ໃນວັນທີ 16 ມິຖຸນາ 2025, ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ຢູ່ແຂວງບໍລິຄຳໄຊ, ພາຍໃຕ້ການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງ, ຜູ້ຊີ້ນຳວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ໂດຍການເຂົ້າຮ່ວມ ຂອງທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ, ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ, ມີບັນດາທ່ານກຳມະການສູນກາງແນວລາວສ້າງຊາດ ປະຈຳແຂວງ, ຄະນະທີ່ປຶກສາ-ຄູ່ຮ່ວມງານ ແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ແນວລາວສ້າງຊາດ 7 ເມືອງ, ບັນດາພະແນກການກ່ຽວຂ້ອງຂັ້ນແຂວງ, ຕາງໜ້າສະມາຄົມ, ມູນນິທິ, ພ້ອມດ້ວຍບັນດາຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານຄວາມຮູ້ພື້ນຖານ ກ່ຽວກັບວຽກງານຊັ້ນຄົນ, ວຽກງານການຈັດຕັ້ງສັງຄົມ ແລະວຽກງານຊາວກະສິກອນ. ເຊິ່ງວຽກງານດັ່ງກ່າວ ເປັນວຽກງານຍຸດທະສາດຍາວນານທີ່ສຳຄັນຫຼາຍສຳລັບການປະຕິວັດແຕ່ລະໄລຍະ ຂອງພັກ ແລະ ເປັນການປະສ່ວນອັນໜຶ່ງ ໃນການທົບທວນປັບປຸງຄວາມເຂົ້າໃຈເປັນເອກະພາບ, ປັບປຸງການຈັດຕັ້ງ, ປັບປຸງພາລະບົດບາດໜ້າທີ່ວຽກງານ ຂອງພາກສ່ວນຕ່າງໆ ແລະ ປັບປຸງແບບແຜນວິທີເຮັດວຽກ ໃຫ້ເຂົ້າສູ່ລວງເລິກແທດເຖິງກັບຄວາມຮຽກຮ້ອງຕ້ອງການຕົວຈິງຫຼາຍຂຶ້ນກວ່າເກົ່າ, ເປັນບາດກ້າວສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານຊັ້ນຄົນ, ການຈັດຕັ້ງສັງຄົມ ແລະ ຊາວກະສິກອນ ເຂົ້າສູ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະເຂົ້າຮ່ວມປະຕິບັດ 2 ວາລະແຫ່ງຊາດ, ການຕ້ານການສໍ້ລາດບັງຫຼວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ.
ໂອກາດນີ້, ທ່ານ ນາງ ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດແຂວງ ໄດ້ລາຍງານການເຄື່ອນໄຫວວຽກງານຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ຢູ່ແຂວງບໍລິຄຳໄຊ ໃນໄລຍະທີ່ຜ່ານມາ; ຈາກນັ້ນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄຳຄິດຄຳເຫັນ, ຄຳສະເໜີ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ຢ່າງມີບັນຍາກາດຟົດຟື້ນ; ພ້ອມນີ້, ທ່ານປະທານກອງປະຊຸມ ກໍໄດ້ມີຄໍາເຫັນຊີ້ແຈງ, ອະທິບາຍ ແລະ ໃຫ້ທິດຊີ້ນຳ-ໂອ້ລົມ ຕໍ່ກອງປະຊຸມໃນຄັ້ງນີ້ ຕື່ມອີກ.
ຂ່າວ+ພາບ: ແນວລາວສ້າງຊາດແຂວງບໍລິຄຳໄຊ
ບກ: ພ.ພຽງ



