ສູນກາງແນວລາວສ້າງຊາດ

Lao Front For National Development

ວິໄສທັດ ແຜນຍຸດທະສາດ

ວິໄສທັດ, ແຜນຍຸດທະສາດ, ທິດທາງຫນ້າທີ່ ແລະ ວຽກງານຈຸດສຸມ
ຂອງແນວລາວສ້າງຊາດແຕ່ນີ້ຮອດປີ 2020

 

ສະພາບແວດລ້ອມສາກົນ-ພາກພື້ນ ແລະ ພາຍໃນປະເທດ.

ໃນຊຸມປີຕໍ່ ຫນ້າ ສະພາບແວດລ້ອມສາກົນ, ພາກພື້ນ ຍັງຈະສືບຕໍ່ ຜັນແປຢ່າງສະຫລັບສັບຊ້ອນຊຶ່ງ ຄາດຄະເນໄດ້ຍາກ, ພວກອິດທິກຳລັງປໍລະປັກຍັງສວຍໃຊ້ບັນຫາຊົນເຜົ່າ, ສາສະຫນາ, ສິດທິມະນຸດ ແລະ ປະຊາທິປະໄຕເພື່ອແບ່ງແຍກຄວາມສາມັກຄີພາຍໃນ ຫັວງມ້າງເພລະບອບໃຫ່ມຂອງພວກເຮາ.

ເພື່ອເສີມຂະຫຍາຍຫມາກຜົນທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ, ອົງການແນວລາວສ້າງຊາດພວກເຮົາຕ້ອງກຳແຫນ້ນນະໂຍບາຍແນວໂຮມຂອງພັກ, ຊຶ່ງພັກເຮົາຢືນຢັນຢາງຫນັກແຫນ້ນວ່າ : ການເພີ່ມທະວີຄວາມ ສາມັກຄີປອງດອງບັນດາເຜົ່າ, ຊັ້ນຄົນ, ສາສະຫນາ ແລະ ເພດໄວພາຍໃຕ້ການນຳພາຂອງພັກ ແມ່ນມູນເຊື້ອອັນດີງາມ, ແມ່ນກຳລັງແຮງຊະນະເລີດ ແລະ ເປັນປັດໄຈຕັດສິນຊີ້ຂາດຕໍ່ ໄຊຊະນະຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂື້ນສູ່ຈຸດຫມາຍສັງຄົມນິຍົມ. ການເພີ່ມທະວີວຽກງານແນວໂຮມຂອງພັກ ແລະ ການຍົກສູງບົດບາດຂອງອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ ຢ່າງຖືກຕອງສອດຄອງໃນສະພາບການໃຫມ່ ຈຶ່ງເປັນຍຸດທະສາດສະເພາະຫນ້າ ແລະ ຍາວນານຂອງພັກເຮົາ; ບົນພື້ນ ຖານທັດສະນະດັ່ງກ່າວ ພວກເຮົາຕ້ອງກຳນົດຈະແຈ້ງ ແລະ ກຳ ແຫນ້ນວິໄສທັດ ຮອດປີ 2030 ແລະ ຍຸດທະສາດ 10 ປີ (2016-2025) ຂອງອົງການແນວລາວສ້າງຊາດ.

ວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດ 10 ປີຂອງອົງການແນວລາວສ້າງຊາດ :

ກ. ວິໄສທັດຮອດປີ 2030:

ຮອດປິ 2030 ປະເທດມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບດ້ານສັງຄົມ ແລະປະຊາຊົນມີຄວາມເປັນເອກະພາບກັນ. ອົງການແນວລາວສ້າງຊາດແຕ່ລະຂັ້ນເຕີບໃຫຍ່ຂະເຂັ້ມແຂງ, ເປັນ ອົງການສຳພັນທາງການເມືອງທີ່ກວ້າງຂວາງ, ເປັນພື້ນຖານການເມືອງທີ່ຫນັກແຫນ້ນ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງທົ່ວວົງຄະນາຍາດແຫ່ງຊາດ.

ຂ. ແຜນງານຍຸດທະສາດການພັດທະນາຂອງອົງການແນວລາວສ້າງຊາດ.

