ກອງປະຊຸມຜ່ານເນື້ອໃນປຶ້ມຄຳສັບສຳຄັນກ່ຽວກັບວຽກງານແນວໂຮມ

ໃນວັນທີ 16 ພຶດສະພາ 2025 ນີ້ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຜ່ານເນື້ອໃນປື້ມຄຳສັບສຳຄັນກ່ຽວກັບວຽກງານແນວໂຮມຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ດຣ. ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງຄຳສັບສຳຄັນ ກ່ຽວກັບວຽກງານແນວໂຮມ, ເປັນກຽດເຂົ້າຮ່ວມຂອງທ່ານ ສາຍທອງ ແກ້ວດວງດີ ຫົວໜ້າຄະນະທີ່ປຶກສາວຽກງານຍຸຕິທຳ ແລະ ກົດໝາຍ ສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຄະນະຄົ້ນຄວ້າ ແລະ ຮຽບຮຽງ ພ້ອມດ້ວຍພະນັກງານ ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງປະຊຸມ ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ.
ໃນກອງປະຊຸມດັ່ງກ່າວ ໄດ້ຜ່ານບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການຄົ້ນຄວ້າ-ຂຽນຄຳສັບວຽກງານແນວໂຮມ ຄັ້ງວັນທີ 24 ເມສາ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ. ໃນນີ້; ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມໄດ້ຜ່ານເນື້ອໃນປຶ້ມຄຳສັບສຳຄັນກ່ຽວກັບວຽກງານແນວໂຮມ. ພ້ອມກັນນັ້ນ ບັນດາທ່ານ ທີ່ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາດ້ານວິຊາການ ເພື່ອເຮັດໃຫ້ເນື້ອໃນປື້ມມີຄວາມສົມບູນໂດຍພື້ນຖານ ແລະ ນຳໄປຜ່ານຄະນະຊີ້ນຳໃນຂັ້ນຕອນຕໍ່ໄປ; ໂດຍຄາດຄະເນວ່າຈະໃຫ້ປື້ມດັ່ງກ່າວສຳເລັດ ແລະ ໄດ້ຈັດພິມກ່ອນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950- 13 ສິງຫາ 2025).
ບກ: ພ.ພຽງ
ຮູບ-ຂ່າວ: ດວງມະນີ