ພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປິ(ວັນທີ 13 ສິງຫາ 1950–13 ສິງຫາ 2021) ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2021 ນີ້ ຢູ່ສະໂມສອນຂອງເມືອງບຸນເໜືອ ແຂວງຜົ້ງສາລີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ, ທ່ານ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ, ຄະນະກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ, ທ່ານ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆບຸນເໜືອ, ມີບັນຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຄະນະກໍາມະການແນວລາວສ້າງຊາດເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງບັນຊາການ ປກສ-ປກສ, ພະນັກງານອາວຸໂສບໍານານ, ຜູ້ຊົງຄຸນວຸດທິ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.
ໃນພິທີ, ທ່ານ ທອງສະຫວັນ ທຳມະວົງ ກໍ່ໄດ້ຂຶ້ນເລົ່າມູນເຊື້ອ ແລະ ການກໍາເນິດເຕີບໃຫ່ຍ ຂອງແນວລາວສ້າງຊາດ ເຊິ່ງທ່ານໃຫ້ຮູ້ວ່າ: ອົງການແນວລາວສ້າງຊາດ ໄດ້ມີຕົ້ນກໍາເນິດ ແລະ ເຕີບໃຫ່ຍຂະຫຍາຍຕົວຂຶ້ນທ່າມກາງສົງຄາມສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຍຶດຄອງເອົາຫົວເມືອງຂຶ້ນແຕ່ປະຊາຊົນລາວບັນດາເຜົ່າ ບໍ່ຍອມຈຳນົນ ບໍ່ຍອມເປັນຄ້ອຍຄ້າມ້າຕ້າງໃຫ້ແກ່ພວກເຂົາ ຈິງໄດ້ພາກັນລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກສັກດີນາ ແລະ ຈັກກະພັດຕ່າງດ້າວໃນແຕ່ລະໄລຍະຢ່າງລຽນຕິດເປັນຕົ້ນແມ່ນຂະບວນການຕໍ່ສູ້ພາຍໃຕ້ການນໍາພາຂອງພໍ່ກະດວດ, ອົງແກ້ວອົງກົມມະດໍາ, ເຈົ້າຟ້າປັດໃຈ ແລະ ຂະບວນການຕໍ່ສູ້ອື່ນໆ ແຕ່ຂະບວກການຕໍ່ສູ້ນັ້ນລ້ວນແຕ່ຖືກປາບປາມຍ້ອນບໍ່ທັນມີທິດສະດີປະຕິວັດ, ບໍ່ທັນມີພາກປະຕິວັດນໍາພາຢ່າງຖືກຕ້ອງ ແລະ ການຈັດຕັ້ງແນວໂຮມຢ່າງກ້ວາງຂວາງ, ອົງການແນວລາວສ້າງຊາດສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ ປີ 1950 ໄລຍະທີ 1 ເອີ້ນວ່າ ແນວລາວອິດສະຫຼະ, ໄລຍະທີ 2 ເອີ້ນວ່າ ແນວລາວຮັກຊາດ ແລະ ໄລຍະທີ 3 ເອີ້ນວ່າ ແນວລາວສ້າງຊາດ, ມາຮອດປັດຈຸບັນນັບແຕ່ໄດ້ມີການສ້າງຕັ້ງອົງການແນວລາວສ້າງສ້າງຊາດຢ່າງເປັນຮູບປະທໍາໂດຍພາຍໃຕ້ການຊີ້ນໍາຂອງພັກ ອົງການແນວລາວສ້າງຊາດໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າຢ່າງກ້ວາງຂວາງ ເຮັດໃຫ້ການຕໍ່ສູ້ດ້ານອາວຸດ ແລະ ຕໍ່ສູ້ດ້ານການເມືອງ ຂອງກໍາລັງປະຕິວັດລາວ ໄດ້ຮັບໄຊຊະນະຢ່າງເນື່ອງນິດລຽນຕິດຈົນກ້າວມາເຖິງໄດ້ຮັບໄຊຊະນະອັນໃຫ່ຍຫຼວງ ແລະ ສາມາດປົດປ່ອຍປະເທດຊາດຢ່າງສົມບູນໃນວັນ 2 ທັນວາ ປິ 1975. ນອກຈາກນັ້ນມາຮອດປັດຈຸບັນອົງການແນວລາວສ້າງຊາດຍັງສືບຕໍ່ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໃຫ້ເປັນປຶກແຜ່ນແໜ້ນໜາ ເຂົ້າຮ່ວມທຸກຂະບວນການທີ່ສຳຄັນຂອງຊາດ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນພິທີຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III ແລະ ຫຼຽນກາແຮງງານໃຫ້ພະນັກງານລັດຖະກອນ ຂອງແນວລາວສ້າງຊາດ ທີ່ມີຜົນງານດີເດັ່ນປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນວຽກງານແນວລາວສ້າງຊາດ ຕະຫຼອດໄລຍະ 10 ປີ 2010-2020 ເຊີງປະດັບໂດຍ ທ່ານ ຄຳຜອຍ ວັນນະສານ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະຜ່ານມາ.