ຕອນແລງ ວັນທີ 26 ສິງຫາ 2020 ນີ້ ແນວລາວສ້າງຊາດແຂວງຫົວພັນ ແລະ ບັນດາເມືອງພາຍໃນແຂວງ ຈັດກອງປະຊຸມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂື້ນ ຢູ່ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ ໂດຍການເປັນປະທານຂອງທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີບັນດາທ່ານຮອງປະທານ, ຫົວໜ້າຂະແໜງການແນວລາວສ້າງຊາດແຂວງ, ປະທານ-ຮອງປະທານແນວລາວສ້າງຊາດເມືອງ 10 ເມືອງທົ່ວແຂວງ ເຂົ້າຮ່ວມ.

