ສູນກາງແນວລາວສ້າງຊາດ

Lao Front For National Development

ແນວລາວສ້າງຊາດເມືອງຮ້ຽມສຳເລັດກອງປະຊຸມໃຫຍ່ຄັ້ງທີ VII

ວັນ​ທີ 12 ມິ​ຖຸ​ນາ 2020 ນີ້ ແນວລາວສ້າງຊາດເມືອງຮ້ຽມ ແຂວງຫົວພັນ ໄດ້​ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ພາຍຫຼັງ​ການດຳເນີນເປັນເວລາ 1 ວັນເຕັມ ຢູ່ທີ່ສະໂມສອນ​ໃຫຍ່ຂອງເມືອງ ໂດຍການເປັນປະທານຂອງທ່ານ ​ສອນ​ໄຈ ຮ້ຽມ​ມີ​ວັນ ປະທານແນວລາວສ້າງຊາດເມືອງ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ພູວຽງ ອິນທະວົງ​ທຳ ຮອງປະທານແນວລາວສ້າງຊາດແຂວງ ທ່ານ ​ປອ ບຸນ​ວິ​ໄຊ ກົງ​ປະ​ລີ ເລຂາພັກເມືອງ ເຈົ້າເມືອງ​ຮ້ຽມ ມີບັນດາທ່ານ ກຳມະການແນວລາວສ້າງຊາດເມືອງ ທີ່ເປັນຕົວແທນໃຫ້ແກ່ບັນດາຊັ້ນຄົນ, ຊົນເຜົ່າ, ສາສະໜາ ທຸກເພດໄວ ​ອາ​ດີດ​ການ​ນຳ​ຂອງ​ເມືອງ ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ ຕະຫຼອດຮອດບັນດາທ່ານຫົວໜ້າ ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສອນ​ເພັງ ຄຳ​ມະ​ວັນ ຄະນະປະຈຳພັກເມືອງ ຮັກສາການປະທານແນວລາວສ້າງຊາດເມືອງ ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ. ເມືອງ​ຮ້ຽມ​ຕັ້ງ​ຢູ່​ທິດ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຫົວ​ພັນ ຫ່າງ​ຈາກ​ເທດ​ສະ​ບານ​ແຂວງ 150 ກິ​ໂລ​ແມັດ ປະ​ກອບ​ມີ 35 ບ້ານ ມີ​ພົນ​ລະ​ເມືອງ​ທັງ​ໝົດ 13 ພັກວ່າ​ຄົນ, ຍິງ 6 ພັນ​ກວ່າ​ຄົນ ເຊິ່ງໃນໄລຍະ 5 ປີ ( 2015-2019 ) ຜ່ານມາ ແນວລາວສ້າງຊາດເມືອງ ມີ​ກຳ​ມະ​ການ​ແນວ​ເມືອງ​ທັງ​ໝົດ 23 ທ່ານ, ຍິງ 3 ທ່ານ ໄດ້ເອົາໃຈໃສ່ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ ເວົ້າສະເພາະ ພັດທະນາເມືອງຮ້ຽ​ມໃຫ້ ມີຄວາມເຂັ້ມແຂງທາງດ້ານການເມືອງແນວຄິດ, ສັງຄົມມີຄວາມສະຫງົບ ເປັນລະບຽບ ຮຽບຮ້ອຍ ມີຄວາມສາມັກຄີ ​ປອງດອງສະແດງອອກ: ໄດ້ນຳເອົາແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ ແຕ່ລະໄລຍະ ລົງເຜີຍແຜ່ສຶກສາອົບຮົມ ກນ​ເມືອງ​ແນວ​ຄິດ ໃຫ້ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຂົ້າຮ່ວມໄກ່ວເກ່ຍປະ ກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນພາຍໃນເມືອງຕົກໄປດ້ວຍດີ, ຊຸກຍູ້ປະຊາຊົນເຂົ້າຮ່ວມປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນແມ່ນ: ຂະບວນການສ້າງບ້ານສາທາລະນະສຸກ, ບ້ານວັດທະນະທຳ, ບ້ານພັດທະນາ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ 18 ບ້ານ ກວມເອົາ 51% ຂອງບ້ານທັງໝົດ, ຊຸກຍູ້ປະຊາຊົນບັນດາເຜົ່າປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສະເພາະແມ່ນໄດ້ຮ່ວມມືກັບບໍລິສັດ ຊິງ​ຕາ ສົ່ງ​ເສີມ​ກະ​ສິ​ກຳ​ຈຳ​ກັດ​ຜູ້​ດຽວ ໃນ​ການ​ປູກ​ໝາກ​ແໜ່ງກວາງ​ຕຸງ ສາຍ​ພັນ​ປັບ​ປຸງ​ໃໝ່, ຊຸກ​ຍູ້​ປະ​ຊາ​ຊົນ​ປູກ​ຜັກ​ເຮືອ​ນ​ຮົ່ມ​ສະ​ໜອງ​ໃຫ້​ແກ່​ຕະຫຼາດ​ເມືອງ, ແຂວງ. ສຳລັບທິດທາງແຜນການໃນ 5 ປີຕໍ່ໜ້າ ຈະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນ    ແໜ້ນໜາ ເຮັດໃຫ້ເມືອງມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ປຸກລະດົມປະຊາ ຊົນເຮັດການຜະລິດກະສິກຳເປັນສິນຄ້າດ້ວຍຫຼາຍຮູບການໃຫ້ນັບມື້ຫຼາຍຂື້ນ ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ. ສຸມໃສ່ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆຢ່າງຕັ້ງໜ້າເປັນຕົ້ນແມ່ນ: ບັນຫາສາສະໜາ, ບັນຫາຢາເສບຕິດ ແລະ ອື່ນໆ.

