ສູນກາງແນວລາວສ້າງຊາດ

Lao Front For National Development

ໃນ​ຕອນເຊົ້າ​ວັນ​ທີ 1 ມິຖຸນາ 2020, ຢູ່​ທີ່​ຫໍ​ມູນເຊື້ອ​ຊາວ​ໜຸ່ມ​-​ເຍົາວະ​ຊົນ ບ້ານ​ດົງ​ໝາກຄາຍ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ, ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ໄດ້​ຈັດ​ກິດ​ຈະ​ກໍາ​ປູກ​ຕົ້ນໄມ້​ຢ່າງ​ເປັນ​ຂະບວນ​ຟົດຟື້ນ, ເນື່ອງ​ໃນ​ໂອກາດ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ, ວັນ ເດັກນ້ອຍ​ສາກົນ ແລະ ວັນ​ສິ່ງແວດລ້ອມ​ໂລກ 1 ມິຖຸນາ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ​ບັນດາ​ລັດຖະມົນຕີ, ທູຕານຸທູດ, ບັນດາ​ສະມາຊິກ​ຊາວໜຸ່ມ ແລະ ​ເຍົາວະ​ຊົນ ເຂົ້າ​ຮ່ວມ​ເປັນ​ຈໍາ​ນວນ​ຫຼາຍ.
ໃນ​ໂອກາດ​ນີ້, ທ່ານ ອາ​ລຸນ​ໄຊ ສູນ​ນະລາດ ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ  (ສຊປລ) ໄດ້​ມີ​ຄໍາ​ເຫັນ​ວ່າ: ກິດ​ຈະ​ກໍາ​ປູກ​ຕົ້ນໄມ້​ຄັ້ງ​ນີ້ ແມ່ນ​ການ​ຜັນ​ຂະຫຍາຍ​ແນວທາງ​ຂອງ​ພັກ ແລະ ລັດຖະບານ, ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ທີ່​ຕິດ​ພັນ​ກັບ​ເປົ້າ​ໝາຍ​ສະຫະ​ສະ​ວັດ  ທີ່​ຍືນ​ຍົງ​ສີຂຽວ ກໍ​ຄື​ແຜນ​ງານ​ຂອງ​ຊາວ​ໜຸ່ມ​ລາວ​ໃນ​ທົ່ວ​ປະເທດ​ກ່ຽວ​ກັບ​ຊາວ​ໜຸ່ມ​-​ເຍົາວະ​ຊົນ, ອະນຸຊົນ, ເດັກນ້ອຍ ແລະ ການ​ສ້າງ​ສິ່ງແວດລ້ອມ​ທີ່​ດີ ເຂົ້າ​ສູ່​ກິດ​ຈະ​ກໍາ​ຕົວ​ຈິງ, ພ້ອມ​ທັງ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ມີ​ພົບ​ປະ​ສົນທະນາ​ແລກປ່ຽນ​ບົດຮຽນ ໃນ​ການ​ດໍາ​ລົງ​ຊີວິດ ແລະ ສ້າງ​ແນວ​ຄິດ​ທີ່​ຖືກຕ້ອງ​ໃຫ້​ແກ່​ເດັກນ້ອຍ​ໃນ​ວັນ​ນີ້ ເພື່ອ​ໃຫ້​ເປັນ​ພົນລະເມືອງ​ດີ​ທີ່​ມີ​ຄຸນ​ນະ​ພາບ ເພາະ​ເດັກ​ໃນ​ວັນ​ນີ້ ກໍ​ຄື​ຜູ້​ໃຫຍ່​ໃນ​ວັນ​ໜ້າ ຊຶ່ງ​ເນື້ອ​ແທ້​ກໍ​ແມ່ນ​ການ​ລົງທຶນ​ໃສ່​ຊັບພະຍາກອນ​ມະນຸດ​ແຕ່​ຫົວທີ​ນັ້ນ​ເອງ.
ໃນ​ໂອກາດ​ນີ້, ທ່ານ ນາຍົກລັດຖະມົນຕີ ໄດ້​ໃຫ້​ກຽດ​ໂອ້​ລົມ​ຊີ້​ນໍາ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ ໜຸ່ມ​ປະຊາ ຊົນ​ປະຕິວັດ​ລາວ ກໍ​ຄື​ຊາວ​ໜຸ່ມ​ລາວ​ໃນ​ທົ່ວ​ປະເທດ ຈົ່ງ​ສືບຕໍ່​ເຊີດ​ຊູ​ນໍ້າ​ໃຈ​ຮັກ​ຊາດ, ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີ​ຂອງ​ຊາວ​ໜຸ່ມ​​ປະ​ຊາ​ຊົນ ປະຕິວັດ​ລາວ, ເອົາໃຈໃສ່​ຕັ້ງໜ້າ​ຝຶກ​ຝົນ​ຮໍ່າ​ຮຽນ ແລະ ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ຄົນ​ດີ, ມີ​ຄວາມ​ຮູ້​ຄວາມ​ສາມາດ ເພື່ອ​ໃຫ້​ກາຍ ເປັນ​ຜູ້​ສືບ​ທອດ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ໃນ​ອະນາ​ຄົດ.

info@lfnd.org.la | 021 213754 | (856-21) 453191