ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 8 ລ້ານກວ່າກີບ

ກຸ່ມບໍລິສັດ ມາລີນີ ຈຳກັດຜູ້ດຽວ  ໄດ້ນຳເອົາເສືອໂປໂລ ຈຳນວນ 100 ຜືນ ມູນຄ່າ 8,800,000 ກີບ ມາມອບໃຫ້ກົມໂຄສະນາ ສູນກາງແນວລາວສ້າງຊາດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານໂຄສະນາ ຂອງແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ III 5 ປີ(2016-2021) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນໄວໆນີ້.

ກ່າວມອບໂດຍທ່ານ ຄຳວົງ ໄຊປັນຍາ ຮອງປະທານບໍລິສັດມາລີນີ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ  ຮອງປະທານສູນກາງແນວລາວສ້າງຊາດ ໂດຍມີຄະນະກົມໂຄສະນາ ສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 23 ກຸມພາ 2021.

info@lfnd.org.la | 021 213754 | (856-21) 453191