ສູນກາງແນວລາວສ້າງຊາດ

Lao Front For National Development

 
ສະຫວັນນະເຂດ ສືບຕໍ່ໂຄສະນາ ສັກຢາວັກຊິນປ້ອງກັນໂຄວິດ-19
ໃນລະຫວ່າງວັນທີ 13-14 ກັນຍາ 2022 ນີ້, ທ່ານ ນາງ ນິນລະພາ ພົມມະຈັນ ວິຊາການຕາງໜ້າສູນສື່ສານເພື່ອສຸຂະພາບ ພ້ອມດ້ວຍຄະນະສື່ມວນຊົນຈາກພາກສ່ວນຕ່າງໆ ໄດ້ລົງຕິດຕາມເກັບກໍາຂໍ້ມູນ ແລະ ຊຸກຍູ້ຂະບວນການປຸກລະດົມໂຄສະນາການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ທີ່ພະແນກສາທາລະນະສຸກແຂວງ ສະຫວັນນະເຂດ ໂດຍເປັນກຽດຕ້ອນຮັບຂອງທ່ານ ນາງ ເກດສະພອນ ຍາດຕິວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານວິຊາການ ແລະ ພະນັກງານແນວລາວສ້າງຊາດແຂວງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ເກດສະພອນ ຍາດຕິວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທົ່ວແຂວງສັກວັກຊິນເຂັມທີ 1 ໄດ້ 67,94%, ເຂັມ 2 ໄດ້ 59,05%, ເຂັມ 3 ໄດ້ 21,21%, ໃນນັ້ນ, ກຸ່ມອາຍຸ 6-11 ປີ ສັກເຂັມ 1 ໄດ້ 72.4%, ເຂັມ 2 ໄດ້ 53.8%, ກຸ່ມອາຍຸ 12-17 ປີ ສັກເຂັມ 1 ໄດ້ 76.8%, ເຂັມ 2 ໄດ້ 56.1%, ກຸ່ມຜູ້ອາຍຸສູງກວ່າ 12 ປີຂຶ້ນໄປ ສັກເຂັມ 1 ໄດ້77.7%, ເຂັມ 2 ໄດ້ 69.1% ພ້ອມກັນນີ້, ເພື່ອເປັນການສືບຕໍ່ໂຄສະນາ ແລະ ຊຸກຍູ້ຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມລະດັບ
ຄາດໝາຍ 80% ຂຶ້ນໄປ ໃນທ້າຍປີ 2022 ໃນຈຳນວນປະຊາກອນທັງໝົດ 1 ລ້ານກວ່າຄົນ ດັ່ງນັ້ນ, ທາງສາທາລະນະສຸກແຂວງ ໄດ້ຮັບການສະໜັບສະໜູນຈາກ ສູນສື່ສານເພື່ອສຸຂະພາບ ແລະ ອົງການອຸຍນີເຊັບ ໂດຍສະເພາະແມ່ນ ໂທລະໂຄ່ງ 12 ຊຸດ, ໄມລອຍ, ໂປເຈັກເຕີ 12 ໜ່ວຍ, ຂາຕັ້ງໂປເຈັກເຕີ 12 ອັນ ແລະ ເເມັມໂມລີ້ກາດ 12 ອັນ ໃຫ້ຜູ້ຮັບຜິດຊອບວຽກ ສຸຂະສຶກສາ ໃນ 12 ເມືອງ ຂອງແຂວງ ສະຫວັນນະເຂດ. ນອກຈາກນັ້ນ, ຄະນະໄດ້ເດີມທາງໄປເຮັດວຽກຢູ່ເມືອງຈໍາພອນ ແລະ ບ້ານ ດົງຄໍາໝື່ນ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສູນສື່ສານ ເພື່ອສະຂະພາບ ແລະ ອົງການຢູນີເຊັບ ເພື່ອສືບຕໍ່ໂຄສະນາໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຂະບວນການສັກຢາວັກຊິນປ້ອງກັນໂຄວິດ-19 ໃຫ້ຄົບຕາມມາດຖານເງື່ອນໄຂທີ່ວາງໄວ້.
info@lfnd.org.la | 021 213754 | (856-21) 453191