ໃນໄລຍະ 10 ປີຕໍ່ ຫນ້າ ຄື ແຕ່ປີ 2016 ຮອດ 2025 ອົງການແນວລາວສ້າງຊາດສູ້ຊົນປະຕິບັດ 6 ແຜນງານຍຸດທະສາດຕົ້ນຕໍ ດັ່ງນີ້ :

  • ແຜນງານທີ 1 : ສຶກສາອົບຮົມ, ເຕົ້າໂຮມ ແລະ ກໍ່ສ້າງກ້ອນກຳລັງສາມັກຄີປອງດອງທົ່ວວົງຄະນາຍາດແຫ່ງຊາດ;
  • ແຜນງານທີ 2 : ປະສານສົມທົບກັບພາຄີ ແລະ ພາກສວນຕ່າງໆ ຊູກຍູ້ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ;
  • ແຜນງານທີ 3 : ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເອກະລັກຂອງແຕ່ລະຊົນເຜົ່າ;
  • ແຜນງານທີ4 : ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການແນວລາວສ້າງຊາດແຕ່ລະຂັ້ນ;
  • ແຜນງານທີ5 : ພັດທະນາພື້ນຖານໂຄງລ່າງຂອງແນວລາວສ້າງຊາດ ແລະ ຫັນເປັນທັນສະໄຫມ;
  • ແຜນງານທີ 6 : ເພີ່ມທະວີການທູດປະຊາຊົນ.

ສຳລັບ 5 ປີຕໍ່ ຫນ້ານີ້, ຄະນະກຳມະການສູນກາງແນວລາວສ້າງຊາດຊຸດທີ X ກໍຄື ອົງການແນວລາວສາງຊາດທຸກຂັ້ນໃນທົວປະເທດຈະຕ້ອງເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີນຳຫນ້າຂອງຕົນ, ຕັ້ງຫນ້າປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ຂອງລັດຖະບານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ ແນວລາວສ້າງຊາດຢ່າງຫ້າວຫັນ ເພາະວ່າຊຸມປີ 2016- 2020 ແມ່ນບາດລ້ຽວທີ່ສຳຄັນທີ່ສຸດຄື ນຳພາປະເທດຊາດອອກຈາກສະຖານະພາບປະເທດດອຍພັດທະນາ.

 

ທິດທາງຫນ້າທີ່ລວມ ແລະ ຄາດຫມາຍສູ້ ຊົນຮອດປີ 2020.

ກ. ທິດທາງຫນ້າທີ່ລວມ.

  1. ອົງການແນວລາວສ້າງຊາດແຕ່ລະຂັ້ນເຄື່ອນໄຫວຕາມແນວທາງມະຫາຊົນຂອງພັກ,ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ, ອີງໃສ່ປະຊາຊົນເພື່ອປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ;
  2. ເພີ່ມທະວີຄວາມສາມັກຄີປອງດອງເປັນປືກແຜ່ນພາຍໃນຊາດ ບົນພື້ນຖານພັນທະພາບກຳມະກອນ, ຊາວກະສິກອນ ແລະ ປັນຍາຊົນ ເປັນຫລັກແຫລ່ງ ໂດຍການນຳພາຂອງພັກ;
  3. ເປັນເຈົ້າການສຶກສາອົບຮົມປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສ້າງບານໃຫຍ່ໃຫ້ ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ.
  4. ສືບຕໍ່ ຫັນລົງເຮັດວຽກຢູ່ ຮາກຖານ, ກຳແຫນ້ນປະຊາຊົນ, ກຳແຫນ້ນແນວຄິດຈິດໃຈ, ຄວາມມຸ້ງຫມາດ ປາຖະຫນາຂອງປະຊາຊົນ, ປະຕິບັດບົດບາດຕິດຕາມ-ກວດກາໃຫ້ມີປະສິດທິຜົນ.
  5. ເສີມຂະຫຍາຍບົດບາດເປັນໃຈກາງປະສານສົມທົບກັບບັນດາອົງການພາຄີ, ເຄື່ອນໄຫວຫລາຍສີສັນ, ປຶກສາຫາລືເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາກິດຈະກຳລວມ ທີ່ພັກ-ລັດວາງອອກ; ສືບຕໍ່ ຄົ້ນຄ້ວາຫັນເອົາບັນດາແຜນງານຈຸດສຸມໃຫ້ເປັນໂຄງການ ແລະ ກິດຈະກຳປະຕິບັດໃນແຕ່ລະໄລຍະຢ່າງແທດເຖິງ.

 

ຂ. ຄາດຫມາຍສູ່ຊົນຮອດປີ 2020.

ອີງໃສ່ຄາດຫມາຍທີ່ກອງປະຊຸມໃຫ່ຍຄັ້ງທີ X ຂອງພັກວາງອອກ, ພວກເຮົາຕ້ອງກຳແຫນ້ນ ແລະ ຖືວ່າອັນນັ້ນເປັນຄາດຫມາຍສູ້ຊົນລວມຂອງແນວລາວສາງຊາດ.

ກອງປະຊມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດໄດ້ສືບຕໍ່ ວາງຄາດຫມາຍສູ່ຊົນ ຄື : ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ; ປຸກລະດົມທຸກກຳລັງແຮງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາ, ຫັນທິດລົງຮາກຖານ, ກຳແຫນ້ນປະຊາຊົນ, ພົບປະໃກ້ຊິດສຶກສາອົບຮົມປະຊາຊົນ, ກຳໄດ້ ຄວາມມຸ່ງມາດປາຖະຫນາຂອງປະຊາຊົນ; ຍົກສູງຄຸນະພາບການເຄື່ອນໄວວຽກງານແນວລາວສ້າງຊາດເພື່ອຕອບສະຫນອງກັບຄວາມຮຽກ ຮ້ອງຕ້ອງການໃນໄລຍະໃຫມ່.

