ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສຳມະນາ ຫົວຂໍ້: ຄຳແນະນຳວ່າດ້ວຍການປະຕິບັດຮີດຄອງປະເພນີຂອງຊົນເຜົ່າມົ້ງ ຢູ່ ສປປ ລາວ

More

October 2, 2019 All Day

ເພື່ອອະນຸລັກ, ຮັກສາ ແລະ ເສີມຂະຫຍາຍ ຮີດຄອງປະເພນີ ວັດທະນະທຳອັນດີງາມ ຂອງຊົນເຜົ່າມົ້ງ; ເພື່ອເຮັດໃຫ້ປະຊາຊົນເຜົ່າມົ້ງຈັດຕັ້ງປະຕິບັດ ພິທີກຳທາງຮີດຄອງປະເພນີຢູ່ທ້ອງຖິ່ນຮາກຖານມີຄວາມຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ມີຄວາມເປັນເອກະພາບ ໃນທົ່ວປະເທດ ແລະ ເພື່ອຕ້ານບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດຮີດຄອງປະເພນີ. ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມສຳມະນາ ຫົວຂໍ້: ຄຳແນະນຳວ່າດ້ວຍການປະຕິບັດຮີດຄອງປະເພນີຂອງຊົນເຜົ່າມົ້ງ ຢູ່ ສປປລາວ, ຂຶ້ນໃນລະຫວ່າງວັນທີ 2-3 ຕຸລາ 2019 ນີ້ ທີ່ ສນຊ, ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຮອງປະທານ ສນຊ, ປະທານແນວລາວສ້າງຊາດບັນດາ ແຂວງພາກເໜືອ, ພາກກາງ, ນະຄອນຫຼວງວຽງຈັນ, ມີບັນດາທ່ານປະທານແນວລາວສ້າງຊາດເມືອງ ຂອງບັນດາແຂວງດັ່ງກ່າວ ແລະ ຜູ້ຊົງຄຸນວຸດທິຂອງຊົນເຜົ່າມົ້ງ ເຂົ້າຮ່ວມ.

ຈຸດປະສົງຕົ້ນຕໍ ຂອງກອງປະຊຸມຄັ້ງນີ້ ແມ່ນປຶກສາຫາລືໃສ່ຮ່າງຄຳແນະນຳ ໃນການປັບປຸງຮີດຄອງປະເພນີ ຂອງຊົນເຜົ່າມົ້ງ ເປັນຕົ້ນແມ່ນວັນເວລາຈັດງານບຸນກິນຈຽງ, ການສ້າງຄອບຄົວ(ແຕ່ງດອງ) ແລະ ງານສົບຂອງຊົນເຜົ່າມົ້ງ ໃຫ້ມີຄວາມເປັນເອກະພາບກັນ ຊຶ່ງກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ບັນດາຮີດຄອງປະເພນີດັ່ງກ່າວ. ກອງປະຊຸມໄດ້ສະຫຼຸບຕີລາຄາ ຕົກລົງເຫັນດີໃຫ້ຈັດງານບຸນກິນຈຽງໃສ່ເດືອນ 12 ສາກົນ ຂອງທຸກໆປີ ໝາຍຄວາມວ່າພາຍຫຼັງສະເຫຼີມສະຫຼອງວັນຊາດທີ 2 ທັນວາ.
ໂອກາດນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ມີບາງຄຳເຫັນເນັ້ນຕໍ່ບັນດາເນື້ອໃນດັ່ງກ່າວວ່າ: ງານບຸນກິນຈຽງແມ່ນປະເພນີສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ເຊິ່ງຈັດຂຶ້ນທຸກໆປີ ຂອງເດືອນ 12 ພສ ຕາມປະຕິທິນລາວ, ໂດຍກຳນົດເວລາ 3 ມື້, ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ບົນພື້ນຖານປະຢັດມັດທະຍັດ ແລະ ຖືໂອກາດນີ້ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ, ຮຽນຮູ້ມູນເຊື້ອ, ຮີດຄອງປະເພນີ, ວັດທະນະທຳອັນດີງາມ ຂອງເຜົ່າໃຫ້ຊາວໜຸ່ມ-ເຍົາວະຊົນ ໄດ້ຮັບຮູ້; ການສ້າງຄອບຄົວ ແມ່ນໃຫ້ຢຶດຖືກົດໝາຍການສ້າງຄອບຄົວ ເປັນຕົ້ນການສ້າງຄອບຄົວຜົວໜຶ່ງເມຍດຽວ ທີ່ມີອາຍຸກະສຽນ 18 ປີຂຶ້ນໄປ ໂດຍດຳເນີນຕາມຂັ້ນຕອນຂອງລະບຽບການສ້າງຄອບຄົວ, ບົນຈິດໃຈຄວາມເຂົ້າອົກເຂົ້າໃຈເປັນເອກະພາບຂອງສອງຝ່າຍ, ສຳລັບແມ່ຍິງທີ່ສ້າງຄອບຄົວແລ້ວ ແຕ່ບໍ່ສຸດກົກສຸດໄປ ໃຫ້ຜູ້ປົກຄອງເຮັດພິທີທາງປະເພນີຮັບກັບມາເປັນສະມາຊິກພາຍໃນຄອບຄົວຄືນ; ການເຊື່ອຖືໃຫ້ຕິດພັນກັບວິທະຍາສາດ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະລະບຽບການຂອງລັດ, ເວລາເຈັບເປັນໃຫ້ໄປປິ່ນປົວຕາມໂຮງໝໍ ແລະ ສຸກສາລາ; ການເສັນເຢົາ, ການດູມໍ ແລະ ອື່ນໆ ໃນແຕ່ລະຄັ້ງບໍ່ໃຫ້ຮຽກຮ້ອງເອົາຄ່າຕັ້ງຄາຍ, ບໍ່ໃຊ້ສັດຫຼາຍໂຕ ແລະ ບໍ່ໃຊ້ສັດຫຼາຍປະເພດ; ງານປົງສົບ ແລະ ສົ່ງສະການ ໃຫ້ປະຕິບັດຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ເປັນຕົ້ນກຳນົດສະຖານທີ່-ເວລາຄົບງັນ ແລະ ໃຫ້ຫຼີກລ້ຽງການເອົາໄປປະຊະຊາຍຕາມໃຈມັກຂອງລູກຫຼານ, ພີ່ນ້ອງ ແລະ ພິໃນກຳ ຂອງຜູ້ເສຍຊີວິດ ເພື່ອຮັບປະກັນຫຼັກອະນາໄມ ແລະ ສິ່ງແວດລ້ອມ.

info@lfnd.org.la | 021 213754 | (856-21) 453191