ສູນກາງແນວລາວສ້າງຊາດ

Lao Front For National Development

ໜ່ວຍພັກ ກົມສາສະໜາ ສນຊ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ໃນວັນທີ 25 ມິຖຸນາ 2021 ທີ່ຫ້ອງປະຊຸມຊັ້ນ 4 ຂອງສູນກາງແນວລາວສ້າງຊາດ(ສນຊ) ໜ່ວຍພັກກົມສາສະໜາ ສູນກາງແນວລາວສ້າງຊາດ ໄດ້ເຊຶ່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ. ເປັນກຽດເຜີຍແຜ່ຂອງ ສະຫາຍ ຄະນອງລິດ ສີສົມບູນ ຄະນະປະຈຳ, ເລຂາໜ່ວຍພັກ, ຫົວໜ້າກົມສາສະໜາ ສນຊ ແລະ ສະຫາຍ ບຸນທະວີ ພອນທະສິນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມສາສະໜາ; ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກົມເຂົ້າຮ່ວມ.

ພິທີເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານພາຍໃນກົມ ໄດ້ເຊື່ອມຊຶມ ແລະ ກຳແໜ້ນບັນດາເນື້ອໃນທີ່ສຳຄັນ ຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ປະກົດຜົນເປັນຈິງ.

info@lfnd.org.la | 021 213754 | (856-21) 453191