ຄະນະກຳມະການແນວລາວສ້າງຊາດແຂວງຫຼວງພະບາງສົມທົບກັບຄະນະນຳຂອງແຂວງຈັດກອງບຸນຜ້າປ່າສາມັກຄີທົ່ວແຂວງປະຈຳປີ 2016. ໃນວັນທີ 21 ທັນວາ 2016 ຜ່ານມານີ້, ຄະນະກຳມະການແນວລາວສ້າງຊາດແຂວງຫຼວງພະບາງສົມທົບກັບຄະນະນຳຂອງແຂວງໄດ້ພ້ອມກັນຈັດກອງບຸນຜ້າປ່າສາມັກຄີທົ່ວແຂວງຫຼວງພະບາງຂຶ້ນໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ. ເປັນກຽດເຂົ້າຮ່ວມໃນພິທີແຫ່ກອງບຸນຜ້າປ່າສາມັກຄີມີທ່ານ ຄຳຂັນ ຈັນທະວີສຸກ, […]
