ກອງປະຊຸມທາບທາມຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ຢູ່ແຂວງເຊກອງ

ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ (ຄລຊ) ໄດ້ຈັດກອງປະຊຸມທາບທາມຮ່າງລັດຖະທຳມະນູນສະບັບປັບປຸງ ປີ 2025 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະ ທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ, ຄະນະກຳມະການປັບປຸງລັດຖະມະນູນລະດັບຊາດ ທັງເປັນຮອງຫົວໜ້າອະນຸກຳມະການໂຄສະນາ, ເປັນກຽດເຂົ້າຮ່ວມມີ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ, ມີບັນດາທ່ານການນໍາຈາກສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ບັນດາພະແນກການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ ແລະ ອຸດສາຫະກຳ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງ 3 ແຂວງ: ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມທັງໝົດ 92 ທ່ານ, ຍິງ 16 ທ່ານ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງເຊກອງ ລະຫວ່າງ ວັນທີ 21-22 ມັງກອນ 2025;

ໃນວາລະກອງປະຊຸມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນຈາກ ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ຄະນະກຳມະການປັບປຸງລັດຖະມະນູນລະດັບຊາດ ນຳເອົາຄຳຄິດຄໍາເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນ ໃຫ້ເປັນສະບັບສົມບູນ ເພື່ອນໍາ ສະເໜີຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນມີນາ;

ກອງປະຊຸມຄັ້ງນີ້, ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເພື່ອເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງກ່ຽວກັບຮ່າງລັດຖະທຳມະ ນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ; ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂໍ່ານັບຮັບຕ້ອນສາມວັນປະຫວັດສາດທີ່ສໍາຄັນຂອງຊາດ ໃນປີ 2025.

ບກ: ຈິດຕະພົງ