ສູນກາງແນວລາວສ້າງຊາດ

Lao Front For National Development

ປະຫວັດແລະມູນເຊື້ອແນວລາວສ້າງຊາດ.

ປະຫວັດຄວາມເປັນມາ ແລະ ມູນເຊື້ອແນວລາວສ້າງຊາດ

ທີ່ຕັ້ງ, ພາລະບົດບາດ, ສິດ-ໜ້າທີ ຂອງແນວລາວສ້າງຊາດ

ຂໍ້ກຳນົດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ຄະນະກຳມະການສນຊ – ອີງຕາມ ກົດລະບຽບ ຂອງ ແນວລາວສ້າງຊາດ ທີ່ລະບຸ ໃນຫມວດ ທີ II ມາດຕາ 16 ວ່າດ້ວຍ ສິດ ແລະ ຫນ້າທີ່ ຂອງ ປະທານ, ຮອງປະທານ ຄະນະກຳມະການສູນກາງ ແນວລາວສ້າງຊາດ ກ່ຽວກັບການ ປັບປຸງ ຄຸ້ມຄອງ ກົງຈັກຊ່ວຍວຽກ ຂັ້ນຂອງຕົນ .

– ອີງຕາມ ການອະນຸມັດ ຂອງ ກົມການເມືອງ ສູນກາງພັກ ເລກທີ: 127/ຄລສພ, ລົງວັນທີ 22/12/1996 ວ່າດ້ວຍການແຕ່ງຕັ້ງຫົວຫນ້າຫ້ອງການ ແລະ ຫົວຫນ້າກົມຕ່າງໆ ໃນສຳນັກງານຄະນະກຳ ມະການສູນກາງແນວລາວສ້າງຊາດ .

ປະທານ ຄະນະກຳມະການ ສູນກາງແນວລາວສ້າງຊາດ ອອກຂໍ້ກໍານົດ:

  1. ໝວດທີ I ບົດບັນຍັດທົ່ວໄປ
    1. ມາດຕາ 1: ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງ ຫ້ອງການ ຄະນະກຳມະການສນຊ.
    2. ມາດຕາ 2: ທີ່ຕັ້ງ ຫ້ອງການຄະນະກຳມະການ ສູນກາງແນວລາວສ້າງຊາດ ຊຶ່ງຂຽນເປັນຕົວອັກສອນຫຍໍ້ວ່າ “ ຫກ.ສນຊ “ ສັງກັດໃນໂຄງປະກອບກົງຈັກ ຂອງຄະນະກຳມະການ ສູນກາງແນວລາວ ສ້າງຊາດ, ມີຖານະເທົ່າທຽມກັບບັນດາຫ້ອງການ, ອົງການຈັດຕັ້ງພັກ, ກະຊວງ ແລະ ອົງການ ທຽບເທົ່າ , ສຳນັກງານຕັ້ງຢູ່ ບ້ານສີສະເກດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
  2. ຫມວດທີ II ມາດຕາ 2 : ວ່າດ້ວຍພາລະບົດບາດ ຂອງຫ້ອງການ ຄະນະກຳມະການ ສູນກາງແນວລາວສ້າງຊາດ : ຫ້ອງການ ຄະນະກຳມະການ ສູນກາງແນວລາວສ້າງຊາດ ມີ ພາລະບົດບາດຄື:
    1. ເປັນເສນາທິການ ໃຫ້ ສູນກາງແນວລາວສ້າງຊາດ ໃນການຊ່ວຍປະທານ, ແລະຮອງປະທານ ໃນ ການ ປະຕິບັດວຽກງານຂອງ ສນຊ; ເກັບກຳສະພາບການຮອບດ້ານໃນທົ່ວປະເທດ, ອົງການ ແນວລາວສ້າງຊາດຂັ້ນຕ່າງໆ ແລະ ອົງການຈັດຕັ້ງພາຄີ, ປະສານງານ, ເລຂານຸການ, ພິທີການ, ບໍລິຫານ ແລະຄຸ້ມຄອງງົບປະມານ-ການເງິນ ແລະ ຊັບສິນຂອງ ສນຊ;
    2. ເປັນໃຈກາງ ໃຫ້ ສນຊ ໃນການສ້າງແຜນການລົງທຶນຂອງລັດ, ປະເມີນໂຄງການລົງທຶນຂອງລັດ ກ່ອນເອົາເຂົ້າແຜນ ແລະ ຕິດຕາມ-ປະເມີນຜົນ ພາຍຫຼັງໂຄງການຖືກຮັບຮອງ, ຄົ້ນຄ້ວາການ ສະເໜີດັດແກ້, ສະເລ່ຍທຶນ, ການໂຈະ, ອ່ວາຍທຶນ, ການຍົກເລີກໂຄງການລົງທຶນຂອງລັດ ທີ່ ຂຶ້ນກັບ ສນຊ;
    3. ຄົ້ນຄ້ວາບັນດາເອກະສານຕ່າງໆ, ສະເຫນີຄວາມຄິດຄວາມເຫັນ ກ່ຽວກັບ ການແກ້ໄຂ ບັນຫາ ເພື່ອບໍ່ໃຫ້ການນຳຕົກຢູ່ໃນສະພາບຖືກທ່າຮັບ; ຊຸກຍູ້ກວດກາ ຕາມການຊີ້ນຳ, ຊ່ວຍກະກຽມ ແລະ ຮຽບຮຽງເອກະສານ, ບົດປາໃສ, ມະຕິ, ຄຳສັ່ງ, ແຈ້ງການ, ຄຳເຈາະຈິ້ມ, ສູນທອນພົດ, ບົດປາໄສ ຂອງປະທານ-ຮອງປະທານ ສນຊ ຕາມການມອບຫມາຍ;
    4. ສັງລວມ ແລະ ສະຫຼຸບຕີລາຄາບັນຫາຕ່າງໆ ແລະ ແຜນດຳເນີນງານ ຂອງບັນດາພະແນກ ແລະ ກົມຕ່າງໆໃນແຕ່ລະໄລຍະແລ້ວລາຍງານ ໃຫ້ຄະນະນຳ ສນຊ ແລະລັດຖະບານໄດ້ຮັບຊາບເປັນ ປົກກະຕິ ພ້ອມທັງແຈ້ງໃຫ້ພາກສ່ວນ ຕ່າງໆໄດ້ຮັບຊາບ ເພື່ອສະດວກໃນການຕິດຕາມ ແລະມາ ຕິດຕໍ່ພົວພັນວຽກກັບສນຊ;
