ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສິສຸລິດ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ XI ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ມີ:
1.ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ພັນຄໍາ ວິພາວັນ
3. ສະຫາຍ ນາງ ປານີ ຢາທໍ່ຕູ້
4. ສະຫາຍ ປອ ບຸນທອງ ຈິດມະນີ
5. ສະຫາຍ ປອ ໄຊສົມພອນ ພົມວິຫານ
6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
7. ສະຫາຍ ປອ ຄໍາພັນ ພົມມະທັດ
8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
9. ສະຫາຍ ສອນໄຊ ສີພັນດອນ
10. ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ
11. ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ
12. ສະຫາຍ ນາງ ສີໃສ ລືເດດມູນສອນ
13. ສະຫາຍ ສະເຫຼີມໄຊ ກົມມະສິດ

ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ທ່ານ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ.

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ11 ປະກອບມີກໍາມະການສົມບູນສູນກາງພັກຈໍານວນ 71 ສະຫາຍ, ຍິງ 12 ສະຫາຍ, ກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.

info@lfnd.org.la | 021 213754 | (856-21) 453191