ສູນກາງແນວລາວສ້າງຊາດ

Lao Front For National Development

ໜ່ວຍພັກ ຫ້ອງການ ສນຊ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ໜ່ວຍພັກຫ້ອງການ ສູນກາງແນວລາວສ້າງຊາດ(ສນຊ) ຈັດພິທີເຊຶ່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ຂຶ້ນໃນວັນທີ 25 ມິຖຸນາ 2021 ທີ່ຫ້ອງປະຊຸມຂອງ ສນຊ. ເປັນກຽດເຜີຍແຜ່ໂດຍ ສະຫາຍ ຈັນເພັງ ສຸດທິວົງ ຄະນະປະຈຳ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ສນຊ; ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການເຂົ້າຮ່ວມ.

ການເຊຶ່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນຄັ້ງນີ້ ສະຫາຍ ຈັນເພັງ ສຸດທິວົງ ໄດ້ຍົກໃຫ້ເຫັນບັນດາເນື້ອໃນທີ່ສຳຄັນທີ່ຕ້ອງກຳແໜ້ນ ເປັນຕົ້ນແມ່ນໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໃນໄລຍະ 5 ປີຜ່ານມາ ແລະ ວຽງການຈຸດສຸມທີ່ຕ້ອງໄດ້ເອົາໃຈໃສ່ກຳແໜ້ນ ເພື່ອຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ.

ພິທີເຜີຍແຜ່ເຊຶ່ອມຊຶມໃນຄັ້ງນີ້ ເພື່ອໃຫ້ສະມາຊີກພັກ ແລະ ພະນັກງານລັດຖະກອນ ຫ້ອງການ ຂອງສູນກາງແນວລາວສ້າງຊາດ ໄດ້ຮັບຮູ້-ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂົງເຂດວຽກງານແນວລາວສ້າງຊາດ ໃຫ້ສາມາດຍົກລະດັບຄຸນນະພາບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ດີຂຶ້ນ ເຮັດໃຫ້ວຽກງານໄດ້ຮັບຜົນສຳເລັດຫຼາຍຂຶ້ນກວ່າເກົ່າ.

info@lfnd.org.la | 021 213754 | (856-21) 453191