    5. ຄຸ້ມຄອງ, ສຳເນົາ ແລະເກັບມ້ຽນ ບັນດາເອກະສານນິຕິກຳທຸກປະເພດ ແລະເອກະສານຂາເຂົ້າ- ຂາອອກ ພ້ອມທັງປົກປັກຮັກສາຄວາມລັບແລະບໍ່ໃຫ້ເອກະສານມີການຕົກເຮ່ຍເສຍຫາຍ;
    6. ເປັນເລຂານຸການໃຫ້ຄະນະນຳຂອງ ສນຊ; ຫມວດທີ III ວ່າດ້ວຍ ຫນ້າທີ່ ແລະ ຂອບເຂດສິດ ຫ້ອງການ ຄະນະກຳມະການ ສູນກາງແນວລາວສ້າງຊາດ
  3. ມາດຕາ 3 : ຫ້ອງການ ຄະນະກຳມະການ ສູນກາງແນວລາວສ້າງຊາດ ມີຫນ້າທີ່ ດັ່ງນີ້ :
    1. ຊ່ວຍປະທານ ແລະຮອງປະທານ ສນຊ ໃນການປະຕິບັດວຽກງານການຄຸ້ມຄອງການເຄື່ອນ ໄຫວຂອງ ສນຊ ແລະປະຕິບັດໜ້າທີ່ຕາມການມອບໜາຍ;
    2. ປະສານສົມທົບວຽກງານລະຫວ່າງ:
  • ການນຳ ກັບບັນດາພະແນກ ແລະ ກົມ ທີ່ສັງກັດພາຍໃນ ສນຊ;
  • ສນຊ ກັບ ຫ້ອງວ່າການລັດຖະບານ, ສະພາ, ຫ້ອງການສູນກາງພັກ, ບັນດາກະຊວງຂະ ແໜງການ ແລະອົງການທຽບເທົ່າກະຊວງ, ອຳນາດການປົກຄອງທ້ອງຖິ່ນ ລວມທັງອົງການ ຈັດຕັ້ງ ແລະສະຖາບັນສາກົນຕ່າງໆຢູ່ ສປປ ລາວ ແລະຕ່າງປະເທດ ຕາມພາລະບົດບາດ ສນຊ;
  • ຄົ້ນຄ້ວາ ບັນດາເອກະສານຕ່າງໆ, ສັງລວມເນື້ອໃນສຳຄັນຕົ້ນຕໍ, ສະເໜີຄວາມເຫັນ, ແກ້ ໄຂຕາມ ການມອບໜາຍ ຂອງຂັ້ນເທິງ;
  • ຄົ້ນຄ້ວາ ແລະ ຮ່າງເອກະສານນິຕິກຳຕ່າງໆກ່ຽວກັບການຄຸ້ມຄອງການເຄື່ອນໄຫວຂອງ ສນຊ ແລະ ຕາມການມອບໜາຍຈາກຄະນະນຳ ສນຊ;
  • ກະກຽມ ແລະ ຮຽບຮຽງເອກະສານ, ຄວາມເຫັນ, ຄຳເຈາະຈິ້ມ, ສູນທອນພົດ, ບົດປາໄສ ຂອງປະທານ ແລະຮອງປະທານ ສນຊ ຕາມການມອບໜາຍ;
  • ຮັບ ແລະຈົດທະບຽນເອກະສານຂາເຂົ້າທຸກປະເພດທີ່ສົ່ງເຂົ້າມາຍັງ ສນຊ ແລ້ວແຈກຢາຍ ໃຫ້ບັນດາພະແນກ.
  • ສັງລວມເນື້ອໃນຕົ້ນຕໍຂອງເອກະສານທາງດ້ານເຕັກນິກ ວິຊາການ ແລະ ຫຼື ເປັນພາສາຕ່າງ ປະເທດ ຈາກພາກສ່ວນຕ່າງໆທັງພາຍໃນ ແລະ ພາຍນອກ ສນຊ ເພື່ອລາຍງານ ແລະ ຂໍ ທິດຊີ້ນຳ ຈາກຄະນະນຳ ສນຊ;
  • ຈົດລົງທະບຽນທຸກໆເອກະສານຂາອອກທີ່ໄດ້ຮັບສິດຊີ້ນຳຈາກຄະນະນຳ ແລະນຳສົ່ງແຈກ ຢາຍໃຫ້ພາກສ່ວນທີ່ກ່ຽວຂ້ອງ;
  • ຄຸ້ມຄອງ, ສຳເນົາ ແລະເກັບມ້ຽນບັນດາເອກະສານນິຕິກຳທຸກປະເພດ ແລະເອກະສານຂາ ເຂົ້າ-ຂາອອກ ພ້ອມທັງປົກປັກຮັກສາຄວາມລັບແລະບໍ່ໃຫ້ເອກະສານມີການຕົກເຮ່ຍເສຍ ຫາຍ;
  • ສັງລວມແຜນດຳເນີນງານຂອງບັນດາພະແນກ ແລະກົມໃນແຕ່ລະໄລຍະແລ້ວລາຍງານໃຫ້ ຄະນະນຳ ສນຊ ແລະລັດຖະບານ;
  • ສະຫຼຸບສັງລວມແລະຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານຂອງແຕ່ລະພາກສ່ວນພາຍໃນ ສນຊ ໃຫ້ການນຳ ສນຊ ໄດ້ຮັບຊາບຢ່າງເປັນປົກກະຕິ;
  • ເຮັດສະຫຼຸບລາຍງານສ່ອງແສງການເຄື່ອນໄຫວວຽກງານພາຍໃນ ສນຊ ປະຈຳອາທິດ, ງວດ ຫຼືໄຕມາດ, ທຸກໆເຄິ່ງປີ, 9 ເດືອນ ແລະປະຈຳປີ;
  • ເຂົ້າຮ່ວມບັນດາກອງປະຊຸມ ແລະສຳມະນາຕ່າງໆພາຍໃນ ແລະ ສາກົນໃນນາມຕາງ ໜ້າ ສນຊ;
  • ບໍລິການຂໍ້ມູນຂ່າວສານຕ່າງໆທີ່ພົວພັນເຖິງວຽກງານ ສນຊ ໃຫ້ພາກສ່ວນຕ່າງໆທັງ ພາຍໃນ ແລະພາຍນອກ;
  • ຂຶ້ນແຜນງົບປະມານຮັບໃຊ້ການເຄື່ອນໄຫວວຽກງານ ສຳລັບຫ້ອງການຂອງຕົນ ແລະ ຈັດ ຕັ້ງ, ຄຸ້ມຄອງ ນຳໃຊ້ງົບປະມານ, ຊັບສົມບັດຂອງລັດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນຕາມ ລະບຽບການ.