 

ວຽກງານຈຸດສຸມຕົ້ນຕໍ ຂອງແນວລາວສ້າງຊາດ ໃນໄລຍະປີ 2016-2020:

1. ວຽກງານການເມືອງ-ແນວຄິດ.

  • ສຶກສາອົບຮົມພະນັກງານ-ລັດຖະກອນ, ປະຊາຊົນທຸກຊົນເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ມີຄວາມເຊື່ອຫມັ້ນຕໍ່ ການນຳພາຂອງພັກ; ຍົກສູງສະຕິເອກະພາບ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂມແຂງດ້ວຍຕົນເອງໃຫ້ປະຊາຊນບັນດາເຜົ່າ.

2. ເພີ່ມທະວີການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ.

  • ສືບຕໍ່ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະຫນາ, ເພດ ໄວ ແລະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ທີ່ມີນຳໃຈຮັກຊາດໃຫ້ເປັນຈິດຫນຶ່ງໃຈດຽວ, ພ້ອມກັນປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ປະເທດເຮົາຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.

3. ປຸກລະດົມຂະບວນການທົ່ວສັງຄົມ.

  • ອົງການແນວລາວສ້າງຊາດປະສານສົມທົບກັບອົງການພາຄີໃນການປຸກລະດົມມະຫາຊົນເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກ 3 ສ້າງ; ເປັນຕົ້ນແມ່ນການສາງບ້ານສາມັກຄີ ແລະ ການປຸກລະດົມສ້າງກອງທຶນພັດທະນາຂັ້ນບ້ານໃຫ້ຂະຫຍາຍຕົວຢ່າງກ້ວາງຂວາງ ປະກອບສວນສ້າງບ້ານ ພັດທະນາ ແລະ ຂະບວນການອື່ນໆ.

4. ເຂົ້າຮ່ວມການປັບປຸງກໍ່ສ້າງພັກ ແລະ ອຳນາດລັດປະຊາທິປະໄຕປະຊາຊົນ:

  • ແນວລາວສ້າງຊາດແຕ່ລະຂັນຕ້ອງເສີມຂະຫຍາຍບົດບາດເປັນພື້ນຖານທາງການເມືອງຂອງ ອຳນາດລັດປະຊາທິປະໄຕປະຊາຊົນ, ປຸກລະດົມປະຊາຊົນເຂົ້າຮ່ວມການກໍ່ສ້າງລັດ, ກໍ່ ສ້າງອຳນາດການປົກຄອງໃຫ້ມີຄວາມປອດໃສເຂັ້ມແຂງ;
  • ຕິດຕາມ-ກວດກາຄວາມເປັນແບບຢ່າງໃນການດຳລົງຊີວິດຂອງສະມາສິກພັກ-ພະນັກງານ; ການ ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ; ຈັນຍາບັນໃນອາຊບຄວາມຊື່ສັດບໍລິສຸດ ຕໍ່ຊາດ ແລະ ປະຊາຊົນບັນດາເຜົ່າ; ຄວາມຕັ້ງຫນ້າໃນການປະຕິບັດກົດລະບຽບ, ກົດຫມາຍວ່າດ້ວຍແນວລາວສ້າງຊາດ, ກົດຫມາຍວ່າດ້ວຍການຕິດຕາມ-ກວດກາຂອງສະພາແຫ່ງຊາດ; ການປັບປຸງກົນໄກປະສານ ສົມທົບລະຫ່ວາງແນວລາວສ້າງຊາດ ກັບພັກ-ລັດ ແລະ ອົງການພາຄີອື່ນໆ.

5. ດຳເນີນວຽກງານການທູດປະຊາຊົນ.

  • ສືບຕໍ່ ການພົວພັນຮ່ວມມືກັບອົງການແນວໂຮມ ແລະ ບັນດາຄູ່ ຮ່ວມມືທີ່ກ່ຽວຂ້ອງຂອງປະເທດ ເພື່ອນມິດຍຸດທະສາດເຊັ່ນ: ສສ. ຫວຽດນາມ, ສປ. ຈີນ ແລະ ປະເທດເພື່ອນມດອື່ນໆ ດ້ວຍການແລກ ປ່ຽນຄະນະຜູ່ແທນ, ພົບປະແລກປ່ຽນບົດຮຽນວິຊາການ ນັບທັງສູນກາງແລະ ທ້ອງຖິ່ນ.
info@lfnd.org.la | 021 213754 | (856-21) 453191