ຜູ້ແທນກອງປະຊຸມໄດ້ ປະຊາມະຕິຮັບຮອງເອົາ ກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ຈຳນວນ 27 ທ່ານ, ຍິງ 6 ທ່ານ. ໃນນີ້ຮັບຮອງເອົາ ທ່ານ ສອນ​ເພັງ ​ຄຳ​ມະ​ວັນ, ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ, ຮັບຮອງເອົາ ທ່ານ ຄຳ​ແພງ ແສງ​ຄຳ​ສັນ ແລະ ທ່ານ ​ບຸນ​ສ​ອນ ຫົກ​ຄຳ​ເພັງ ເປັນຮອງປະທານແນວລາວສ້າງຊາດເມືອງ, ຮັບຮອງເອົາ ຄະນະທີ່ປຶກສາຂອງແນວລາວສ້າງຊາດເມືອງຈຳນວນ 5 ທ່ານ, ຜູ້ຊົງຄຸນວຸດທິ ຈຳນວນ 5 ທ່ານ, ຄະ​ນະ​ປະ​ຈຳ​ແນວ​ລາວ​ສ້າງ​ຊາດ​ເມືອງ ຈຳ​ນວນ 5 ທ່ານ.

ຕອນ​ທ້າຍກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ​ຮອງ​ປະ​ທານ​ແນວ​ລາວ​ສ້າ​ງຊາດ​ແຂວງ​ເຊິ່ງ​ກ່ອນ​ອື່ນ​ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ຄະ​ນະ​ກຳ​ມະ​ການ​ແນວ​ລາວ​ສ້າງ​ຊາດ​ເມືອງ​ຍາດ​ມາ​ໄດ້​ໃນ​ໄລ​ຍະ 5 ປີ ຜ່ານມາ ແລະ ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ແນວ​ລາວ​ສ້າງ​ຊາດ​ເມືອ​ງ​ຊຸດ​ໃໝ່​ຈົ່ງ​ພ້ອມ​ກັນ​ສຸ​ມ​ໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດ​​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນ​ໜາ ໂດຍ​ສະ​ເພາ​ະ​ແມ່ນຜູ້​ຊົງ​ຄຸນ​ວຸດ​ທິ​ຕ້ອງ​ເປັນ​ແບບ​ຢ່າງ ແລະ ນຳ​ພາ​ລູກຫຼານ​ປະ​ຕິ​ບັດ​ແນວ​ທາງ​ຂອງ​ພັກ ລະ​ບຽບ​ກົດ​ໝາຍ​, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລັດໃຫ້​ເປັນ​ຂະ​ບວນ​ການ​ຟົດ​ຟື້ນ, ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ພັດ​ທະ​ນາ, ຂະ​ບວນ​ການ​ສ້າງ​ຄອບ​ຄົວ ແລະ ບ້ານ​ສາ​ມັກ​ຄີ​ປອງດອງ​ໃຫ້​ເລິກ​ເຊິ່ງກວ້າງ​ຂວາງ, ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ແລະ ​ແບບ​ແຜນ​ວິ​ທີ​ກາ​ນ​ນຳ​ພາ​ຂອງ​ຄະ​ນະ​ແນວ​ລາວ​ສ້າງ​ຊາດ​ແຕ່​ລະ​ຂັ້ນໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ ສາ​ມາດ​ເຄື່ອນ​ໄຫວ​ຕາມ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ່​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ.

info@lfnd.org.la | 021 213754 | (856-21) 453191