  • ປະຕິບັດວຽກງານຕ່າງໆຕາມການມອບໜາຍຂອງຄະນະນຳ ສນຊ;
  1. ມາດຕາ 4 : ວ່າດ້ວຍຂອບເຂດສິດ ຂອງຫ້ອງການສູນກາງແນວລາວສ້າງຊາດ :
    1. ຖ່າຍທອດທິດຊີ້ນຳ ແລະຄຳສັ່ງຂອງຄະນະນຳ ສນຊ ໃຫ້ບັນດາພະແນກ ແລະກົມພາຍໃນ ສນຊ ຈັດຕັ້ງປະຕິບັດຕາມທິດຊີ້ນຳ ແລະຄຳສັ່ງດັ່ງກ່າວ ພ້ອມທັງຕິດຕາມ, ຊຸກຍູ້, ກວດກາການຈັດຕັ້ງ ປະຕິບັດ ແລະລາຍງານໃຫ້ຄະນະນຳ ສນຊ ໄດ້ຮັບຊາບຢ່າງເປັນ ລະບົບ ແລະເປັນກະຕິ;
    2. ສະເໜີໃຫ້ ການນຳ ສນຊ ບັນດາເອກະສານຕ່າງໆທີ່ໄດ້ຄົ້ນຄ້ວາແລ້ວ, ສັງລວມເນື້ອໃນ ສຳຄັນ ຕົ້ນຕໍ, ສະເໜີຄວາມເຫັນ, ແກ້ໄຂຕາມການມອບໜາຍ ຂອງຂັ້ນເທິງ;
    3. ສະເໜີໃຫ້ການນຳ ສນຊ ປັບປຸງແກ້ໄຂຂໍ້ຕົກລົງສະບັບນີ້ໄດ້ ຖ້າຫາກເຫັນວ່າການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕົວຈິງຂອງ ຫກ ສນຊ ບໍ່ສອດຄ່ອງກັບສະພາບເງື່ອນໄຂ ແລະຄວາມ ຮຽກຮ້ອງຕ້ອງການຂອງວຽກງານ;
    4. ກະກຽມ ແລະ ຮຽບຮຽງເອກະສານ, ຄວາມເຫັນ, ຄຳເຈາະຈິ້ມ, ສູນທອນພົດ, ບົດປາໄສ ຂອງ ປະທານ ແລະຮອງປະທານ ສນຊ ຕາມການມອບໜາຍ;
    5. ຮັບ ແລະຈົດທະບຽນເອກະສານຂາເຂົ້າທຸກປະເພດທີ່ສົ່ງເຂົ້າມາຍັງ ສນຊ ແລ້ວແຈກຢາຍໄປໃຫ້ ບັນດາພະແນກ. ສັງລວມເນື້ອໃນຕົ້ນຕໍຂອງເອກະສານທາງດ້ານເຕັກນິກວິວິຊາການ ແລະ/ຫຼື ເປັນພາສາຕ່າງປະເທດ ຈາກພາກສ່ວນຕ່າງໆທັງພາຍໃນ ແລະພາຍ ນອກ ສນຊ ເພື່ອລາຍງານ ແລະ ຂໍທິດຊີ້ນຳ ຈາກຄະນະນຳ ສນຊ;
    6. ຈົດລົງທະບຽນທຸກໆເອກະສານຂາອອກທີ່ໄດ້ຮັບສິດຊີ້ນຳຈາກຄະນະນຳ ແລະນຳສົ່ງແຈກຢາຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງ;
    7. ຄຸ້ມຄອງ, ສຳເນົາ ແລະເກັບມ້ຽນບັນດາເອກະສານນິຕິກຳທຸກປະເພດ ແລະເອກະສານຂາເຂົ້າ- ຂາອອກ ພ້ອມທັງປົກປັກຮັກສາຄວາມລັບ ແລະບໍ່ໃຫ້ເອກະສານມີການຕົກເຮ່ຍເສຍຫາຍ;
    8. ລາຍງານບົດສັງລວມແຜນດຳເນີນງານຂອງບັນດາພະແນກ ແລະທຽບເທົ່າກົມໃນແຕ່ ລະໄລຍະ ໃຫ້ຄະນະນຳ ສນຊ ແລະລັດຖະບານໄດ້ຮັບຊາບເປັນປົກກະຕິພ້ອມທັງແຈ້ງໃຫ້ພາກສ່ວນຕ່າງໆ ໄດ້ຮັບຊາບ ເພື່ອສະດວກໃນການຕິດຕາມ ແລະ ມາຕິດຕໍ່ພົວພັນວຽກ ກັບ ສນຊ;
    9. ລາຍງານບົດສະຫຼຸບ ສັງລວມ ແລະຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານຂອງແຕ່ລະພາກ ສ່ວນທີ່ຂຶ້ນກັບ ສນຊ ໃຫ້ການນຳ ສນຊ ໄດ້ຮັບຊາບຢ່າງເປັນປົກກະຕິ;
    10. ລາຍງານບົດສະຫຼຸບ ສ່ອງແສງການເຄື່ອນໄຫວວຽກງານພາຍໃນ ສນຊ ປະຈຳອາທິດ, ເດືອນ, ງວດ ຫຼືໄຕມາດ, ທຸກໆເຄິ່ງປີ, 9 ເດືອນ ແລະປະຈຳປີ;
    11. ເຮັດວຽກເປັນເລຂານຸການໃຫ້ຄະນະນຳຂອງ ສນຊ;
    12. ເປີດ ແລະ ຖືບັນຊີການນຳໃຊ້ງົບປະມານຂອງ ສນຊ;
    13. ສັ່ງຈ່າຍເງິນເດືອນ, ເງິນອຸດໜູນ, ເງິນນະໂຍບາຍ ແລະລາຍຈ່າຍຮ່ວງບໍລິຫານອຶ່ນໆໃຫ້ຖືກຕ້ອງ ຕາມງົບປະມານທີ່ໄດ້ອະນຸມັດການເງິນທີ່ໄດ້ກຳນົດໄວ້;
    14. ເບີກຈ່າຍງົບປະມານ ສນຊ ພ້ອມທັງຈັດສັນການນຳໃຊ້ຕາມແຜນ, ຄຸ້ມຄອງຄັ້ງເງິນສົດ, ເງິນ ໂອນ ແລະການລົງຕິດຕາມ ເມື່ອມີການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຫຼື ຕ່າງປະເທດ;
    15. ຄິດໄລ່ເງິນເດືອນ ແລະເບີກຈ່າຍເງິນເດືອນ, ເງິນອຸດໜູນ, ເງິນນະໂຍບາຍ ແລະ ເງິນຮ່ວງ ອື່ນໆ ຕາມລະບຽບຫຼັກການຂອງກະຊວງການເງິນ ແລະ ສນຊ ທີ່ໄດ້ກຳນົດໄວ້;
    16. ນຳສະເໜີການຈັດຊື້-ຈັດຈ້າງ ແລະຄັດເລືອກການສະເໜີຊື້ ແລະການສະເໜີຈ່າຍງົບປະມານ ຂອງທຸກພາກສ່ວນທີ່ຂຶ້ນກັບ ສນຊ. ຖ້າເຫັນວ່າການສະເໜີໃຊ້ຈ່າຍ ບໍ່ຖືກກັບເປົ້າໜາຍການອະ ນຸມັດຂອງງົບປະມານແຕ່ລະປີ ກໍ່ມີສິດສັ່ງໂຈະໄດ້ ໂດຍມີການປະສານສົມທົບກັບພາກສ່ວນທີ່ ກ່ຽວຂ້ອງແຕ່ຕ້ອງໃຫ້ພາກສ່ວນສະເໜີນັ້ນ ຮັບຊາບຕາມເຫດຜົນຕົວຈິງ;
