ໃນຕອນເຊົ້າວັນທີ 23 ຕຸລາ 2024 ສູນກາງແນວລາວສ້າງຊາດ ( ສນຊ ) ໄດ້ຈັດກອງປະຊຸມຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໃຫ້ກຽດເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມຶອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອປະທານ ສນຊ ຜູ້ຊີ້ນຳວຽກຊັ້ນຄົນ-ການຈັດຕັ້ງສັງຄົມ, ຈຸດປະສົງກອງປະຊຸມເພື່ອປຶກສາຫາລືແບ່ງຄວາມຮັບຜິດຊອບ, ຊີ້ນຳວາງແຜນວຽກງານ ແລະ ແຜນງົບປະມານຄົ້ນຄວ້າວິທະຍາສາດວຽກງານຜູ້ຊົງຄຸນວຸດທິ ເຊີ່ງມີການປະກອບຄຳເຫັນຢ່າງກົງໄປກົງມາຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຫຼັງຈາກນັ້ນທ່ານປະທານກອງປະຊຸມໄດ້ຊີ້ນຳໃນການປຸກລະດົມຂົນຂວາຍປະຊາຊົນ, ລະດົມການສະໜັບສະໜຸນງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ການຄົ້ນຄວ້າວິທະຍາສາດວຽກງານດັ່ງກ່າວ, ເພື່ອດຳເນີນການຈັດຕັ້ງປະຕິບັດໃນການຄົ້ນຄວ້າວາງໂຄງຮ່າງ ແລະ ປະກອບເນື້ອໃນບົດວິທະຍາສາດວຽກງານຜູ້ຊົງຄຸນວຸດທິຕາມຂອບເຂດແຜນການ ແລະ ເວລາ ທີ່ກຳນົດໄວ້.
ຂ່າວ+ພາບ: ລິຄິດ
ບກ: ກົງແກ້ວ



