ສູນກາງແນວລາວສ້າງຊາດ

Lao Front For National Development

8 ໜ່ວຍພັກ ສນຊ ໄດ້ຮັບໃບຢັ້ງຢືນ

ບັນດາໜ່ວຍພັກອ້ອມຂ້າງສູນກາງແນວລາວສ້າງຊາດໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ເຊິ່ງພິທີມອບໃບຢັ້ງຢືນຈັດຂຶ້ນທີສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກ, ບັນດາສະຫາຍເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ວັນທີ 17 ມີນາ 2023.
ໃນພິທີໄດ້ຮັບຟັງບົດລະຫຼຸບຜົນງານຕະຫຼອດໄລຍະໜຶ່ງປີຜ່ານມາ ຂອງຄະນະພັກສູນກາງແນວລາວສ້າງຊາດ ສະເໜີໂດຍສະຫາຍ ຄຳຢາດ ຣາຊດາວົງ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສູນກາງແນວລາວສ້າງຊາດ ເຊິ່ງຕະຫຼອດໄລຍະໜຶ່ງປີຜ່ານມາຄະນະພັກສູນກາງແນວລາວສ້າງຊາດໄດ້ເອົາໃຈໃສ່ຊີ້ນຳ – ນຳພາຮອບດ້ານ ນຳພາແຕ່ລະໜ່ວຍພັກສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມຂັ້ນຕອນໂດຍມີການປະເມີນເປັນໄລຍະເຊິ່ງສາມາດຮັບຮອງ 8 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຄື: ໜ່ວຍພັກກົມຈັກຕັ້ງ-ພະນັກງານ, ໜ່ວຍພັກຫ້ອງການ, ໜ່ວຍພັກກົມກວດກາ, ໜ່ວຍພັກກົມໂຄສະນາ, ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ໜ່ວຍພັກກົມຊົນເຜົ່າ, ໜ່ວຍພັກກົມສາສະໜາ ແລະ ໜ່ວຍພັກສູນຝຶກອົບຮົມ. ພ້ອມກັນນີ້, ກໍ່ໄດ້ປະກາດການຈັດຕັ້ງເລືອນຕຳແໜ່ງບໍລິຫານຊັບຊ້ອນພະນັກ ງານຂັ້ນຮອງກົມ ແລະ ຂັ້ນພະແນກຈຳນວນໜຶ່ງ.
ໃນພິທີສະຫາຍ ຄຳໄຫຼ ສີປະເສີດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ບັນດາຜົນງານທີ່ແຕ່ໜ່ວຍພັກຍາດມາໄດ້ຕະຫຼອດໄລຍະໜຶ່ງປີຜ່ານມາກໍ່ຄືສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ພ້ອມກັນນີ້, ສະຫາຍໄດ້ເນັ້ນຕື່ມອີກວ່າ: ໃຫ້ແຕ່ລະໜ່ວຍ ພັກຈົ່ງສືບຕໍ່ ຮັກສາມູນເຊື້ອ ນາມມະຍົດ ໂດຍໄດ້ເນັ້ນການນຳພາເປັນຕົ້ນ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ດ້ານແບບແຜນວິທີນຳພາປະຕິບັດໜ້າທີການເມືອງ, ນຳພາອົງການຈັດຕັ້ງມະຫາຊົນ ແລະ ວຽກງານປ້ອງກັນພັກ-ພະນັກງານ.
ບກ: ແພງພັນ ຂ່າວ: ເລົ່າລໍ ພາບ: ດວງມະນີ
info@lfnd.org.la | 021 213754 | (856-21) 453191