    17. ສະເໜີ ຈັດຕັ້ງການປະມູນ, ຕັ້ງຄ່າເຊົ່າ ຫຼືຂາຍຊັບສົມບັດເກົ່າທີ່ໃຊ້ການບໍ່ໄດ້ແລ້ວໃຫ້ ສອດຄ່ອງ ກັບລະບຽບຫຼັກການ ຂອງກະຊວງການເງິນວາງອອກ;
    18. ນຳສະເໜີບັນດາວຽກງານພິທີການຕ່າງໆໃຫ້ແກ່ຄະນະນຳໂດຍສົມທົບກັນກັບພະແນກພິທີການ ແລະ ທຸກວຽກງານໃນນາມຂອງ ສນຊ;
    19. ສະເໜີ ສ້ອມແປງ, ປົວແປງ ຍານພາຫານະ ແລະ ວັດຖຸອຸປະກອນ ຂອງ ສນຊ ໃຫ້ຢູ່ໃນສະພາບ ດີ ແລະໃຊ້ງານໄດ້ເປັນປົກກະຕິ ລວມທັງການກໍ່ສ້າງໃໜ່ ຖ້າເຫັນວ່າຈຳເປັນ;
    20. ນຳສະເໜີການຈັດພິທີການຕ່າງໆໃຫ້ແກ່ຄະນະນຳໂດຍສົມທົບກັນກັບພະແນກບໍລິຫານ ແລະ ທຸກວຽກງານໃນນາມຂອງ ສນຊ ລວມທັງກະດ່ານຂ່າວ, ຖ່າຍຮູບ ແລະເຮັດວາລະສານຕ່າງໆ ຂອງ ສນຊ;
    21. ນຳສະເໜີ ວຽກງານປ້ອງກັນສຳນັກງານ ສນຊ ໃຫ້ມີຄວາມສະຫງົບແລະ ປອດໄພພ້ອມ ທັງເຝົ້າ ຕິດຕາມ ແລະກວດກາ ການເຂົ້າອອກສຳນັກງານ ສນຊ ໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍດີ;
    22. ສະເໜີ ການຮັກສາຄວາມສະອາດ ແລະຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນພາຍໃນ ແລະ ນອກສະຖານທີ່ສາທາລະນະຂອງສຳນັກງານ ສນຊ;
    23. ນຳສະເໜີ ແກ້ໄຂຊີວິດການເປັນຢູ່ຊ່ວຍຄະນະນຳ ແລະພະນັກງານລັດຖະກອນພາຍໃນ ສນຊ;
    24. ສະເໜີ ເຂົ້າຮ່ວມບັນດາກອງປະຊຸມ ແລະສຳມະນາຕ່າງໆພາຍໃນ ແລະ ຕ່າງປະເທດໃນນາມ ຕາງໜ້າ ສນຊ;
    25. ບໍລິການຂໍ້ມູນຂ່າວສານຕ່າງໆທີ່ພົວພັນເຖິງວຽກງານ ສນຊ ໃຫ້ພາກສ່ວນຕ່າງໆທັງພາຍ ໃນ ແລະ ພາຍນອກ;
    26. ສະເໜີ ຂຶ້ນແຜນງົບປະມານຮັບໃຊ້ການເຄື່ອນໄຫວວຽກງານ ສຳລັບຫ້ອງການຂອງຕົນ ແລະ ຈັດຕັ້ງ, ຄຸ້ມຄອງ ນຳໃຊ້ງົບປະມານ, ຊັບສົມບັດຂອງລັດທີ່ຂຶ້ນກັບການຄຸ້ມຄອງຂອງຕົນຕາມ ບຽບການ.
    27. ປະຕິບັດວຽກງານຕ່າງໆຕາມການມອບໜາຍຂອງຄະນະນຳ ສນຊ; ຫມວດທີ III ວ່າດ້ວຍໂຄງປະກອບ ການຈັດຕັ້ງ ແລະ ບຸກຄະລາກອນ ມາດຕາ 5 : ກົງຈັກການຈັດຕັ້ງ ຂອງ ຫ້ອງການ : ຫ້ອງການຄະນະກຳມະການແນວລາວສ້າງຊາດ ມີ 5 ພະແນກ ຄື: ພະແນກຄົ້ນຄ້ວາ- ສັງລວມ ແລະ ເລຂານຸການ, 2. ພະແນກແຜນການ ແລະ ການລົງທຶນ, 3. ພະແນກ ຄຸ້ມຄອງ, ບໍລິຫານ ແລະ ພິທີການ, 4. ພະແນກ ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, 5. ພະແນກການເງິນ, ນອກຈາກນີ້, ຍັງມີສູນຝຶກອົບຮົມພາສາອັງກິດ ແລະ ຄອມພີວເຕີ ສັງກັດຫ້ອງການ. ມາດຕາ 6 : ຫນ້າທີ່ຕົ້ນຕໍ ຂອງ ບັນດາພະແນກ ມີ ດັ່ງນີ້ : 1. ພະແນກຄົ້ນຄ້ວາ – ສັງລວມ ແລະ ເລຂານຸການ : 1. ຊ່ວຍປະທານ ແລະຮອງປະທານ ສນຊ ໃນການປະຕິບັດວຽກງານການຄຸ້ມຄອງການເຄື່ອນ ໄຫວຂອງ ສນຊ ແລະປະຕິບັດໜ້າທີ່ຕາມການມອບໜາຍ; 2. ປະສານສົມທົບວຽກງານລະຫວ່າງ 2.1. ການນຳ ກັບບັນດາພະແນກ ແລະກົມ ທີ່ສັງກັດພາຍໃນ ສນຊ; 2.2. ສນຊ ກັບບັນດາກະຊວງຂະແໜງການ ແລະອົງການທຽບເທົ່າກະຊວງ,ອຳນາດການ ປົກຄອງທ້ອງຖິ່ນ ລວມທັງອົງການຈັດຕັ້ງ ແລະສະຖາບັນສາກົນຕ່າງໆຢູ່ ສປປ ລາວ ແລະຕ່າງປະເທດ ຕາມພາລະບົດບາດ ສນຊ; 3. ຄົ້ນຄ້ວາ ກຳແຫນ້ນ ແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ, ກົດລະ ບຽບ ມະຕິກອງປະຊຸມສາມັນຄົບຄະນະ ກຳມະການສູນກາງແນວລາວສ້າງຊາດປະຈຳປີ ແລະ ບັນດາເອກະສານຕ່າງໆທີ່ກ່ຽວຂ້ອງ, ສັງລວມເນື້ອໃນສຳຄັນຕົ້ນຕໍ, ສະເໜີຄວາມເຫັນ ແກ້ໄຂຕາມການມອບໜາຍ ຂອງຂັ້ນເທິງ; 4. ຮ່າງເອກະສານນິຕິກຳຕ່າງໆ ກ່ຽວກັບການຄຸ້ມຄອງການເຄື່ອນໄຫວຂອງສນຊ ແລະຕາມ ການ ມອບໜາຍຈາກຄະນະນຳ ສນຊ; 5. ກະກຽມ ແລະ ຮຽບຮຽງເອກະສານ, ຄວາມເຫັນ, ຄຳເຈາະຈິ້ມ, ສູນທອນພົດ, ບົດປາໄສ ຂອງປະທານ ແລະຮອງປະທານ ສນຊ ຕາມການມອບໜາຍ; 6. ຮັບ ແລະຈົດທະບຽນເອກະສານຂາເຂົ້າທຸກປະເພດທີ່ສົ່ງເຂົ້າມາຍັງ ສນຊ ແລ້ວແຈກຢາຍ ໄປໃຫ້ບັນດາພະແນກ. ສັງລວມເນື້ອໃນຕົ້ນຕໍຂອງເອກະສານທາງດ້ານເຕັກນິກວິຊາການ ແລະ/ຫຼື ເປັນພາສາຕ່າງປະເທດ ຈາກພາກສ່ວນຕ່າງໆທັງພາຍໃນ ແລະພາຍນອກ ສນຊ ເພື່ອລາຍງານ ແລະຂໍທິດຊີ້ນຳ ຈາກຄະນະນຳ ສນຊ; 7. ຈົດລົງທະບຽນທຸກໆເອກະສານຂາອອກທີ່ໄດ້ຮັບສິດຊີ້ນຳຈາກຄະນະນຳ ແລະນຳສົ່ງແຈກ ຢາຍໃຫ້ພາກສ່ວນທີ່ກ່ຽວຂ້ອງ; 8. ຄຸ້ມຄອງ, ສຳເນົາ ແລະເກັບມ້ຽນບັນດາເອກະສານນິຕິກຳທຸກປະເພດ ແລະເອກະສານຂາ ເຂົ້າ-ຂາອອກ ພ້ອມທັງປົກປັກຮັກສາຄວາມລັບ ແລະບໍ່ໃຫ້ເອກະສານມີການຕົກເຮ່ຍເສຍ ຫາຍ; 9. ສັງລວມ ແລະ ສະຫຼຸບຕີລາຄາບັນຫາຕ່າງໆ ແລະ ແຜນດຳເນີນງານຂອງບັນດາພະແນກ ແລະທຽບເທົ່າກົມໃນແຕ່ລະໄລຍະແລ້ວລາຍງານໃຫ້ຄະນະນຳ ສນຊ ແລະລັດຖະບານໄດ້ ຮັບຊາບເປັນປົກກະຕິພ້ອມທັງແຈ້ງໃຫ້ພາກສ່ວນຕ່າງໆໄດ້ຮັບຊາບ ເພື່ອສະດວກໃນການ ຕິດຕາມ ແລະ ມາຕິດຕໍ່ພົວພັນວຽກ ກັບ ສນຊ; 10. ສະຫຼຸບ ສັງລວມ ແລະຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານຂອງແຕ່ລະພາກສ່ວນ ພາຍ ໃນ ສນຊ ໃຫ້ການນຳ ສນຊ ໄດ້ຮັບຊາບຢ່າງເປັນປົກກະຕິ; 11. ເຮັດສະຫຼຸບລາຍງານສ່ອງແສງການເຄື່ອນໄຫວວຽກງານພາຍໃນ ສນຊ ປະຈຳອາທິດ, ເດືອນ, ງວດ ຫຼື ໄຕມາດ, ທຸກໆເຄິ່ງປີ, 9 ເດືອນ ແລະປະຈຳປີ; 12. ເຮັດວຽກເປັນເລຂານຸການໃຫ້ຄະນະນຳຂອງ ສນຊ; 13. ເຂົ້າຮ່ວມບັນດາກອງປະຊຸມ ແລະສຳມະນາຕ່າງໆພາຍໃນ ແລະ ຕ່າງປະເທດໃນນາມ ຕາງໜ້າ ສນຊ; 14. ບໍລິການຂໍ້ມູນຂ່າວສານຕ່າງໆທີ່ພົວພັນເຖິງວຽກງານ ສນຊ ໃຫ້ພາກສ່ວນຕ່າງໆທັງພາຍ ໃນ ແລະ ພາຍນອກ; 15. ປະຕິບັດວຽກງານຕ່າງໆຕາມການມອບໜາຍຂອງຄະນະນຳ ສນຊ; 16. ຂຶ້ນແຜນງົບປະມານຮັບໃຊ້ການເຄື່ອນໄຫວວຽກງານ ສຳລັບພະແນກຂອງຕົນ ແລະ ຈັດ ຕັ້ງ, ຄຸ້ມຄອງ ນຳໃຊ້ງົບປະມານ, ຊັບສົມບັດຂອງລັດທີ່ຂຶ້ນກັບການຄຸ້ມຄອງຂອງຕົນຕາມ ລະບຽບການ. 2. ພະແນກແຜນການ ແລະ ການລົງທຶນ : 1. ສ້າງແຜນການລົງທຶນຂອງລັດໃນຂົງເຂດ ສນຊ, ແຜນປະຈຳປີ, ແຜນ 5 ປີ ແລະ ແຜນການໄລ ຍະຍາວ ພ້ອມທັງຊອກຫາແຫຼ່ງທຶນມາຈັດຕັ້ງປະຕິບັດວຽກງານດັ່ງກ່າວ; 2. ສັງລວມ ແລະ ເກັບກຳຂໍ້ມູນ ບັນດາໂຄງການລົງທຶນລັດ ປະເພດ I, ປະເພດ II, ແລະ ປະເພດ III ທີ່ ຂື້ນກັບ ສນຊ; 3. ປະເມີນໂຄງການລົງທຶນລັດ ທີ່ ຂື້ນກັບ ສນຊ, ກ່ອນເອົາເຂົ້າແຜນຂອງ ສນຊ ແລະ ຕິດຕາມ ແລະ ປະເມີນຜົນ ພາຍຫຼັງໂຄງການຖືກຮັບຮອງຈາກສະພາແຫ່ງຊາດ; 4. ເຂົ້າຮ່ວມເປັນຄະນະກຳມະການປະມູນ, ລົງລາຍເຊັນ, ກວດກາຄວາມຄືບໜ້າການຈັດຕັ້ງປະ ຕິບັດໂຄງການລົງທຶນລັດ ໃນຂົງເຂດ ສນຊ ທຸກໆຄັ້ງ, ລວມທັງກວດກາຜົນສຳເລັດຄັ້ງສຸດທ້າຍ ( ກວດ 100% ); 5. ສ້າງບົດບັນທຶກກວດກາປະເມີນຜົນ ບັນດາໂຄງການລົງທຶນຂອງລັດ, ດ້ານນິຕິກຳໂຄງການ, ສະພາບໂຄງການ, ຕີລາຄາຜົນການກວດກາປະເມີນໂຄງການ, ດ້ານການເງິນ, ບັນຫາທີ່ພົບ ເຫັນ ແລະ ທັດສະນະວິຊາການ ທີ່ຂື້ນກັບ ສນຊ; 6. ເຂົ້າຮ່ວມກອງປະຊຸມທັງພາຍໃນ- ແລະ ຕ່າງປະເທດກ່ຽວກັບວຽກງາ-ນແຜນການ ແລະ ການລົງທຶນ ຕາມການ-ມອບໝາຍຂອງຫ້ອງການ-; 7. ສ້າງຮ່າງສັນຍາຮັບເຫມົາກໍ່ສ້າງ ແລະ ດຳເນີນການເຈລະຈາເຊັນສັນຍາ MOU ແລະ MOA ແລະ ບົດບັນທຶກກັບ ພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ ທີ່ ຂຶ້ນກັບ ສນຊ, ຖ້າແມ່ນໂຄງການປະສານສົມທົບກັບພະແນກການກ່ຽວຂ້ອງໃນ ກໍລະນີທີ່ ເປັນໂຄງການຮ່ວມມືກັບຕ່າງປະເທດເພື່ອສະເຫນີ ຫ້ອງການຄະນະກຳມະການສູນກາງ ແນວ ລາວສ້າງຊາດ ຄົ້ນຄວາພິຈາລະນາ. 