ກອງປະຊຸມປືກສາຫາລືວຽກງານກອງທຶນສາມັກຄີ ແລະ ພັດທະນາ ແນວລາວສ້າງຊາດ

     ໃນວັນທີ 1 ມີນາ 2026, ທີ່ແຂວງອຸດົມໄຊ, ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ພົບປະໂອລົມ ແລະ ປືກສາຫາລືວຽກງານກອງທຶນສາມັກຄີ ແລະ ພັດທະນາ ກັບແນວລາວສ້າງຊາດແຂວງ; ເຂົ້າຮ່ວມມີ ທ່ານ ວັນນາ ແກ້ວສັນຕິ ກຳມະການສູນກາງແນວລາວສ້າງຊາດ, ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຂອງແນວລາວສ້າງຊາດແຂວງ, 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ແລະ ອົງການພຸດທະສາສະໜາສຳພັນລາວ ແຂວງອຸດດົມໄຊ ເຂົ້າຮ່ວມທັງໝົດ 36 ທ່ານ, ພຣະສົງ 3 ອົງແລະ ຍິງ 9 ທ່ານ;
     ທ່ານປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂອງແນວລາວສ້າງຊາດ ຢູ່ພາຍໃຍແຂວງ ໃນໄລຍະ 1 ປີຜ່ານມາໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມາຮອດປັດຈຸບັນສາມາດປະກາດເປັບບ້ານສາມັກຄີ 425 ບ້ານ ກວມ 91% ຂອງບັນດາບ້ານທົ່ວແຂວງ; ເມືອງທີ່ສຳເລັດການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກປອງດອງ ມີ 6 ເມືອງ ແລະ ມີກອງທຶນສາມັກຄີແນວລາວສ້າງຊາດ 4 ກອງທຶນ; ແນວລາວສ້າງຊາດແຂວງ ໄດ້ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ນິຕິກຳຂອງແນວລາວສ້າງຊາດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ; ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ຕື່ມອີກ; ໃນນີ້, ຜູ້ເຂົ້າຮ່ວມໄດ້ພ້ອນກັນປຶກສາຫາລືແລກປ່ຽນກ່ຽວກັບວຽກງານກອງທຶນ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມື ໃນການດຳເນີນໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ລະຫວ່າງ ສູນກາງແນວລາວສ້າງຊາດ ຮ່ວມກັບ ກຸ່ມບໍລິສັດພົງສະຫວັນຈຳກັດ ແລະ ກົດລະບຽບໃນການບໍລິຫານກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ເຊິ່ງຈຸດປະສົງຂອງການສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ເພື່ອໃຫ້ບ້ານມີກອງທຶນມູນວຽນ, ພະນັກງານ ແລະ ປະຊາຊົນ ສາມາດເຂົ້າເຖິງແຫ່ຼງທຶນໄດ້ງ່າຍ ເພື່ອສົ່ງເສີມໃນການປູກຟັງ-ລ້ຽງສັດ ຫຼືເປັນການຕໍ່ຍອດ ໃນການເຮັດທຸລະກິດ ເພື່ອພັດທະນາເສດຖະກິດຄອບຄົວ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ;
     ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ມີຄຳຄິດຄຳເຫັນແລກປ່ຽນ ແລະ ໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ຕໍ່ກັບວຽກງານແນວລາວສ້າງຊາດ ໂດຍສະເພາະແມ່ນວຽກງານເຕົ້າໂຮມຄວາມສາມັກຄີ ແລະ ວຽກງານການສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ທີ່ໄດ້ກຳນົດໄວ້.