ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ

ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ພະຍາດອັກເສບປອດສາຍພັນໃໝ່ (COVID-19) ໄດ້ລະບາດຢ່າງກ້ວາງຂວາງ, ຮ້າຍແຮງ ແລະ ແຜ່ລາມໄປຫຼາຍປະເທດໃນໂລກ ເຊິ່ງມັນໄດ້ສ້າງຄວາມເສຍຫາຍອັນຍິ່ງໃຫຍ່ຕໍ່ຊີວິດຂອງຄົນ ແລະ ສົ່ງຜົນສະທ້ອນຕໍ່ລະບົບເສດຖະກິດຂອງໂລກ ແລະ ພາກພື້ນ. ສໍາລັບຢູ່ ສປປ ລາວ ພັກ-ລັດຖະບານ ກໍ່ໄດ້ມີມາດຕະການຢ່າງເຂັ້ມງວດໃນການຄວບຄຸມ ແລະ ປ້ອງກັນ ໂດຍການປິດປະເທດ; ບັນດາເຈົ້າໜ້າທີ່ສະເພາະກິດ, ປກສ-ປກຊ ແລະ ແພດໝໍໄດ້ປະຕິບັດໜ້າທີ່ຂອງຕົນຕະຫລອດ 24 ຊົ່ວໂມງ. ເພື່ອເປັນຂັວນກໍາລັງໃຈ ແລະ ປະ ກອບສ່ວນຊ່ວຍເຫຼືອຕໍ່ການປະຕິບັດໜ້າທີ່ນັ້ນ ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ວີເລີບຢູ ນາໆຊາດ ( The international We Love You Foundation) ແລະ ບໍລິສັດ Olive tree ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຕ້ານ Covid – 19

ມອບໃຫ້ແກ່ກະຊວງສາທາລະນະສຸກ ເຊິ່ງແມ່ນ: ຢາ, ໜ້າກາກອະນາໄມ, ເຄື່ອງກວດເບົາຫວານ, ແຜ່ນກວດເບົາຫວານ, ເຄື່ອງອຸປະໂພກ ແລະ ອຸປະກອນການແພດອີກຈໍານວນໜຶ່ງ ລວມມູນຄ່າທັງໝົດ 1,163,940,000 ກີບ (122,520 ໂດລາ) ມອບໃຫ້ແກ່ກະຊວງສາທາລະນະສຸກ.
ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ 2020 ທີ່ ສູນກາງແນວລາວສ້າງຊາດ ໂດຍມີທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເປັນກຽດກ່າວມອບ ແລະ ກ່າວຮັບໂດຍ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງ ມີບັນດາທ່ານ ຮອງປະທານ ສນຊ, ຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້, ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ໄດ້ຕາງໜ້າໃຫ້ພະນັກງານແພດ-ໝໍ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຊ່ວຍເຫຼືອຂອງ ຄະນະນໍາສູນກາງແນວລາວສ້າງຊາດ ແລະ ມູນນິທິ ວີເລີບຢູ ໃນຄັ້ງນີ້ ເຊິ່ງອຸປະກອນດັ່ງກ່າວ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ມີການລະບາດເພີ່ມຂຶ້ນ ແລະ ໃຫ້ພະຍາດດັ່ງກ່າວຫຼຸດລົງໂດຍໄວ, ທານໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ເຄື່ອງຊ່ວຍເຫລືອຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

info@lfnd.org.la | 021 213754 | (856-21) 453191