່ານມາ.
ຕະຫຼອດໄລຍະ 45 ປີຜ່ານມາ ແນວລາວສ້າງຊາດແຂວງອຸດົມໄຊ ແມ່ນໜຶ່ງໃນການເຄື່ອນໄຫວ, ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ, ໂດຍຖືເອົາການຊຸກຍູ້ ແລະ ເຂົ້າຮ່ວມທຸກການຈັດຕັ້ງພັກ, ອົງການປົກຄອງຂັ້ນຕ່າງໆຂອງລັດ, ການຈັດຕັ້ງສັງຄົມ, ຊຸກຍູ້ ແລະ ເຂົ້າຮ່ວມຂະບວນການກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ສຶກສາອົບຮົມປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ສາສະໜາ ແລະ ເພດ-ໄວ ໃຫ້ມີຄວາມຮັບຮູ້-ເຂົ້າໃຈ, ຕື່ນຕົວເຂົ້າຮ່ວມການແກ້ໄຂຄວາມທຸກຍາກ ໂດຍຕິດພັນການຜະລິດເປັນສິນຄ້າ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເປັນກ້າວໆ, ແນວລາວສ້າງຊາດແຂວງແຕ່ລະຂັ້ນ ໄດ້ຮັບການປັບປຸງທາງດ້ານເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວນັບມື້ນັບດີຂຶ້ນ, ເອົາໃຈໃສ່ໃນການປະສານສົມທົບອັງຈັດຕັ້ງພັກ-ລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ຊຸກຍູ້ການຈັ້ດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການພົວພັນຮ່ວມມື ແລະ ປະຕິບັດແນວທາງການທູດປະຊາຊົນ ໂດຍສະເພາະແມ່ນສາມັກຄີກັບແນວໂຮມປະເທດເພື່ອນມິດຍຸດທະສາດ ເພື່ອແລກປ່ຽນບົດຮຽນ, ການຊ່ວຍເຫຼືອ ແລະ ການຮ່ວມອົງການຈັດຕັ້ງສາກົນ.
ໃນພິທີ ດັ່ງກ່າວໄດ້ມີການມອບໃບຍ້ອງຍໍຂອງປະທານແນວລາວສ້າງຊາດແຂວງ, ປະທານສູນກາງແນວລາວສ້າງຊາດ, ໂອກາດນີ້ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ແກ່ ການຈັດຕັ້ງ, ກົມກອງ, ການນຳແຂວງ, ອາດີດການນຳແນວລາວສ້າງຊາດ, ກຳມະການແນວລາວສ້າງຊາດແຂວງ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງງານແນວລາວສ້າງຊາດໃນໄລຍະຜ່ານມາຕື່ມອີກ.
     
info@lfnd.org.la | 021 213754 | (856-21) 453191