
ໃນວັນທີ 19 ທັນວາ 2024 ນີ້, ອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຮ່ວມກັບ ບັນດານັກໄອທີ, ນັກປັນຍາປະດິດ, ຊ່ຽວຊານດ້ານ AI, ນັກສິລະປະ, ນັກສະແດງ ໄດ້ປຶກສາຫາລືກ່ຽວກັບການນໍາໃຊ້ AI ເຂົ້າໃນການສະແດງ ບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ສູນກາງແນວລາວສ້າງຊາດ, ຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຫົວໜ້າອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ໃນນັ້ນ, ຫຼາຍທ່ານໄດ້ປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ. ພ້ອມກັນນີ້, ທ່ານປະທານກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາທ່ານຈົ່ງໃຫ້ການຮ່ວມມືປະກອບສ່ວນຕໍ່ກິດຈະກໍາຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນຂອງຊາດ-ຂອງພັກ ເພື່ອໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ບກ: ກົງແກ້ວ+ໄມສຸກ
ຂ່າວ+ພາບ: ລີ


