ພິທີປະເມີນຜົນງານການ ຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ແລະ ຕິດພັນກັບຄັດເລຶອກຜົນງານຂອງບຸກຄົນ, ກົມກອງລວມໝູ່ ປະຈຳປີ 2020 ຂອງແນວລາວສ້າງຊາດ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2020 ນີ້ ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ, ໂດຍການເປັນປະທານຂອງທ່ານ ດາລີວັນ ພູສະຫວັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງບໍ່ແກ້ວ, ມີຄະນະຮັບຜິດຊອບການປະເມີນຂັ້ນແຂວງ ຕາງໜ້າຈາກພະແນກພາຍໃນແຂວງ, ຄະນະຈັດຕັ້ງແຂວງ , ກວດກາພັກ-ລັດແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນ ແນວລາວສ້າງຊາດແຂວງ ເຂົ້າຮ່ວມ.