8. ປະສານສົມທົບກັບພະແນກການເງິນ ແລະພາກສ່ວນທີ່ກ່ຽວຂ້ອງເພື່ອ ສະເຫນີການ ດັດແກ້ ໂຄງການ ຫຼື ດັດສະເລ່ຍທຶນໂຄງການລົງທຶນຂອງລັດໄລຍະ 6 ເດືອນທ້າຍປີ ໃນຂົງເຂດ ສນຊ; ເພື່ອສະເໜີຂັ້ນເທິງພິຈາລະນາອະນຸມັດຄົ້ນຄ້ວາການໂຈະ, ອວ່າຍທຶນ, ຍົກເລີກໂຄງການ ລົງ ທຶນ ທີ່ຂື້ນກັບ ສນຊ ; 9. ປະສານສົມທົບ ກັບ ພະແນກການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ປະກອບເອກະສານ, ໃນການຊຳລະສະສາງໃຫ້ຜູ້ຮັບເໜົາກໍ່ສ້າງບັນດາໂຄງການລົງທຶນຂອງລັດ ທີ່ຂື້ນກັບ ສນຊ ສຳລັບໂຄງການທີ່ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ 100% ຫຼື ຍັງສຶບຕໍ່ກໍ່ສ້າງ ແລະ ໂຄງການ ທີ່ມີໜີ້ສິນຄ້າງຊຳລະຢູ່, ຕາມສັນຍາຮັບເໜົາກໍ່ສ້າງ, ແລ້ວນຳສະເໜີເຖິງ ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ການເງິນ ( ຄັງ ເງິນແຫ່ງຊາດ ) ແລະ ທະນາ ຄານເພື່ອຊຳລະ ສະສາງ; 10. ສະຫຼຸບສັງລວມ ແລະ ລາຍງານ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ ແລະ ແຜນ 5 ປີ ແລະ ແຜນໄລຍະຍາວ ທີ່ຂື້ນກັບ ສນຊ; 11. ຈັດຕັ້ງຝຶກອົບຮົມດ້ານວິຊາການ ກ່ຽວກັບວຽກງານແຜນການ, ການປະເມີນ, ກົດໜາຍການ ລົງທຶນຂອງລັດ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ໃນການປະຕິບັດໜ້າທີ່ ໃນການປະຕິ ຕິບັດໜ້າທີ່ວຽກງານ ໃຫ້ ພະນັກງານວິຊາການຂອງ ສນຊ; 3. ພະແນກຄຸ້ມຄອງ – ບໍລິຫານ ແລະ ພິທີການ: ກ. ຄຸ້ມຄອງ – ບໍລິຫານ : 1. ຈັດຕັ້ງຄຸ້ມຄອງເອກະສານປິດລັບ ແລະ ເອກະສານ ຂາເຂົ້າ – ຂາອອກ, ແຈກຢາຍ ວາລະສານ, ຫນັງສືພິມຕ່າງໆ ໃຫ້ພາກສ່ວນກ່ຽວຂ້ອງ ຖືກຕ້ອງຕາມຫລັກການ; 2. ຈັດພິມເອກະສານ, ກວດກາເຕັກນິກ, ສຳເນົາ, ຈັດແຈງ ແລະ ເກັບມ້ຽນເອກະສານຢ່າງເປັນລະ ບົບດີ; 3. ຮັບຕ້ອນ, ປະຊາສຳພັນ, ຮັບເອົາຄຳສະເຫນີ ຂອງ ປະຊາຊົນ ແລະ ຜູ້ທີ່ມາ ພົວພັນວຽກນຳຫ້ອງ ການ ແລະ ການນຳ ຂອງ ສນຊ( ລວມທັງຄະນະກົມ ຕ່າງໆ ); 4. ສ້າງເງື່ອນໄຂສະດວກໃນການເຮັດວຽກ ແລະ ການດຳລົງຊີວິດ ຂອງການນຳ ແລະ ພະນັກງານ ລັດຖະກອນ, ຊ່ວຍຮັກສາສຸຂະພາບ ແລະ ຄວາມປອດໄພ ຂອງການນຳ, ຄອບຄົວ ແລະ ລັດ ຖະກອນ ໃນທົ່ວສຳນັກງານ ສນຊ; 5. ຈັດແຈງ ຫ້ອງການ, ສຳນັກງານ, ວັດຖຸຮັບໃຊ້, ອຸປະກອນ ແລະ ເຄື່ອງໃຊ້ຫ້ອງການຕ່າງໆ ໃຫ້ ເປັນລະບຽບ ແລະ ຈົບງາມ; 6. ປະສານສົມທົບກັບພະແນກຕ່າງໆ ໃນການອຳນວຍເງື່ອນໄຂທາງດ້ານວັດຖຸ ແລະ ຍານ ພາຫະ ນະຮັບໃຊ້ການນຳ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງ ສນຊ, ຮັບໃຊ້ກອງ ປະຊຸມ ຕ່າງໆ ທີ່ຄະນະກຳມະການສນຊ, ຫ້ອງການ ສນຊ ແລະ ບັນດາກົມ ຮຽກໂຮມຈັດຂຶ້ນ, ນັບທັງການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ຂອງ ສນຊ; ສົມທົບ ກັບ ກົມໂຄສະນາ – ອົບຮົມ ສູນກາງ ແນວລາວສ້າງຊາດ ກວດກາ ແລະ ຄຸ້ມຄອງການ ພິມຈຳຫນ່າຍ ເອກະສານ ຕ່າງໆ…; 7. ຄຸ້ມຄອງຮັກສາຊັບສົມບັດ, ວັດຖຸອຸປະກອນ, ຍານພາຫະນະ, ເຄຫາສະຖານ ແລະ ອື່ນໆທີ່ຂຶ້ນ ກັບການຄຸ້ມຄອງ ຂອງສຳນັກງານ ສນຊ ແລະ ຂອງຫ້ອງການ ສນຊ ໃຫ້ຢູ່ໃນສະພາບດີ ແລະ ສະອາດສວຍງາມ; 8. ສົມທົບ ກັບຄະນະປ້ອງກັນສຳນັກງານ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງ ປ້ອງກັນ ເວນຍາມ, ຮັກສາຄວາມສະຫງົບ ໃຫ້ສຳນັກງານອົງການ ແລະ ຄວາມປອດໄພ ຂອງ ການນຳ ແລະ ພະນັກງານ. ຂ. ພິທີການ : 1. ຈັດລະບຽບພິທີການ ແລະ ອອກລະບຽບຕ່າງໆ ເພື່ອຄວາມເປັນລະບຽບຮຽບຮ້ອຍ ພາຍໃນ ເຊັ່ນ: ການປະດັບປະດາ, ຮັກສາຄວາມສະອາດ, ຈັດວາງສະຖານທີ່ຮັບແຂກ, ບ່ອນນັ່ງ, ການ ນຸ່ງຖື, ການມອບຊໍ່ດອກໄມ້, ກະກຽມຂອງຂວັນ ແລະ ເຄື່ອງທີ່ລະນຶກ, ການເສີບນ້ຳ…; 2. ປະສານກັບທຸກພາກສ່ວນ ພ້ອມກັນຫ້າງຫາກະກຽມທາງດ້ານພິທີການ ເພື່ອຮັບແຂກ ພາຍໃນ ແລະ ຕ່າງປະເທດ ນັບທັງກອງປະຊຸມຕ່າງໆ ; 4. ພະແນກ ພົວພັນຮ່ວມມື ກັບຕ່າງປະເທດ : 1. ຊ່ວຍຫົວຫນ້າຫ້ອງການ ສນຊ ໃນການຄາດຄະເນ ແລະ ສ້າງແຜນການເຄື່ອນໄຫວວຽກງານ ຕ່າງປະເທດ; ຮ່າງແຜນການຮ່ວມມື ກັບ ແນວໂຮມປະເທດ ເພື່ອນມິດຍຸດທະສາດ, ປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທັງໃນຮູບແບບ ຮ່ວມມືຕາມໂຄງການ ແລະ ນອກໂຄງ ການ, ທັງສະຫລຸບສັງລວມ ວຽກງານຮ່ວມມື ເປັນແຕ່ລະໄລຍະ ( 6 ເດືອນ, ປີ ແລະ 5 ປີ ); 2. ປະຕິບັດລະບຽບ ແລະ ຄຸ້ມຄອງວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຂອງ ສນຊ ຜ່ານປະຕູດຽວ; 3. ສົມທົບກັບກົມຕ່າງໆຂອງ ສນຊ, ກະຊວງ ແລະ ອົງການ ກ່ຽວຂ້ອງ ເພື່ອອຳນວຍຄວາມສະ ດວກໃຫ້ແກ່ວຽກງານພົວພັນຮ່ວມມືກັບຕ່າງປະເທດ ຂອງສນຊ ຕາມການຊີ້ນຳຂອງຫົວຫນ້າ ຫ້ອງການ ແລະ ການນຳຂັ້ນເທິງ; 4. ຮ່າງສານຕ່າງໆ ເພື່ອອວຍພອນ, ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມເຫັນໃຈ ຕໍ່ ແນວໂຮມ ປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ ກໍຄື ອົງການຈັດຕັ້ງສາກົນ; 5. ຕິດຕໍ່ພົວພັນ ປະສານສົມທົບ ກັບ ຜູ້ຕາງຫນ້າຂອງອົງການຈັດຕັ້ງ ແນວໂຮມປະເທດ ເພື່ອນມິດ ຍຸດທະສາດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ; 6. ກຽມທາງດ້ານ ເນື້ອໃນເອກະສານ ສຳລັບການພົບປະເຮັດວຽກ ຂອງຂັ້ນເທິງ ກັບ ແຂກ, ກໍ່ຄື ການໄປຢ້ຽມຢາມ ເຮັດວຽກຕ່າງປະເທດ ຂອງການນຳ; 7. ປະຕິບັດຂັ້ນຕອນ ການຍາດແຍ່ງການຊ່ວຍເຫລືອ, ການລົງທຶນ ແລະ ຮ່ວມມື ກັບຕ່າງປະເທດ ໃນຂົງເຂດ ສນຊ ຕາມລະບອບຜ່ານປະຕູດຽວ ຂອງລັດຖະບານ; 8. ຮັກສາສຳເນົາເອກະສານ, ສັນຍາ, ຮ່າງສັນຍາ ກັບແນວໂຮມປະເທດເພື່ອນມິດ ຍຸດທະສາດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ..; 9. ສະຫລຸບສັງລວມ, ລາຍງານກ່ຽວກັບວຽກງານພົວພັນຮ່ວມມື ກັບຕ່າງປະເທດ ໃຫ້ການນຳຂອງ ຕົນ ເປັນປົກກະຕິ; 5. ພະແນກ ການເງິນ : 1. ຮ່າງແຜນງົບປະມານລາຍຮັບ-ລາຍຈ່າຍຂອງ ສນຊ ບົນພຶ້ນຖານການປະສານສົມທົບກັບພາກ ສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນ ສນຊ ແລະພາຍນອກ ສນຊ ເພື່ອນຳສະເໜີຂຶ້ນແຜນ; 2. ສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍຂອງ ສນຊ ໃນແຕ່ລະ ໄລຍະໃຫ້ຄະນະນຳ ສນຊ ໄດ້ຮັບຊາບ ພ້ອມທັງສະຫຼຸບສູນໂມງຕໍ່ກະຊວງການເງິນ; 3. ຄຸ້ມຄອງ ແລະຮັບຜິດຊາບການນຳໃຊ້ງົບປະມານ ສນຊ ພ້ອມທັງຈັດສັນການນຳໃຊ້ຕາມແຜນ, ຄຸ້ມຄອງຄັ້ງເງິນສົດ, ເງິນໂອນ ແລະການຕິດຕາມ ເມື່ອມີການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຫຼືຕ່າງປະເທດ; 4. ສົມທົບ ກັບ ພະແນກບໍລິຫານ ເພື່ອພ້ອມກັນຂຶ້ນທະບຽນ ແລະ ຄຸ້ມຄອງຮັກສາຊັບສົມບັດ, ວັດ ຖຸອຸປະກອນ, ຍານພາຫະນະ, ເຄຫາສະຖານ ແລະ ອື່ນໆ ທີ່ຂຶ້ນກັບການຄຸ້ມຄອງ ຂອງສຳນັກ ງານ ສນຊ ແລະ ຂອງຫ້ອງການສນຊ; 5. ຮັບຜິດຊອບການຄິດໄລ່ເງິນເດືອນ ແລະເບີກຈ່າຍເງິນເດືອນ, ເງິນອຸດໜູນ, ເງິນນະໂຍບາຍ ແລະ ເງິນຮ່ວງ ອື່ນໆ ຕາມລະບຽບຫຼັກການຂອງກະຊວງການເງິນ ແລະ ສນຊ ທີ່ໄດ້ກຳນົດໄວ້; 6. ປະຕິບັດວຽກງານຕ່າງໆຕາມການມອບໜາຍຂອງຄະນະນຳ ສນຊ; ມາດຕາ 7 : ໂຄງປະກອບ ບຸກຄະລາກອນ : ກ. ຫ້ອງການສນຊ ມີຫົວຫນ້າ ຫນຶ່ງທ່ານ ເຊິ່ງໄດ້ຮັບການແຕ່ງຕັ້ງ ຈາກກົມການເມືອງສູນກາງພັກ, ໂດຍໄດ້ຮັບການເຫັນດີ ຈາກປະທານ ສນຊ; ຫົວຫນ້າຫ້ອງການ ສນຊ ເປັນເສນາທິການ ໃຫ້ແກ່ຄະນະພັກສຳນັກ, ປະ ທານ, ຮອງປະທານ ສນຊ. ເປັນຜູ້ຊີ້ນຳລວມ, ລົງເລິກວຽກງານການ ເມືອງ-ແນວຄິດ, ວຽກງານການເງິນ, ວຽກງານ ການຕ່າງປະເທດ ແລະ ວຽກງານປ້ອງກັນຄວາມສະຫງົບສຳນັກ. ມອບສິດໃຫ້ຜູ້ຮອງໃດຫນຶ່ງວ່າ ການແທນ ຢ່າງເປັນລາຍລັກອັກສອນໃນກໍລະນີ ບໍ່ໄດ້ຢູ່ປະຈຳການ. ຂ. ຫ້ອງການ ສນຊ ມີຮອງ 2-3 ທ່ານ ເຊິ່ງໄດ້ຮັບການແຕ່ງຕັ້ງຈາກປະທານ ສນຊ ໂດຍໄດ້ຮັບ ການເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ຮອງຫົວຫນ້າຫ້ອງການ ສນຊ ເປັນຜູ້ຊ່ວຍຫົວຫນ້າຫ້ອງການໂດຍກົງໃນການຄຸ້ມຄອງວຽກງານ ຕ່າງໆພາຍໃນຫ້ອງການ ສນຊ, ພ້ອມກັນນັ້ນ ສນຊ ກໍ່ຮັບຜິດຊອບ ວຽກງານໃດ ໜຶ່ງຕາມການ ມອບຫມາຍ ຂອງຫົວຫນ້າຫ້ອງການ. 1. ຮອງຫົວຫນ້າ ຫ້ອງການ 1 ທ່ານ ຮັບຜິດຊອບຊີ້ນຳ ພະແນກ ຄົ້ນຄ້ວາ – ສັງລວມ ແລະ ເລຂາ ນຸການ ແລະ ພະແນກພົວພັນຮ່ວມມືກັບຕ່າງປະເທດ; 2. ຮອງຫົວຫນ້າຫ້ອງການ 1 ທ່ານ ຮັບຜິດຊອບ ຊີ້ນຳ ພະແນກຄຸ້ມຄອງ, ບໍລິຫານ ແລະ ພິທີການ, 3. ຮອງຫົວຫນ້າຫ້ອງການ 1 ທ່ານ ຮັບຜິດຊອບຊີ້ນຳ ພະແນກແຜນການ ແລະ ການລົງທຶນ ແລະ ການເງິນ ແລະ ຢູ່ພາຍໃຕ້ ການຊີ້ນຳ ໂດຍກົງ ຂອງຄະນະພັກ ສນຊ. ຄ. ທາງດ້ານວິຊາການ ແມ່ນປະກອບດ້ວຍ ບັນດາຫົວຫນ້າ ແລະ ຮອງຫົວຫນ້າ ພະແນກ ເຊິ່ງຫົວ ໄດ້ຮັບການແຕ່ງຕັ້ງ ຈາກທ່ານປະທານ ສນຊ ແລະ ຮອງ ຫົວໜ້າພະແນກໄດ້ຮັບການແຕ່ງຕັ້ງ ຈາກປະທານ ຫລື ຮອງປະທານ ຜູ້ປະຈຳ ການ ຕາມການ ສະເໜີ ຂອງຫົວໜ້າຫ້ອງການ; ນອກນັ້ນ, ຍັງມີພະນັກ ແລະ ວິຊາການຈຳນວນຫນຶ່ງ. ຫມວດທີ IV ວ່າດ້ວຍ ລະບອບ ແລະ ວິທີເຮັດວຽກ ມາດຕາ 8 : ຫ້ອງການ ຄະນະກຳມະການ ສນຊ ເຄື່ອນໄຫວ ແລະ ດຳເນີນວຽກງານ ຕາມຫລັກ ການດັ່ງນີ້ : 1. ປະຕິບັດ ຫລັກການ ລວມສູນປະຊາທິປະໄຕ, ເຮັດວຽກ ເປັນຫມູ່ຄະນະ, ມີການແບ່ງງານຢ່າງ ຈະແຈ້ງ , ພ້ອມທັງມອບສິດ ອັນແນ່ນອນ ແລະ ສົມເຫດສົມຜົນ ໃນການຕັດສິນ ບັນຫາພາຍ ໃນ ຂອບເຂດວຽກງານ ຂອງ ແຕ່ລະຂັ້ນ ແລະ ແຕ່ລະຄົນ; 2. ເຄື່ອນໄຫວ ຢ່າງມີແຜນການ ເປັນແຕ່ລະໄລຍະ; 3. ພົວພັນ ປະສານສົມທົບ ກັບ ກົມກົມວິຊາການຕ່າງໆ ອ້ອມຂ້າງ ສນຊ ຢ່າງເປັນລະບົບ ປົກ ກະຕິ; 4. ຕິດຕາມ, ກວດກາ, ຊຸກຍູ້, ສະຫລຸບ ຕີລາຄາ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງ ປະຕິບັດ ວຽກງານ ຢ່າງເປັນປົກະຕິ ໂດຍຜ່ານ ກອງປະຊຸມ ປະຈຳອາທິດ, ປະຈຳເດືອນ, ປະຈຳປີ ຂອງ ຄະນະຫ້ອງການ ແລະ ພະແນກຕ່າງໆ; ຫມວດທີ V ວ່າດ້ວຍ ກາປະທັບ ແລະ ຂໍ້ບັນຍັດສຸດທ້າຍ ມາດຕາ 8 : ຫ້ອງການ ຄະນະກຳມະການ ສູນກາງແນວລາວສ້າງຊາດ ຂຽນຫຍໍ້ວ່າ ( ຫກ. ສນຊ ), ມີກາປະທັບ ຂອງ ຕົນ. ທຸກເອກະສານ ທີ່ພົວພັນ ກັບພາຍໃນ ແລະ ພາຍນອກ ຈະໃຊ້ກາປະທັບ ຂອງຫ້ອງການ ຢ່າງ ເປັນທາງການ . ມາດຕາ 9 : ມອບໃຫ້ຫ້ອງການ ຄະນະກຳມະການສນຊ ຈັດຕັ້ງປະຕິບັດ ຕາມພາລະບົດບາດ ຂອງ ຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງ . ມາດຕາ 10 : ຂໍ້ກຳນົດ ສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ . ຄະນະກຳມະການ ສູນກາງແນວລາວສ້າງຊາດ ປະທານ

2016-01-28

info@lfnd.org.la | 021 213754 | (856-21) 453191