ກອງປະຊຸມຄົບຄະນະບໍລິຫານງານພັກສູນກາງແນວລາວສ້າງຊາດ ໄດ້ເປີດຂຶ້ນໃນວັນທີ 3 ກໍລະກົດ 2024 ທີ່ ສູນກາງແນວລາວສ້າງຊາດ ໂດຍການເປັນປະທານ ຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີບັນດາສະຫາຍຮອງເລຂາຄະນະພັກ, ກຳມະການຄະນະພັກ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການ ສນຊ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານພັກຮອບດ້ານໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງຄະນະບໍລິຫານງານພັກ ສນຊ ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດສຳເລັດ ແລະ ວາງທິດທາງວຽກງາ່ນຈຸດສຸມ 6 ເດືອນທ້າຍປີ 2024; ພ້ອມກັນນັ້ນ, ຍັງໄດ້ຜ່ານຮ່າງວາລະ ແລະ ເອກະສານທີ່ສຳຄັນຈຳນວນໜຶ່ງ ເພື່ອກະກຽມດຳເນີນກອງປະຊູມຄະນະປະຈຳເປີດກວ້າງ ຄັ້ງທີ 3 ສະໄໝທີ XI ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.
ຫຼັງຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບັນດາຮ່າງເອກະສານດັ່ງກ່າວ.
ບກ: ສືເຊັ່ງ
ຂ່າວ-ພາບ: ລລ



