ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມຝຶກອົບຮົມວຽກງານຕິດຕາມກວດກາຂອງແນວລາວສ້າງຊາດຂັ້ນເມືອງ

      ໃນວັນທີ 17-19 ກັນຍາ 2023 ຜ່ານມານີ້, ກົມກວດກາ ສູນກາງແນວລາວສ້າງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານຕິດຕາມ, ກວດກາແນວລາວສ້າງຊາດຂັ້ນເມືອງໃຫ້ 2 ແຂວງພາກເໜຶອຄື: ແຂວງ ຫຼວງນໍ້າທາ ແລະ ແຂວງ ບໍ່ແກ້ວ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ, ປະ ທານກວດກາພັກ-ລັດ, ຮອງປະທານ ສູູນກາງແນວລາວສ້າງຊາດ ແລະ ທ່ານ ບຸນປີ ໄລປະເສີດ ກໍາມະການພັກແຂວງ, ປະທານແນວລາວສ້າງຊາດແຂວງ ຫຼວງນໍ້າທາ ມີນັກສໍາມະນາກອນຈາກແນວລາວສ້າງຊາດເມືອງຂອງ 2 ແຂວງດັ່ງກ່າວເຂົ້າຮ່ວມ.
     ເພື່ອປະຕິບັດຕາມແຜນການປະຈໍາປິ 2023, ຕາມແຜນງານ, ໂຄງການຂອງກົມກວດກາໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດກາແນວລາວສ້າງຊາດ ຂັ້ນເມືອງ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ແລກປ່ຽນບົດຮຽນວຽກງານຕິດຕາມ, ກວດກາຂອງແນວລາວສ້າງຊາດ ແລະ ການຕິດຕາມເກັບກໍາສະພາບຫາງສຽງສັງຄົມ ເພື່ອເປັນຂໍ້ມູນ ປະກອບໃສ່ບົດປະກອບຄໍາເຫັນຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ. ໃນໂອກາດດັ່ງກ່າວ: ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ, ປະ ທານກວດກາພັກ-ລັດ, ຮອງປະທານ ສູູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມບາງຈຸດທີ່ສໍາຄັນຄື:
     ໜຶ່ງ: ຄະນະກວດກາແນວລາວສ້າງຊາດແຕ່ລະຂັ້ນ ຈະໄດ້ປະສານສົມທົບກັບການຈັດຕັ້ງຂອງຕົນເພື່ອປະ ກອບບຸກຄະລະກອນເຂົ້າໃສ່ຕໍາແໜ່ງວຽກງານກວດກາໃຫ້ຄົບຖ້ວນ ເພື່ອສາມາດປະຕິບັດບົດບາດໜ້າທີ່ຂອງແນວລາວສ້າງຊາດເປັນຕົ້ນ ແມ່ນໂຄສະນາສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ປຸກລະດົມກໍາລັງແຮງເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ; ເກັບກໍາຄໍາຄິດ, ຄໍາເຫັນຂອງປະຊາຊົນ, ຄວາມມຸ້ງມາດປາດຖະໜາ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນໃຫ້ປະຊາຊົນໄດ້ເຂົ້າຮ່ວມໃນການຕິດຕາມ-ກວດກາການປະຕິບັດໜ້າທີ່, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ກວ້າງຂວາງກວ່າເກົ່າ.
      ສອງ: ພະນັກງານທີ່ເຮັດວຽກງານກວດກາ ຕ້ອງສືບຕໍ່ຄົ້ນຄ້ວາເຊື່ອມຊຶມກໍາແໜ້ນມະຕິກອງປະຊຸມໃຫຍ່ຂອງພັກ, ຂອງແນວລາວສ້າງຊາດ, ພາລະບົດບາດ, ສິດ-ໜ້າທີ່ຂອງອົງການແນວລາວສ້າງຊາດ, ນິຕິກໍາຕ່າງໆກ່ຽວກັບວຽກງານກວດກາ; ກໍາແໜ້ນຫຼັກການກວດກາ, ວຽກງານກວດກາຂອງແນວລາວສ້າງຊາດໃຫ້ເລິກເຊີ່ງ, ຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ຕົວຈິງໃຫ້ມີປະສິດທິຜົນດີ.
     ສາມ: ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ຕິດຕາມ-ກວດກາຊຸກຍູ້ການປະຕິບັດໜ້າທີ່ຂອງແນວລາວສ້າງຊາດໃນຂັ້ນຂອງຕົນໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດ, ຜັນຂະຫຍາຍ 5 ແຜນງານ 41 ໂຄງການພັດທະນາວຽກງານແນວລາວສ້າງຊາດ ແຕ່ປີ 2021-2026, ຕິດຕາມ, ກວດກາ ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ໄປຕາມບາດກ້າວຂັ້ນຕອນ, ທັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ວຽກງານອື່ນໆ.
    ສີ່: ໃຫ້ເອົາໃຈໃສ່ນໍາເອົາບົດຮຽນທີ່ໄດ້ຮັບຈາກການຝຶກອົບຮົມ, ບົດຮຽນຕົວຈິງທີ່ໄດ້ຮຽນຮູ້ຈາກອາຈານ ຈາກເພື່ອນມິດສະຫາຍ ເພື່ອນໍາໃຊ້ເຂົ້າໃນວຽກງານໃຫ້ສອດຄ່ອງກັບສະພາບຕົວຈິງ, ເອົາໃຈໃສ່ປະສານສົມທົບກັບຄະນະກວດກາພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນຂອງຕົນໃນການຕິດຕາມ-ກວດກາ, ການສະກັດກັ້ນບັນ ຫາຫຍໍ້ທໍ້ໃນສັງຄົມ, ປະກົດການ ການສໍ້ລາດບັງຫຼວງ ແລະ ອື່ນໆ ໃຫ້ໜັກແໜ້ນ ແລະ ມີປະສິດທິພາບ.
ຂ່າວ+ພາບ: ຈັນສອນ
ບ.ກ: ສືເຊັງ ຈື້ໄຊ
 
info@lfnd.org.la | 021 213754 | (856-21) 453191