ສູນກາງແນວລາວສ້າງຊາດ

Lao Front For National Development

ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ ເຊື່ອມຊຶມເອກະສານສຳຄັນຂອງ ພັກປະຊາຊົນປະຕິວັດລາວ

ໃນລະຫວ່າງ ວັນທີ 1-2 ກັນຍາ 2021 ນີ້, ທີ່ຫ້ອງປະຊຸມຊັ້ນ 4 ສູນກາງແນວລາວສ້າງຊາດ, ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ຈັດພິທີເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນ ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນກຽດເຜີຍແຜ່ ຂອງສະຫາຍ ໄທລໍ ຫວາເຊັ້ງ ເລຂາໜ່ວຍພັກ, ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກົມເຂົ້າຮ່ວມ.
ໂດຍປະຕິບັດຕາມແຈ້ງການຂອງຄະນະພັກ ສນຊ ສະບັບເລກທີ 04/ຄພ.ສນຊ ລົງວັນທີ 27 ສິງຫາ 2021 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກປະຊາຊົນ ປະຕິວັດລາວ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ຮັບຟັງການເຊື່ອມຊຶມເອກະສານທີ່ສໍາຄັນດັ່ງນີ້: ຄຳສັ່ງສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ້ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຄຳສັ່ງ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ້ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ບົດແນະນຳຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ, ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ການເຊື່ອມຊຶມຄັ້ງນີ້, ມີ 2 ເອກະສານທີ່ສໍາຄັນທີ່ເປັນວາລະແຫ່ງຊາດ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນສົນທະນາຢ່າງກົງໄປກົງມາຕໍ່ກັບບັນດາເນື້ອໃນເອກະສານດັ່ງກ່າວ.
ການເຊື່ອມຊຶມໃນຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນພາຍໃນກົມ ສາມາດຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບ 5 ເອກະສານດັ່ງກ່າວ, ໄດ້ກຳແໜ້ນ ແລະ ມີຄວາມເປັນເອກະພາບກັນທັງພາຍໃນກົມ ເພື່ອນຳໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມກັນນີ້, ສະຫາຍເລຂາໜ່ວຍພັກ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ມອບບັດສະມາຊິກພັກໃຫ້ແກ່ ສະມາຊິກພັກສົມບູນພາຍໃນ ໜ່ວຍພັກຂອງກົມ 3 ສະຫາຍຕື່ມອີກ.
ບກ: ໄພຈິດ ແກ້ວມະນີວົງ
ຂ່າວ+ພາບ: ລີ
info@lfnd.org.la | 021 213754 | (856-21) 453191