ພິທີມອບເຄື່ອງຊ່ວຍເຫຼືອ
ໃນ ວັນທີ 20 ຕຸລາ 2020 ນີ້, ພຣະອາຈານ ພົງສະຫວັນ ອານຸສິນ ຄະນະທີ່ປຶກສາວຽກງານສາສະໜາ ແລະຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມຂອງສູນກາງແນວລາວສ້າງຊາດ ໄດ້ຕາງຫນ້າໃຫ້ ທ່ານນາງ ພອນວິໄລ ແສນປະເສີດ ຄະນະທີ່ປຶກສາວຽກງານສາສະໜາ ແລະ ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ຂອງ ສນຊ ໄດ້ມອບຜ້າຫົ່ມກັນໜາວ ຈຳນວນ 100 ຜືນ ແລະ ດອກໄຟໂຊລ້າເຊວ 02 ຊຸດເປັນມູນຄ່າ 5.000.000 ກີບໃຫ້ແກ່ທ່ານ ສຈ.ດຣ ສົມອົກ ກິ່ງສະດາ ຮອງປະທານ ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບໃຫ້ປະຊາຊົນໃນເຂດທຸລະກັນດານທີ່ແຂວງ ຫົວພັນ ໃນໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ພຣະອາຈານ ພົງສະຫວັນ ອານຸສິນ ແລະ ທ່ານ ນ. ພອນວິໄລ ແສນປະເສີດ ທີ່ມີນໍ້າໃຈເອື້ອເພື້ອເພື່ອແຜ່ໃຫ້ການຊ່ວຍເຫຼືອຄັ້ງນີ້, ພວກເຮົາຈະນໍາໄປມອບຕໍ່ໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວ ໄດ້ຮັບໃຊ້ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານຕື່ມອີກ.
