ກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ (ສນຊ) ແລະ ກະຊວງການເງິນໃນວຽກງານໂຄສະນາປຸກລະດົມຊຸກຍູ້ການປະຕິບັດພັນທະເສຍພາສີ – ອາກອນໃຫ້ລັດ ປະຈຳປີ 2024, ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ທີ່ສູນກາງແນວລາວສ້າງຊາດພາຍໃຕ້ການເປັນທານຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ຮອງປະທານ ສນຊ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ມີບັນດາທ່ານຄະນະກົມ ສນຊ, ປະທານ-ຮອງປະທານແນວລາວສ້າງຊາດແຂວງ ແລະ ນະຄອນຫຼວງວຽງຈັນ, ທ່ານຫົວໜ້າ-ຮອງຫົວໜ້າພະແນກການເງິນແຂວງເຂົ້າຮ່ວມ.

ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວວ່າ: ການດຳເນີນກອງປະຊຸມສະຫຼູບຖອດຖອນບົດຮຽນໃນການໂຄສະນາປຸກລະດົມການປະຕິບັດພັນທະພາສີ-ອາກອນໃຫ້ລັດໃນຄັ້ງນີ້, ຊຶ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງໝາກຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງ ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກກະຊວງການເງິນທີ່ໄດ້ຕົກລົງຮ່ວມກັນໃນໄລຍະຜ່ານມາເທົ່ານັ້ນ ແຕ່ຍັງເປັນການປະກອບ ສ່ວນສໍາຄັນເຂົ້າໃນການປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ ແລະ ທັງເປັນການສ້າງເງື່ອນໄຂໃຫ້ແກ່ແນວລາວສ້າງຊາດ ແຕ່ລະຂັ້ນໄດ້ເຄື່ອນໄຫວລົງເຖິງຮາກຖານປະຊາຊົນອີກດ້ວຍ.

ຜ່ານການເຄື່ອນໄຫວວຽກໂຄສະນາຊຸກຍູ້ປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ຢູ່ແຕ່ລະແຂວງໃນທົ່ວປະເທດນັ້ນກະຊວງການເງິນ ໄດ້ອຳນວຍຄວາມສະດວກ ແລະ ສະໜອງງົບປະມານຮັບໃຊ້ໃຫ້ຢ່າງເໝາະສົມ, ຂັ້ນທ້ອງຖິ່ນ ກໍໄດ້ໃຫ້ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນຈາກອົງການຈັດຕັ້ງລັດ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ. ນອກຈາກເຮັດການໂຄສະນາປຸກລະດົມແລ້ວ ຍັງໄດ້ລົງຊຸກຍູ້ຕົວຈິງຢູ່ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງ ປະເທດ, ຍ້ອນມີການປະສານສົມທົບກັນຂອງສອງຝ່າຍໃນໂຄສະນາປຸກລະດົມຂອງອົງການແນວລາວສ້າງຊາດແຕ່ລະຂັ້ນຄືແນວນັ້ນ ຈຶ່ງເຮັດໃຫ້ປີ 2024 ທຸກແຂວງສາມາດເກັບລາຍຮັບໂດຍມີທ່ວງທ່າເພີ່ມຂຶ້ນໄດ້ເກີນແຜນໃນທົ່ວປະເທດ.
ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ກ່າວຕື່ມວ່າ: ສອງພາກສ່ວນຈະໄດ້ສືບຕໍ່ ໃນການປຶກສາຫາລື ແລະ ລົງເລິກທາງດ້ານກົນໄກການເຮັດວຽກໃນຕໍ່ໜ້າໃຫ້ສອດຄ່ອງກວ່າເກົ່າ, ເພື່ອປະກອບສ່ວນການຊຸກຍູ້ຫົວໜ່ອຍທຸລະກິດໃຫ້ດີຂຶ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາຕື່ມອີກ.
ບກ: ພ. ບຸບຜາ
ຂ່າວ+ພາບ: ລີ


