ສູນກາງແນວລາວສ້າງຊາດ

Lao Front For National Development

ໃຊ້ສິດຂອງຕົນປ່ອນບັດເລືອກຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນວັນທີ 21 ກຸມພາ 2021 ນີ້, ທີ່ວັດສະພານທອງເໜືອ ມີບັນດາທ່ານຄະນະຮັບຜິດຊອບປ່ອນບັດ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ມີສິດປ່ອນບັດເຂົ້າຮ່ວມຢ່າງຄຶກຄື້ນ.
ທ່ານ ຮອງປະທານ ສນຊ ໄດ້ໃຫ້ສໍາພາດວ່າ: ມື້ນີ້ໄດ້ມີໂອກາດມາເຂົ້າຮ່ວມການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຖືວ່າເປັນຄັ້ງຍິງໃຫຍ່ ທີ່ສໍາຄັນທີ່ສຸດຂອງຊາດລາວເຮົາ ສະນັ້ນ ໃນຖານະທີ່ເປັນພົນລະເມືອງລາວຜູ້ໜຶ່ງ ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ສຸດ ທີ່ໄດ້ພາຄອບຄົວ ລູກຫຼານຂອງຕົນມາໃຊ້ສິດ ເພື່ອປ່ອນບັດເລືອກເອົາຜູ້ແທນເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ. ການເຂົ້າຮ່ວມປ່ອນບັດນີ້ແມ່ນການມາໃຊ້ສິດ, ພັນທະ, ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນດ້ວຍຕົນເອງ ໃນການເລືອກເຟັ້ນເອົາຜູ້ທີ່ມີມາດຖານ, ເງື່ອນໄຂ ພຽງພໍເຂົ້າໃນສະພາແຫ່ງຊາດ ເຊິ່ງເປັນຕົວແທນໃຫ້ແກ່ປະຊາຊົນລາວບັນດາເຜົ່າໃນການຄົ້ນຄວ້າ, ປຶກສາຫາລື, ຕົກລົງ, ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງຊາດກໍ່ຄືການປະຕິບັດບົດບາດຕິດຕາມ, ກວດກາການປະຕິບັດລະບຽບ, ກົດໝາຍ, ພັນທະໜ້າທີ່, ການຮັບຮອງລັດຖະທໍາມະນູນ ແລະ ກົດໝາຍ.
ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃນໂອກາດທີ່ມີຄວາມໝາຍສາມາດຄັນນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດຕໍ່ການເລືອກຕັ້ງຄັ້ງນີ້, ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້ທຸກປະການ.   
info@lfnd.org.la | 021 213754 | (856-21) 453191