ສູນກາງແນວລາວສ້າງຊາດ

Lao Front For National Development

ແນວລາວສ້າງຊາດ ແຂວງເຊກອງດຳເນີນກອງປະຊຸມໃຫຍ່ຄັ້ງທີ VII

 

ແນວລາວສ້າງຊາດແຂວງເຊກອງ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຮາກຖານ ຢູ່ ໂດຍການເປັນປະທານຂອງສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ, ຜູ້ຊີ້ນຳວຽກພັກ- ພະນັກງານ ແລະການເມືອງ-ແນວຄິດ, ມີເລຂາ-ຮອງເລຂາໜ່ວຍພັກ, ບັນດາແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານອາວຸໂສບຳນານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ ລວມຈຳນວນທັງໝົດ 26 ສະຫາຍ, ຍິງ 11 ສະຫາຍ ໃນວັນທີ 23 ກໍລະກົດ 2021 ນີ້, ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ.

ກອງປະຊຸມຄັ້ງນີ້ ສະຫາຍ ນາງ ລັດດາວຽງ ພັນທະນາໄລ ຮອງເລຂາໜ່ວຍພັກຮາກຖານແນວລາວສ້າງຊາດແຂວງ, ໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໃນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ (2016-2020) ມີຜົນສຳເລັດຫຼາຍດ້ານໃນການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ, ເຊິ່ງຍາມໃດຄະນະໜ່ວຍພັກແມ່ນໄດ້ເອົາ ໃຈໃສ່ຢ່າງໃກ້ຊິດໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານ, ເຕົ້າໂຮມ ແລະກໍ່ສ້າງກ້ອນກຳລັງສາມັກຄີປອງດອງຂອງປະຊາຊົນລາວບັນດາຜົ່າ, ໄດ້ນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັງຂອງພັກ, ລະບຽບກົດໝາຍຂອງລັດ, ນິຕິກຳກ່ຽວກັບການສ້າງຂະບວນການຄອບຄົວ ແລະບ້ານສາມັກຄີປອງດອງຂອງແນວລາວສ້າງຊາດໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ແກ່ປະຊາຊົນບັນດາຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວໃຫ້ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃນຊີວິດຕົວຈິງ, ທັງເປັນການສ້າງເງືອນໄຂສຳຄັນໃຫ້ແກ່ທ້ອງຖິ່ນມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ຮັກສາໄດ້ຄວາມສາມັກຄີທີເປັນມູນເຊື້ອ.

ພ້ອມດຽວນີ້, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ໂດຍມີຜູ້ສະໝັກໃນການເລືອກຕັ້ງຄັ້ງນີ້ມີຈຳນວນ 5 ສະຫາຍ; ຍິງ 1 ສະຫາຍ ແລະເລືອກເອົາ 3 ສະຫາຍ, ເຊິ່ງມີຜູ້ໃຊ້ສິດໃນການປ່ອນບັດທັງໝົດຈຳນວນ 13 ສະຫາຍ; ຍິງ 8 ສະຫາຍ, ໂດຍຜ່ານການປ່ອນບັດເລືອກຕັ້ງບົນພື້ນຖານປະຊາທິປະໄຕ ແລະສອດຄ່ອງ, ຖືກຕ້ອງຕາມລະບຽບການຂອງພັກໄດ້ວາງອອກ, ກອງປະຊຸມໄດ້ເຫັນດີເລືອກເອົາສະຫາຍ ນາງ ບຸນຮຽງ ບຸນຈິດ ເປັນເລຂາໜ່ວຍພັກ, ສະຫາຍ ວົງດາໄລ ທັດບົວລະພາ ເປັນຮອງເລຂາໜ່ວຍພັກ ແລະສະຫາຍ ດາລາສັກ ພັນ ທະນາໄລ ເປັນກຳມະການກວດກາໜ່ວຍພັກ.

ໂອກາດນີ້ ສະຫາຍ ນາງ ຈັນຫອມ ມະຫາໄຊ ໄດ້ໂອ້ລົມ ເຊິ່ງສະຫາຍໄດ້,ຕີລາຄາສູງຕໍ່ການຊີ້ນໍາໆພາຂອງຄະນະໜ່ວຍພັກຊຸດເກົ່າໄລຍະຜ່ານມາ ແລະຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ສືບຕໍ່ເສີມຂະຫຍາຍມຸນເຊື້ອຜົນງານທີ່ພົ້ນເດັ່ນ, ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະກໍຄືດ້ານການນຳພາການເມືອງ-ແນວຄິດດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະຕ້ານທຸກບັນຫາປະກົດການຫຍໍ້ທໍ້ຕ່າງໆ ພາຍໃນພັກໃຫ້ໝົດໄປ.

 

 

info@lfnd.org.la | 021 213754 | (856-21) 453191