ກອງປະຊຸມຄະນະປະຈໍາ ສູນກາງແນວລາວສ້າງຊາດ ປະຈໍາໄຕມາດທີ I ປີ 2023 ໄດ້ໄຂຂຶ້ນໃນ ວັນທີ 7 ເມສາ 2023 ນີ້ ທີ່ສູນຝຶກອົບຮົມ ສນຊ ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ຄໍາໄຫລ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວງລາວສ້າງຊາດ, ບັນດາທ່ານຄະນະປະຈໍາ, ບັນດາທ່ານຮອງປະທານບໍ່ປະຈໍາ ສນຊ, ຫົວຫນ້າຄະນະ ທີ່ປຶກວຽກງານແນວລາວສ້າງຊາດ, ບັນດາທ່ານຫົວຫນ້າກົມກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ 8 ຫົວຂໍ້ສໍາຄັນຄື: ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານແນວໂຮມ ຂອງສູນ ກາງແນວລາວສ້າງຊາດ ໄຕມາດທີ I (ເດືອນ1-3) ແລະ ທິດທາງແຜນວຽກຈຸດສຸມໄຕມາດທີ II (4-6) ປີ 2023; ລາຍງານແຜນການຈັດສັນງົບປະມານເຄື່ອນໄຫວພາຍໃນ ສນຊ ປະຈໍາປີ 2023; ບົດລາຍງານຂອງຄະນະທີ່ປຶກສາວຽກ ງານຂົນຂວາຍປະຊາຊົນ; ຜ່ານຮ່າງມະຕິການມອບໂອນຄວາມຮັບຜິດຊອບໂຄງການກໍ່ສ້າງ ປ່າຊ້າສັກສິດ ໃຫ້ນະຄອນ ຫຼວງວຽງຈັນ; ການປັບປຸງວຽກຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ; ປຶກສາຫາລື ການເປີດຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາຂອງແນວລາສ້າງຊາດ; ແລະ ປຶກສາຫາລືການກະກຽມດໍາເນີນກອງປະຊຸມສໍາມະນາ ວິທະຍາສາດ ກ່ຽວກັບການສ້າງຕັ້ງສະມາຄົມຊາວກະສິກອນລາວ; ພ້ອມກັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບັນດາ 8 ຫົວຂໍ້ດັ່ງກ່າວ ແລະ ກອງປະຊຸມໄດ້ເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຕໍ່ຫນ້າ.
ບກ: ຜ.ບຸບຜາ
ຂ່າວ+ພາບ: ສຸວັນລີ